Ad

Ad

3 August 2016

ປະທານແນວລາວເນັ້ນສົ່ງເສີມບົດບາດແມ່ຍິງໃຫ້ຫລາຍຂຶ້ນ

            ໃນໂອກາດໂອ້ລົມຕໍ່ກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກສູນກາງສະຫະພັນແມ່ຍິງລາວເມື່ອບໍ່ດົນມານີ້ຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ເນັ້ນໃຫ້ສະຫະພັນແມ່ຍິງ ເອົາໃຈໃສ່ສົ່ງເສີມບົດບາດແມ່ຍິງຢູ່ໃນຂະແໜງການຕ່າງໆໃຫ້ຫລາຍຂຶ້ນ, ໂດຍສະເພາະແມ່ນຕ້ອງເອົາໃຈໃສ່ປັບປຸງການຈັດຕັ້ງຂອງແມ່ຍິງໃນແຕ່ລະຂັ້ນໃຫ້ເຂັ້ມແຂງ ແລະ ຍົກສູງຄຸນທາດການເມືອງໃຫ້ເອື້ອຍນ້ອງແມ່ຍິງຢ່າງເປັນປົກກະຕິ, ເລິກເຊິ່ງ, ເພື່ອພ້ອມກັນແກ້ໄຂຈຸດອ່ອນ ແລະ ດ້ານຫຍໍ້ທໍ້ຕ່າງໆສຸມໃສ່ສ້າງພະນັກງານເພດຍິງນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄຸນສົມບັດສີນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດ ເພື່ອເປັນພະນັກງານສືບທອດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່, ເພີ່ມທະວີວຽກງານການ
ສຶກສາອົບຮົມແມ່ຍິງບັນດາເຜົ່າໃຫ້ຮູ້ຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນາທໍາອັນດີງາມຂອງຊາດ, ກໍຄືມູນເຊື້ອດຸໝັ່ນ ກ້າຫານຂອງແມ່ຍິງລາວ, ຊຸກຍູ້ເຂົາເຈົ້າເຂົ້າຮ່ວມປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນຕ່າງໆທີ່ຕິດພັນຕາມທິດສາມສ້າງໃຫ້ມີປະສິດທິຜົນ, ທັງເພີ່ມທະວີການປະສານສົມທົບເພື່ອຍາດແຍ່ງເອົາການຊ່ວຍເຫລືອຈາກບັນດາປະເທດ ແລະ ອົງການ ຈັດຕັ້ງສາກົນຕ່າງໆມາພັດທະນາແມ່ຍິງລາວໃຫ້ດີຂຶ້ນເທື່ອລະກ້າວ.
             ປະທານສູນກາງແນວລາວສ້າງຊາດ ກ່າວວ່າ: ໃນໄລຍະຜ່ານມາ, ເຖິງວ່າສະຫະພັນແມ່ ຍິງສາມາດຍາດໄດ້ຜົນສໍາເລັດຫລາຍດ້ານກໍຕາມ, ແຕ່ເມື່ອທຽບກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ກໍຄືການພັດທະນາແມ່ຍິງໃນເງື່ອນໄຂໃໝ່ແລ້ວເຫັນວ່າຍັງມີຂໍ້ຈໍາກັດຫລາຍດ້ານທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ ເຊັ່ນ: ມີແມ່ຍິງຈໍານວນບໍ່ໜ້ອຍໃນເຂດຊົນນະຫ່າງໄກຊອກຫລີກຍັງປະເຊີນກັບຄວາມທຸກຍາກຂາດເຂີນ, ບໍ່ສາມາດເຂົ້າເຖິງລະບົບການສຶກສາ ແລະ ສາທາລະນະສຸກບໍ່ທັນໄດ້ຮັບການສົ່ງເສີມ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາດີເທົ່າທີ່ຄວນ, ນອກຈາກນີ້, ຍັງມີປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນຄອບຄົວ, ສັງຄົມ ແລະ ບັນຫາອື່ນໆ, ຊຶ່ງເອື້ອຍນ້ອງແມ່ຍິງເຮົາຈະຕ້ອງໄດ້ພ້ອມກັນປັບປຸງແກ້ໄຂໂດຍໄວ.


No comments:

Post a Comment