Ad

Ad

19 October 2016

ກຽມຈັດງານສັບປະດາສິນຄ້າຖິ່ນກໍາເນີດ

          ໃນວັນທີ 18 ຕຸລານີ້, ກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບສະຖານທູດຝລັ່ງປະຈໍາລາວ, ອົງການອາຫານ ແລະ ກະສິກໍາ, ອົງການພັດທະນາຂອງປະເທດຝຣັ່ງ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ສະພາການຄ້າ ແລະ ອຸດສາຫະກໍາເອີຮົບປະຈໍາລາວ ໄດ້ຖະແຫລງຂ່າວການຈັດງານສັບປະດາສິນຄ້າຖິ່ນກໍາເນີດ ເພື່ອສົ່ງເສີມສິນຄ້າ ແລະ ພູມປັນຍາທ້ອງຖິ່ນໃຫ້ຫລາຍຂຶ້ນ.

          ທ່ານນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ໃຫ້ຮູ້ວ່າ: ງານດັ່ງກ່າວຈະຈັດຂຶ້ນໃນວັນທີ 25-28 ຕຸລານີ້ ທີ່ນະຄອນຫລວງວຽງຈັນ ເຊິ່ງຈະມີການວາງສະແດງສິນຄ້າຖິ່ນກໍາເນີດ ລະດັບພາກພື້ນຈາກລາວ, ຫວຽດນາມ, ກໍາປູເຈຍ, ໄທ ແລະ ປະເທດຕ່າງໆໃນອາຊີ ແລະ ເອີຣົບ, ເປີດໂອກາດໃຫ້ມີການໂຄສະນາໃຫ້ສິນຄ້າຖິ່ນກໍາເນີດທັງພາຍໃນ ແລະ ຕ່າງປະເທດ ເປັນທີ່ຮູ້ຈັກໃນສັງຄົມໃຫ້ນັບມື້ຫລາຍຂຶ້ນ.

          ທ່ານຫົວໜ້າກົມດັ່ງກ່າວໃຫ້ຮູ້ວ່າ: ສິນຄ້າຖິ່ນກໍາເນີດ ແມ່ນສິດທາງດ້ານຊັບສິນທາງປັນຍາໃນການປົກປ້ອງຄຸນລັກສະນະສະເພາະຂອງສິນຄ້າ ທີ່ມີຄວາມເຊື່ອມໂຍງກັບຂອບເຂດທາງພູມສາດ ຫລື ຖິ່ນທີ່ມາຂອງສິນຄ້າ. ດັ່ງນັ້ນ, ຈຶ່ງມີການນໍາໃຊ້ຊື່ທາງພູມສາດກັບສິນຄ້າ ເຊັ່ນ: ຊໍາເປນຈາກປະເທດຝຣັ່ງ, ໝາກພິກໄທກໍາປົດ ຈາກກໍາປູເຈຍ, ຊາດາຈີລິງຈາກອິນເດຍ, ຊາມົກເຈົາຈາກ ຫວຽດນາມ, ສະກອດວິດສະກີ ຈາກອັງກິດ, ສ່ວນສິນຄ້າເອກະລັກສະເພາະທີ່ມີຄວາມເຊື່ອມໂຍງກັບຖິ່ນທີ່ມາຂອງ ສປປ ລາວ ລວມມີກາເຟພູພຽງບໍລະເວນ, ເຂົ້າໄກ່ນ້ອຍຈາກ ແຂວງຊຽງຂວາງ ແລະ ຫົວພັນ, ຊາຈາກແຂວງຜົ້ງສາລີ ແລະ ປາກຊ່ອງ, ຜ້າໄໝຈາກ ແຂວງຫລວງພະບາງ ແລະ ຫົວພັນ, ຖິ່ນກໍາເນີດແມ່ນຜົນທີ່ເກີດມາຈາກການເຊື່ອມໂຍງ ລະຫວ່າງສະພາບແວດລ້ອມ ແລະ ພູມປັນຍາຂອງທ້ອງຖິ່ນເຊິ່ງເປັນສິ່ງຄໍ້າປະ ກັນຕໍ່ຜູ້ບໍລິໂພກ ທີ່ສະແຫວງຫາສິນຄ້າເອກະລັກສະເພາະ, ຄຸນນະພາບສູງ ແລະ ຜ່ານການຮັບຮອງມາດຕະຖານຖິ່ນກໍາເນີດ ຍັງມີຄວາມສໍາຄັນຕໍ່ກັບຜູ້ຜະລິດຢູ່ເຂດຊົນນະບົດ ດ້ວຍການຊ່ວຍເຮັດໃຫ້ມີການຫັນປ່ຽນການຜະລິດທີ່ເນັ້ນໃສ່ປະລິມານ ມາເປັນການຜະລິດທີ່ເນັ້ນໃສ່ຄຸນນະພາບເຊິ່ງຈະເປັນການເພີ່ມໂອ ກາດທາງການຕະຫລາດ ແລະ ເຮັດໃຫ້ສິນຄ້າມີຄ່າເພີ່ມສູງຂຶ້ນ ໃນຊຸມປີຜ່ານມາສະເພາະຂົງເຂດອາຊີແມ່ນມີຫລາຍກວ່າ 150 ຜະລິດຕະພັນ ທີ່ໄດ້ຮັບການຈົດທະບຽນປົກປ້ອງຖິ່ນກໍາເນີດ.

No comments:

Post a Comment