Ad

Ad

2 August 2016

ກອງປະຊຸມກະກຽມຂອງເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນໄຂຂຶ້ນທີ່ນະຄອນຫລວງວຽງຈັນ

          ວັນທີ 1 ສິງຫານີ້, ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ຈັດກອງປະຊຸມກະກຽມຂອງເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ (Preparatory SEOM Meeting), ຂຶ້ນທີ່ນະຄອນຫລວງວຽງຈັນ, ເປັນເວລາ 1 ມື້ເຄິ່ງ, ໂດຍການເປັນປະທານຂອງທ່ານ ລາວຮົວ ເຈີຈິງ ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ, ມີບັນດາປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນຈາກ 10 ປະເທດເຂົ້າຮ່ວມ.
          ກອງປະຊຸມດັ່ງກ່າວ ຈັດຂຶ້ນເພື່ອພິຈາລະນາບັນດາເອກກະສານສຳຄັນຕ່າງໆ ທີ່ຈະນຳສະເໜີເຂົ້າໃນວາລະຂອງກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 48 ແລະ ກອງປະຊຸມອື່ນໆ ເປັນ ຕົ້ນບົດ
ລາຍງານຂອງເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນຕໍ່ກອງປະຊຸມສະພາເຂດການຄ້າເສລີອາ ຊຽນ (AFTA) ຄັ້ງທີ 30, ກອງປະຊຸມສະພາເຂດການລົງທຶນອາຊຽນ (AIA) ຄັ້ງທີ 19, ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 48, ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນໃໝ່ (CLMV), ກອງປະຊຸມລັດຖະມົນຕີລະຫວ່າງປະເທດແມ່ນ້ຳຂອງກັບຍີ່ປຸ່ນ ແລະ ກອງປະຊຸມພົບປະລະຫວ່າງລັດຖະມົນຕີເສດຖະກິດອາຊຽນກັບປະເທດຄູ່ຮ່ວມເຈລະຈາ, ພ້ອມນີ້ ກອງປະຊຸມດັ່ງ ກ່າວ ຍັງຈະໄດ້ສຸມໃສ່ປຶກສາຫາລືເພື່ອກະກຽມເນື້ອໃນຂອງຫລາຍປະເດັນທີ່ສຳຄັນຕິດພັນກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດຜັນຂະຫຍາຍແຜນປະຕິບັດງານອາຊຽນ 2015, ຊຶ່ງແມ່ນແຜນວຽກລະອຽດຂອງການຈັດຕັ້ງຜັນຂະຫຍາຍເນື້ອໃນແຜນງານປະຊາຄົມເສດຖະກິດອາຊຽນ 2025, ໂດຍຈະໄດ້ສະຫລຸບສັງລວມ ແລະ ນຳສະເໜີປະເດັນເຫລົ່ານີ້ໃຫ້ກອງປະຊຸມລະດັບລັດຖະມົນຕີ ເພື່ອພິຈາ ລະນາ, ຮັບຮອງເອົາ ແລະ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດຕໍ່ໄປລັດຖະມົນຕີກະຊວງການຕ່າງປະ ເທດຈະຢ້ຽມຢາມ ສປ ຈີນ ລະຫວ່າງວັນທີ 2-4 ສິງຫານີ້

          ຕາມການແຈ້ງການຂອງກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ໂດຍຕອບສະໜອງ ຕາມຄຳເຊີນຂອງທ່ານ ຫວາງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດ ປະຊາຊົນຈີນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງ ປະເທດແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ຈະເດີນທາງໄປຢ້ຽມຢາມສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການໃນລະຫວ່າງວັນທີ 2-4 ສິງຫານີ້, ເພື່ອເສີມຂະຫຍາຍສາຍພັນພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມ ຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ ກໍຄືຂອງສອງກະຊວງການຕ່າງປະເທດລາວ ແລະ ຈີນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ.

No comments:

Post a Comment