Ad

Ad

13 October 2016

ນາຍົກລັດຖະມົນຕີໂອ້ລົມຊາວໜຸ່ມເຍົາວະຊົນເນື່ອງໃນໂອກາດວັນປະກາດເອກະລາດ 12 ຕຸລາ

          ເຊົ້າວັນທີ 12 ຕຸລານີ້, ທີ່ຫໍປະຊຸມແຫ່ງຊາດ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ພົບປະໂອ້ລົມຊາວໜຸ່ມ-ເຍົາວະຊົນ ໃນໂອກາດວັນປະກາດເອກະລາດ ວັນທີ 12 ຕຸລາ ຄົບຮອບ 71 ປີ ( 12 ຕຸລາ 1945 – 12 ຕຸລາ 2016 ) ເພື່ອຫວນຄືນມູນເຊື້ອວັນປະ ຫວັດສາດສຳຄັນດັ່ງກ່າວໃຫ້ຊາວໜຸ່ມ - ເຍົາວະຊົນຮັບຮູ້ເລິກເຊິ່ງ, ຊຶ່ງມີຜູ້ເຂົ້າຮ່ວມຮັບຟັງຫຼາຍກວ່າ 1.500 ຄົນ.
            ໃນພິທີດັ່ງກ່າວທ່ານນາຍົກລັດຖະມົນຕີໄດ້ທົບທວນຄືນຂະບວນການເຄື່ອນໄຫວຂອງປວງຊົນລາວບັນດາເຜົ່າທີ່ຕິດພັນກັບໄຊຊະນະຂອງການປະຕິວັດລາວໃນແຕ່ລະໄລຍະທີ່ມີຊາວໜຸ່ມເປັນ ກໍາລັງຫລັກ, ພາຍໃຕ້ການນຳພາຂອງພັກ, ການຕໍ່ສູ້ຂອງປະຊາຊົນລາວ
ບັນດາເຜົ່າເຮັດໃຫ້ຂະບວນການຕໍ່ສູ້ປົດປ່ອຍຊາດປົດປ່ອຍປະຊາຊົນອອກຈາກແອກຄອບຄອງຂອງພວກລ່າເມືອງຂື້ນແບບເກົ່າ ແລະ ໃໝ່, ອັນໄດ້ມີນັກຮົບຊາວໜຸ່ມວິລະຊົນຫຼາຍຄົນໄດ້ເສຍສະຫລະຊີວິດ, ອຸທິດເລືອດເນື້ອດ້ວຍນ້ຳໃຈຕໍ່ສູ້ອັນພິລະອາດຫານ ແລະ ຄວາມເສຍສະຫລະອັນສູງສົ່ງເພື່ອສາມາດຍາດເອົາເອກະລາດໃນ ເດືອນຕຸລາ ປີ 1945, ຊຶ່ງແປວໄຟປະຕິວັດໄດ້ເຝິກຝົນຫລໍ່ຫລອມກໍາລັງຊາວໜຸ່ມໃຫ້ກາຍເປັນກໍາລັງທີ່ເຂັ້ມແຂງສົມເປັນນົກອິນຊີແຫ່ງຍຸກສະໄໝ; ພັກຖືເອົາຊາວໜຸ່ມເປັນແຂນຂວາເປັນກໍາລັງຫລັກໃນພາລະກິດຕໍ່ສູ້ກູ້ຊາດສ້າງສາ ແລະ ພັດທະນາປະເທດຊາດຈົນມາເຖິງປັດຈຸບັນ. ທ່ານນາຍົກລັດ ຖະມົນຕີຢໍ້າວ່າ: ເຊັ່ນດຽວກັບຊາວໜຸ່ມໃນຍຸກໃໝ່ປັດຈຸບັນຕ້ອງມີສະຕິປັນຍາ, ຕ້ອງຮູ້ຈັກເຊື່ອມໂຍງ,ຕ້ອງຮູ້ຈັກທ່າແຮງຂອງປະເທດເພື່ອພັດທະນາປະເທດຊາດ, ພັດທະນາສັງຄົມເພື່ອສືບທອດພາລະກໍາປະຫວັດສາດອັນລໍ້າຄ່າກໍຄືສົ່ງເສີມວິລະກຳທີ່ບັນພະບູລຸດໄດ້ສ້າງໄວ້ໃຫ້ສູງເດັ່ນໃນສັງຄົມ, ສິ່ງສຳຄັນແມ່ນຊາວໜຸ່ມຕ້ອງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນສະແຫວງຫາຄວາມກ້າວໜ້າ, ຕ້ອງຮູ້ເຕົ້າໂຮມຄວາມສາມັກຄີເປັນປຶກແຜນໃນຊາວໜຸ່ມດ້ວຍກັນ, ດຶງເອົາຊາວໜຸ່ມເຂົ້າຮ່ວມກິດຈະກຳຕ່າງໆເພື່ອສຶກສາອົບຮົມຄວາມປອງດອງຄວາມສາມັກຄີ ແລະ ຫຼີກເວັ້ນຈາກສິ່ງເບື່ອເມົາຕ່າງໆເຊັ່ນ: ຢາເສບຕິດ, ມົວສຸມ, ອະບາຍຍະມຸກ ແລະ ສັງ ຄົມອອນລາຍຕ່າງໆທີ່ບໍ່ດີ, ພ້ອມທັງຮຽກຮ້ອງໃຫ້ຂະບວນການຊາວໜຸ່ມຕ້ອງບຸກໜ້າບຶນຕົວໃຫ້ດີ ແລະ ໄວ, ຟົດຟື້ນ, ໜັກແໜ້ນກວ່າເກົ່າ, ເພື່ອາຊ່ວຍພັກ ແລະ ລັດຖະບານໃນການສ້າງສາພັດທະນາປະເທດຊາດ, ກໍຄືເປັນລຸນສືບທອດທີ່ດີໃນອະນາຄົດ.

          ໂອກາດນີ້ຕາງໜ້າຊາວໜຸ່ມ-ເຍົາວະຊົນຍັງໄດ້ປະຕິຍານຕົນຕໍ່ທ່ານນາຍົກວ່າ: ຈະຕັ້ງໜ້າສາ ມັກຄີປຸ້ມລຸມກັນໃຫ້ເປັນພະລັງອັນມະຫານສານເພື່ອພ້ອມກັນກ້າວໜ້າ, ຕັ້ງໜ້າສຸມໃສ່ການປັບປຸງການຈັດຕັ້ງໃຫ້ມີຄວາມໝັກແໜ້ນ, ມີຄວາມເຂັ້ມແຂງສາມາດເຕົ້າໂຮມກຳລັງຊາວໜຸ່ມຕ້ັງໜ້າສຶກສາອົບຮົມໃຫ້ເຫັນໄດ້ມູນເຊື້ອ ແລະ ວິລະກຳອັນລ້ຳເລີດຂອງບັນພະບູລຸດ, ໂດຍສະເພາະຄຸນສົມບັດສິນທຳປະຕິບັດຂອງພະນັກງານປະຕິວັດອາວຸໂສ, ພ້ອມທັງເອົາໃຈໃສ່ຍູ້ແຮງຂະບວນການຮັກຊາດພັດທະ ນາດ້ວຍຂະບວນການ 4 ບຸກຫັນລົງກໍ່ສ້າງຮາກຖານ, ເຮັດໃຫ້ຊາວໜຸ່ມມີເວທີໃນການພັດທະນາຕົນເອງເພື່ອສາມາດເຊື່ອມໂຍງກັບສາກົນ ແລະ ເປັນເຈົ້າການຕົນເອງຢ່າງຕັ້ງໜ້າ, ເພື່ອເຮັດໃຫ້ບົດບາດຂອງປະເທດເຮົາສະຫງ່າງາມໃນເວທີພາກພື້ນ ແລະ ສາກົນ.

No comments:

Post a Comment