Ad

Ad

25 August 2016

ລາວສຳມະນາການເຕີບໂຕສີຂຽວ

          ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມສຳມະນາວິຊາການ ກ່ຽວກັບການເຕີບໂຕສີຂຽວຂອງສປປ ລາວ ຂຶ້ນໃນວັນທີ 23 ສິງຫາ ນີ້ ທີ່ໂຮງແຮມແລນມາກ ໂດຍການເປັນປະທານ ຮ່ວມຂອງທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການ ລົງທຶນ ແລະ ທ່ານ ເປີ ເບີທີຊັນ (Mr.Per Bertilsson) ຮອງຜູ້ອຳນວຍການສະຖາບັນ ເພື່ອການເຕີບໂຕສີຂຽວໂລກ (Assistant Director-General, Global Green Growth Institute-GGGI), ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
          ກອງປະຊຸມຄັ້ງນີ້, ຖືເປັນກອງປະຊຸມປຶກສາຫາລືໃນລະດັບວິຊາການຢ່າງເປັນທາງການຄັ້ງທີ 2 ພາຍຫລັງກອງປະຊຸມປຶກສາຫາລືຄັ້ງທີ 1 ໃນເດືອນເມສາປີ 2016 ທີ່ຜ່ານມາ. ເພື່ອນຳສະເໜີຜົນກອງປະຊຸມຄັ້ງທີ 1 ກ່ຽວກັບແນວຄວາມຄິດ ຂອງການເຕີບໂຕສີຂຽວ, ການສ້າງແຜນການເຕີບໂຕສີຂຽວ
ແລະ ວິທີການເຊື່ອມສານວຽກງານດັ່ງກ່າວ ເຂົ້າໃນຂະບວນການພັດທະນາເສດຖະກິດ-ສັງຄົມ ໃນລາວຄື: ແນວຄວາມຄິດການເຕີບໂຕສີຂຽວ ແລະ ການເຊື່ອມສານວຽກງານການເຕີບໂຕສີຂຽວເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ການວາງແຜນການເຕີບໂຕສີຂຽວ. ການນຳໃຊ້ບົດຮຽນການປັບປຸງ ແລະ ນະໂຍບາຍການເຕີບໂຕສີຂຽວໃນລາວ. ບົດບາດຂອງຄູ່ຮ່ວມພັດທະນາໃນການສົ່ງເສີມວຽກງານການເຕີບໂຕສີຂຽວ.ການວິເຄາະ-ວິໄຈ ກ່ຽວກັບຄວາມເປັນໄປໄດ້ຂອງການເຕີບໂຕສີຂຽວ. ການນຳໃຊ້ເຄື່ອງມືດ້ານການເງິນ ແລະ ການວາງແຜນງົບປະ ມານກ່ຽວກັບການເຕີບໂຕສີຂຽວ ເພື່ອໃຫ້ສອດຄ່ອງກັບເປົ້າໝາຍການພັດທະ ນາດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມໃນລາວ. ການແລກປ່ຽນບົດຮຽນກ່ຽວກັບການພັດທະນາຕົວເມືອງສີຂຽວ ແລະ ການນຳສະເໜີໂຄງການສາທິດໃນນະຄອນຫລວງວຽງຈັນ.

          ທ່ານ ຄຳລຽນ ພົນເສນາ ກ່າວວ່າ: ການເຕີບໂຕສີຂຽວແມ່ນມີຄວາມສຳຄັນ ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ມັນແມ່ນການເຕີບໂຕທີ່ເປັນມິດກັບສິ່ງແວດລ້ອມ ແລະ ຮັບປະ ກັນໃຫ້ມີຊັບພະຍາກອນທຳມະຊາດເຫລືອໄວ້ໃຫ້ຄົນຮຸ່ນຫລັງຕໍ່ໆໄປ. ສະນັ້ນ, ວຽກງານດັ່ງກ່າວບໍ່ພຽງແຕ່ແມ່ນການປູກປ່າເທົ່ານັ້ນ ແຕ່ຍັງກວມເອົາວຽກງານອື່ນໆນຳອີກ ເພື່ອຮັບປະກັນໃຫ້ມີການນຳໃຊ້ຊັບພະຍາກອນຢ່າງປະຢັດ ແລະ ມີປະສິດທິຜົນສູງ ເຊັ່ນ: ການນຳໃຊ້ພະລັງງານແບບປະຢັດ, ພະ ລັງງານທົດແທນ, ການຄຸ້ມຄອງ, ກຳຈັດສິ່ງເສດເຫລືອ ແລະ ມົນລະພິດຕ່າງໆ, ການຜະລິດທີ່ເປັນມິດກັບສິ່ງແວດ ລ້ອມອື່ນໆ. ໄລຍະຜ່ານມາ, ສປປ ລາວ ກໍໄດ້ໃຫ້ຄວາມສຳຄັນຕໍ່ການເຕີບໂຕສີຂຽວ ໂດຍໄດ້ເຊື່ອມສານ ວຽກງານດັ່ງກ່າວ ລວມທັງເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເຂົ້າໃນວິໄສທັດຮອດປີ 2030, ຍຸດທະສາດການພັດທະນາຮອດປີ 2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ເຊິ່ງໄດ້ຖືກຮັບຮອງຢ່າງເປັນທາງການ ທີ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ VIII ໃນເດືອນເມສາທີ່ຜ່ານມາ.

No comments:

Post a Comment