Ad

Ad

19 October 2016

ແຮງງານລາວຈະໄປເຮັດວຽກຢູ່ ສ.ເກົາຫລີ ປີລະ 500 ຄົນ

ພາຍຫລັງສູນບໍລິການຈັດຫາງານກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການບໍລິການພັດທະນາຊັບພະຍາກອນມະນຸດ ສ.ເກົາຫລີ ໄດ້ຮ່ວມລົງນາມໃນວັນທີ 17 ຕຸລານີ້ ທີ່ນະຄອນ ຫລວງວຽງຈັນ ເພື່ອກະກຽມໃນການຮັບເອົາ ແລະ ສົ່ງແຮງງານລາວໄປຍັງ ສ.ເກົາຫລີ ໂດຍຝ່າຍລາວຈະເລີ່ມໂຄສະນາປະຊາສຳພັນ, ຕິດຕັ້ງອຸປະກອນການສອບເສັງ, ແຕ່ງຕັ້ງຄະນະກຳມະການສອບເສັງ ແລະ ອື່ນໆ ເພື່ອຮີບຮ້ອນເອົາແຮງງານລາວປີລະ 500 ຄົນ ໄປເຮັດວຽກຢູ່ ສ.ເກົາຫລີ ນັບແຕ່ທ້າຍປີ 2017 ເປັນຕົ້ນໄປ.

ຜູ້ອຳນວຍການສູນບໍລິການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ແລະ ປະທານອົງການບໍລິການພັດທະນາຊັບພະຍາກອນມະນຸດ ແຫ່ງ ສ.ເກົາຫລີ ໄດ້ຮ່ວມຖະແຫລງຂ່າວໃນວັນ 18 ຕຸລານີ້ວ່າ: ສ.ເກົາຫລີ ອະນຸຍາດການຮັບເອົາແຮງງານຕ່າງຊາດເຂົ້າມາເຮັດວຽກໃນປະເທດຂອງຕົນ ໂດຍເລັ່ງໃສ່ກຸ່ມແຮງງານທີ່ບໍ່ມີການພັດທະນາສີມືແຮງງານພາຍໃຕ້ລະບົບ EPS ໃນຂະແໜງກະສິກຳ ເຊິ່ງເປັນຂະແໜງ ທີ່ຂາດເຂີນດ້ານແຮງງານ ຍ້ອນຄົນໃນທ້ອງຖິ່ນບໍ່ນິຍົມເຮັດວຽກໃນຂະແໜງດັ່ງກ່າວ. ສຳລັບການຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ.ເກົາຫລີ ນີ້ຈະໄດ້ເລີ່ມຈັດຕັ້ງປະຕິບັດແຕ່ນີ້ເປັນຕົ້ນໄປ ຈະໄດ້ມີການລົງທະບຽນຮັບສະໝັກ ແລະ ລົງທະບຽນຢູ່ສູນບໍລິການຈັດຫາງານທີ່ບ້ານນາຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ສ່ວນລາຍລະອຽດຈະມີພະນັກງານຂອງສູນຄອຍແນະນຳທຸກຂັ້ນຕອນ ແລະ ຈະຈັດສົ່ງແຮງງານລາວໃຫ້ໄປເຖິງ ສ.ເກົາຫລີ ໃນທ້າຍປີ 2017 ຢ່າງແນ່ນອນ.
ລັດຖະບານເກົາຫລີ ໄດ້ກຳນົດໃຫ້ມີກົດໝາຍເພື່ອການຈ້າງແຮງງານຕ່າງຊາດ ແລະ ຕົກລົງເຮັດສັນຍາ ລະຫວ່າງປະເທດ ທີ່ຈະສົ່ງອອກ ແລະ ນຳເຂົ້າແຮງງານກັບປະເທດເກົາຫລີ ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ, ໂດຍຫວັງວ່າລະບົບການຈ້າງງານນີ້ຈະຊ່ວຍແກ້ໄຂບັນຫາການເອົາປຽບຂອງບັນດານາຍໜ້າຄ້າແຮງງານອີກດ້ວຍ.



No comments:

Post a Comment