Ad

Ad

30 November 2016

ທະນາຄານແຫ່ງ ສປປ ລາວ ຈະເພີ່ມທະວີການຮ່ວມມືກັບສື່ມວນຊົນໃຫ້ຫລາຍກວ່າເກົ່າ

          ທະນາຄານແຫ່ງ ສປປ ລາວ ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນກັບບັນ ດາສື່ມວນຊົນ ເພື່ອຊອກຫາທາງອອກ ໃນການນຳສະເໜີຂໍ້ມູນຂ່າວສານ ທີ່ມີຄຸນນະພາບ ແລະ ວ່ອງໄວ ຜ່ານສື່ໜັງສືພິມ, ໂທລະພາບ, ວິທະຍຸ ແລະ ອື່ນໆ.
          ກອງປະຊຸມແລກປ່ຽນບົດຮຽນ ດ້ານຂໍ້ມູນຂ່າວສານ ແລະ ການນຳສະເໜີຂ່າວລະຫວ່າງ ທະນາຄານແຫ່ງ ສປປ ລາວ ກັບບັນດາສື່ມວນຊົນ ໄດ້ຈັດຂຶ້ນໃນວັນທີ 29 ພະຈິກນີ້, ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ເພັດສະຖາພອນ ແກ້ວວິຈິດ ຫົວໜ້າຫ້ອງການທະນາຄານແຫ່ງ ສປປ ລາວ, ພ້ອມບັນດາບັນນາທິການສື່ມວນຊົນ
ກ່ຽວຂ້ອງ. ການແລກປ່ຽນຄຳເຫັນຄັ້ງນີ້, ຜູ້ເຂົ້າຮ່ວມສ່ວນໃຫຍ່ໄດ້ເນັ້ນໃສ່ຕໍ່ບົດບາດ ແລະ ສິດໜ້າທີ່, ຄວາມຮັບຜິດຊອບຂອງທະນາຄານແຫ່ງ ສປປ ລາວ ໃນການສະໜອງຂໍ້ມູນຂ່າວສານ ທີ່ເປັນປະໂຫຍດໃຫ້ບັນດາອົງການຈັດຕັ້ງສື່ມວນຊົນເພື່ອນຳໄປເຜີຍແຜ່ ລວມທັງສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງໃຫ້ປະຊາຊົນ, ພະນັກງານທຸກຊັ້ນຄົນໄດ້ຮັບຮູ້ ແລະ ເຂົ້າໃຈວຽກງານຂອງຕົນຫລາຍຂຶ້ນ.

          ໄລຍະຜ່ານມາ, ທະນາຄານແຫ່ງ ສປປ ລາວ ໄດ້ສະໜອງຂໍ້ມູນຂ່າວສານ ທີ່ເປັນປະ ໂຫຍດໃຫ້ສັງຄົມຮັບຮູ້ ເປັນວົງກ້ວາງພໍສົມຄວນ ແຕ່ຖ້າປຽບຄວາມຕ້ອງການຕົວຈິງຖືວ່າຍັງຊັກຊ້າ ໂດຍສະເພາະການອອກມາຕອບໂຕ້ຫາງສຽງບໍ່ດີ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ໂດຍສະເພາະບັນຫາເງິນປອມ, ການລາຍງານອັດຕາດອກເບ້ຍທະນາຄານຂຶ້ນລົງ, ຜົນກະທົບຈາກສະພາການຂອງໂລກ, ໄພເງິນເຟີ້ ແລະ ອື່ນໆ. ນອກຈາກນັ້ນ ບັນດາສື່ມວນຊົນຍັງສະເໜີໃຫ້ທະນາຄານດັ່ງກ່າວ, ຄວນພິຈາລະນາເບິ່ງຊ່ອງທາງອື່ນໆອີກໃນພັດທະນາໂດຍສະເພາະສື່ສັງຄົມອອນລາຍ ແລະ ປັບປຸງເວບໄຊ ຍັງເປັນທ່າແຮງຫລາຍທີ່ສຸດ ເນື່ອງຈາກວ່າປະຊາຊົນຈຳນວນຫລາຍພວມໃຫ້ຄວາມສົນໃຈບໍລິໂພກສື່ເຟສບຸກ, ເວບໄຊ ແລະ ອື່ນໆ.

No comments:

Post a Comment