Ad

Ad

13 October 2016

ລັດຖະບານສັ່ງໃຫ້ໂຮງງານອົບຂີ້ເບຍຢູ່ບ້ານດຸງໂຈະການຜະລິດ


        ໃນວັນທີ 11 ຕຸລານີ້, ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດ ຖະມົນຕີ, ທັງເປັນໂຄສົກລັດຖະບານ ພ້ອມດ້ວຍໜ່ວຍງານກ່ຽວຂ້ອງຈາກກະຊວງອຸດສາຫະກຳ ແລະ ການຄ້າ, ອຳນາດການປົກຄອງເມືອງໄຊເສດຖາ, ໄດ້ລົງຕິດຕາມກວດກາໂຮງງານອົບຂີ້ເບຍຂອງບໍລິສັດ ບອນທູບີ ອາກິເທັກ ຈຳກັດ, ຕັ້ງຢູ່ບ້ານດຸງ, ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ພາຍ ຫລັງໂຮງງານດັ່ງກ່າວສົ່ງຜົນກະທົບດ້ານມົນລະພິດທາງອາກາດຕໍ່ສິ່ງແວດລ້ອມ ແລະ ສັງຄົມໃນເຂດບໍລິເວນໃກ້ຄຽງ, ໂດຍສະເພາະສົ່ງກິນເໝັນ, ກິ່ນຂິວ ຈາກການເຜົ່າຖ່າຍນຫີນ ແລະ ປ່ອຍນ້ຳເປື້ອນອອກຈາກໂຮງງານລົງສູ່ຮ່ອງນ້ຳທຳມະຊາດ ໂດຍບໍ່ໄດ້ມີການບຳບັດຢ່າງຖືກວິທີ ແລະ ຜ່ານການກວດກາພົບວ່າ: ໂຮງງານແຫ່ງນີ້ ໄດ້ຮັບສຳປະທານຂີ້ເບຍຈາກບໍລິສັດເບຍລາວ ເພື່ອນຳມາອົບ ແລະ ຈຳໜ່າຍໃຫ້ບໍລິສັດ ຊີພີລາວ ແລະ ຊີພີໄທ, ຊຶ່ງຜ່ານມາ ໂຮງງານບໍ່ໄດ້ມີການສຶກສາຜົນກະທົບທາງດ້ານສິ່ງແວດລ້ອມດີເທົ່າທີ່ຄວນ ຈຶ່ງເຮັດໃຫ້ເກີດມີບັນຫາບໍດີດັ່ງກ່າວຕາມມາ.

          ທ່ານໂຄສົກລັດຖະບານ ໄດ້ມີຄຳເຫັນຕໍ່ອຳນວຍການໂຮງງານດັ່ງກ່າວວ່າ: ລັດຖະບານຍາມໃດກໍສະໜັບສະໜູນຫົວໜ່ວຍວິສາຫະກິດເຄື່ອນໄຫວໃຫ້ມີຄວາມເຂັ້ມແຂງກ້າວໜ້າ, ທັງໃຫ້ຖືກຕ້ອງສອດຄ່ອງກັບລະບຽບຫລັກການຂອງຂະແໜງການກ່ຽວຂ້ອງວາງອອກ, ເພື່ອຮັບປະກັນໃຫ້ຫົວໜ່ວຍທຸລະກິດດຳເນີນທຸລະກິດຂອງຕົນຖືກຕ້ອງຕາມລະບຽບກົດໝາຍ, ມີຄວາມໂປ່ງໃສ, ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ຕໍ່ກໍລະນີໂຮງງານນີ້ ແມ່ນໃຫ້ຮີບຮ້ອນຄົ້ນຄວ້າການຍົກຍ້າຍໄປຕັ້ງຢູ່ບ່ອນທີ່ເໝາະສົມ ຫລື ຖ້າຈະຢູ່ບ່ອນເກົ່າກໍໃຫ້ຮີບຮ້ອນປັບປຸງ ເພື່ອຮັບປະກັນຄວາມປອດໄພທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ແລະ ຖືກຕ້ອງຕາມລະບຽບຫລັກການ ແລະ ມາດຕະຖານຕ່າງໆຂອງພາກສ່ວນກ່ຽວຂ້ອງວາງອອກ ແລະ ໃນມື້ດຽວກັນ ທາງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກໍໄດ້ມີແຈ້ງການໃຫ້ໂຮງານໂຈະການເຄື່ອນໄຫວທຸລະກິດຢ່າງຖາວອນ ນັບແຕ່ວັນທີ 12 ຕຸລາ 2016ເປັນຕົ້ນໄປ ແລະ ໃຫ້ເຈົ້າຂອງບໍລິສັດເຂົ້າພົບເຈົ້າໜ້າທີ່ທະບຽນວິສາຫະກິດ ເພື່ອດຳເນີນການຍຸບເລິກຕາມຂັ້ນຕອນ ກົດໝາຍວ່າດ້ວຍທະບຽນວິສາຫະກິດ.

No comments:

Post a Comment