Ad

Ad

30 November 2016

ຕຳຊ້ຳຊ້ອນສົ່ງຜົນໃຫ້ມີຜູ້ເສຍຊີວິດ 1 ຄົນບາດເຈັບອີກ 12 ຄົນ

           ຄືນວັນທີ 28 ພະຈິກຜ່ານມານີ້, ຢູ່ເຂດບ້ານຕານມີໄຊ ເມືອງໄຊທານີ ນະຄອນຫລວງວຽງຈັນ, ໄດ້ເກີດເຫດລົດກະບະຮຸນໃດຂັບຂີ່ມາດ້ວຍຄວາມໄວ ເກີດ ເສຍຫລັກໄປຕຳເອົາກອງໄມ້ຢູ່ແຄມທາງຢ່າງຮຸນແຮງ, ສົ່ງຜົນໃຫ້ຄົນຂັບລົດໄດ້ຮັບບາດເຈັບສົມຄວນ ຈຶ່ງບໍ່ສາມາດອອກມາຈາກລົດໄດ້, ແຕ່ບໍ່ພໍເທົ່າໃດນາທີຕໍ່ມາ ໄດ້ມີລົດກະບະວີໂກ້ ບໍ່ມີປ້າຍ ທະບຽນ ຂັບຂີ່ມາດ້ວຍຄວາມໄວສູງ ເສຍຫລັກຕຳຊ້ຳຊ້ອນເອົາລົດຄັນດັ່ງກ່າວ, ສົ່ງຜົນໃຫ້ທີມງານໜ່ວຍກູ້ໄພ ແລະ ປະຊາຊົນທີ່ເຂົ້າມາເບິ່ງເຫດການໄດ້ຮັບບາດເຈັບເຖິງ 12 ຄົນ ແລະ ເຮັດໃຫ້ ນາງ ແໝງ ອາຍຸ 35ປີ, ຢູ່ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫລວງວຽງຈັນ ເສຍຊີວິດຄາທີ່.


          ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ລົດວີໂກ້ດັ່ງກ່າວ ໄດ້ແລ່ນມາແຕ່ທາງໄຟແດງຕານມີໄຊມຸ້ງໜ້າໄປທາງບ້ານຫ້ວຍຫົງ, ເມື່ອມາຮອດຈຸດເກີດເຫດ ຈຶ່ງໄດ້ຫລົງໄປຢຽບຄັນເລັ່ງ, ຈຶ່ງເຮັດໃຫ້ເກີດການຕຳຊ້ຳຊ້ອນຄືດັ່ງກ່າວ. ປັດຈຸບັນ ຄົນຂັບລົດວີໂກ້ແມ່ນຖືກເຈົ້າໜ້າທີ່ກັກຕົວໄວ້ ເພື່ອສືບສວນ-ສອບສວນຫາສາເຫດ ແລະ ດຳເນີນຄະດີຕາມລະບຽບກົດໝາຍ. ເຈົ້າໜ້າທີ່ ຍັງໄດ້ເຕືອນວ່າ: ປັດຈຸບັນເມົາແລ້ວຂັບມີຈຳນວນເພີ້ມຂຶ້ນເລື້ອຍໆ, ຍ້ອນລະບຽບຈະລາຈອນ ເຮົາບໍ່ທັນເຂັ້ມງວດ ໃນດ້ານນີ້, ຊຶ່ງສະແດງອອກໃຫ້ເຫັນໃນຜ່ານມາ ການກວດກາທາດເຫລົ້າຂອງຜູ້ຂັບຂີ່ແມ່ນມີໜ້ອຍທີ່ສຸດ.

No comments:

Post a Comment