Ad

Ad

13 October 2016

ນາຍົກຊີ້ຜົນງານຄົ້ນຄວ້າວິທະຍາສາດຂອງລາວຍັງມີໜ້ອຍ

            ໃນໂອກາດໃຫ້ກຽດໂອ້ລົມຕໍ່ກອງປະຊຸມນັກວິທະຍາສາດຄັ້ງທໍາອິດ ແລະ ກອງປະຊຸມວຽກງານວິທະຍາສາດ ແລະ ເຕັກໂນໂລຊີທົ່ວປະເທດຄັ້ງທີ 2 ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃນວັນທີ 12 ຕຸລານີ້, ທ່ານໄດ້ຕີລາຄາວ່າ: ໃນໄລຍະຜ່ານມາ, ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສໍາຄັນຫລາຍຕໍ່ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ, ໂດຍສະເພາະການປັບປຸງກົງຈັກການຈັດຕັ້ງໃຫ້ສູງເດັ່ນຂຶ້ນຈາກສ້າງຕັ້ງເປັນສະພາວິທະຍາສາດ-ເຕັກນິກແຫ່ງຊາດເມື່ອປີ 1980 ມາເປັນກະຊວງວິທະຍາສາດ ແລະ ເຕັກໂນໂລຊີໃນປັດຈຸບັນ, ການລົງທຶນກໍ່ສ້າງ ແລະ ຊຸກຍູ້ສົ່ງເສີມນັກ ຮຽນ-ນັກສຶກສາ, ພະນັກງານຂະແໜງການຕ່າງໆໄປຍົກລະດັບຄວາມຮູ້, ວິຊາສະເພາະທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົນ
ກາຍເປັນນັກວິທະຍາສາດ ແລະ ນັກຄົ້ນຄວ້າທີ່ດີຈໍານວນບໍ່ໜ້ອຍ ຄື: ມາຮອດປີ 2015 ລະດັບປະລີນຍາເອກ (ດ໋ອກເຕີ) ຢູ່ທົ່ວປະເທດມີຈໍານວນ 530 ທ່ານ, ໃນນີ້ການນໍາຂັ້ນສູງລະດັບຮອງລັດຖະມົນຕີຂຶ້ນໄປມີ 65 ທ່ານ ແລະ ລັດຖະກອນທົ່ວໄປຈໍານວນ 465 ທ່ານ, ຊຶ່ງໄດ້ເປັນ ກໍາລັງແຮງສໍາຄັນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຈະກາຍເປັນພື້ນຖານທີ່ໜັກແໜ້ນໃນການຫັນເປັນອຸດສະຫະກໍາທັນສະໄໝຂອງປະເທດໃນຕໍ່ໜ້າ.
            ທ່ານນາຍົກລັດຖະມົນຕີ ກ່າວວ່າ: ເຖິງວ່າຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ປະເທດເຮົາໄດ້ຮັບການພັດທະນາຢ່າງຕໍ່ເນື່ອງກໍຕາມ, ແຕ່ເຫັນວ່າ ຍັງມີສິ່ງທ້າທາຍຫລາຍຢ່າງທີ່ຂະແໜງກ່ຽວຂ້ອງຈະຕ້ອງໄດ້ປັບປຸງແກ້ໄຂ ຄື: ການຈັດຕັ້ງຄຸ້ມຄອງບໍລິຫານວຽກງານວິທະຍາ ສາດ-ເຕັກໂນໂລຊີ ຍັງບໍ່ເປັນລະບົບດີເທົ່າທີ່ຄວນ, ການສ້າງ ແລະ ປັບປຸງນະໂຍບາຍ, ນິຕິກໍາໃນຂົງເຂດວຽກງານດັ່ງກ່າວຍັງຊັກຊ້າບໍ່ທັນກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ
ໃນໄລຍະໃໝ່, ການສ້າງນັກວິທະຍາສາດ, ນັກຄົ້ນຄວ້າ ເຫັນວ່າຢາກໜັກໄປທາງດ້ານປະລິມານ, ແຕ່ຜົນງານການຄົ້ນຄວ້າກໍຍັງບໍ່ຫລາຍ. ຂະນະດຽວກັນຈໍານວນນັກວິທະຍາສາດ, ນັກຄົ້ນຄວ້າ ແລະ ຊ່ຽວຊານສະເພາະດ້ານທີ່ເກັ່ງເປັນທີ່ຍອມຮັບໃນລະດັບພາກພື້ນ ແລະ ສາກົນຍັງມີຈໍາກັດ. ນອກຈາກນີ້, ການລົງທຶນຂອງລັດເຂົ້າໃນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃນໄລຍະຜ່ານມາມີພຽງແຕ່ 1% ຂອງການລົງທຶນຂອງລັດ ຫລື ເທົ່າກັບ 0,04% ຂອງຈີດີພີ, ຊຶ່ງເຫັນວ່າໜ້ອຍຫລາຍເມື່ອທຽບກັບບັນດາປະເທດໃນພາກພື້ນ ຫລື ປະເທດທີ່ພັດທະນາແລ້ວຊຶ່ງຈະຢູ່ລະຫວ່າງ 1-4% ຂອງຈີດີພີ. ພ້ອມດຽວກັນນີ້, ການຄຸ້ມຄອງ ແລະ ນໍາໃຊ້ງົບປະມານທີ່ມີຈໍາກັດດັ່ງກ່າວເຂົ້າໃນການສົ່ງເສີມ ແລະ ຍົກມາດຕະຖານການຄົ້ນຄວ້າ ແລະ ພັດທະນາກໍຍັງບໍ່ທັນມີປະສິດທິຜົນສູງເທົ່າທີ່ຄວນ.        ແນວໃດກໍຕາມ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII (2016-2020) ລັດຖະ ບານໄດ້ກໍານົດເປົ້າໝາຍການພັດທະນາໄວ້ຄື: (1) ເຮັດໃຫ້ເສດຖະກິດແຫ່ງຊາດເຕີບໃຫຍ່ຕໍ່ເນື່ອງ, ໝັ້ນທ່ຽງ ແລະ ມີຄວາມສົມດຸນ. (2) ພັດທະນາຊັບພະຍາກອນມະນຸດໃຫ້ເປັນປັດໃຈຕັດສີນການ

ພັດທະນາໂດຍການຍົກລະດັບຄວາມສາມາດຂອງບຸກຄະລາກອນພາກລັດ ແລະ ກໍາລັງແຮງຂອງເອກະຊົນໃຫ້ສູງຂື້ນ, ຄວາມທຸກຍາກຂອງປະຊາຊົນຕ້ອງໄດ້ຮັບການແກ້ໄຂຢ່າງທົ່ວເຖິງ, ທຸກຊົນເຜົ່າ, ທຸກເພດໄວສາມາດເຂົ້າເຖິງການສຶກສາ ແລະ ພັດທະນາວັດທະນາທໍາອັນດີງາມຂອງຊາດ, ຮັບປະ ກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ຍຸຕິທໍາໂປ່ງໃສ ແລະ (3) ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕ້ອງໄດ້ຮັບການປົກປັກຮັກສາ ແລະ ນໍາໃຊ້ຢ່າງມີປະສິດທິຜົນຕາມທິດສີຂຽວ ແລະ ຍືນຍົງ, ກຽມພ້ອມຮັບມືກັບໄພ ພິບັດທໍາມະຊາດ ແລະ ການປ່ຽນແປງດິນຟ້າອາກາດຢ່າງມີປະສິດທິຜົນ. ສະນັ້ນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ຄວນຄົ້ນຄວ້າ ແລະ ຜັນຂະຫຍາຍທິດທາງແຜນວຽກຈຸດສຸມຂອງຕົນໃຫ້ເປັນໂຄງການ ແລະ ກິດຈະກໍາລະອຽດ ທີ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານກໍານົດໄວ້ໃຫ້ປະກົດຜົນເປັນຈິງ.   

No comments:

Post a Comment