Ad

Ad

30 November 2016

ລັດຖະມົນຕີກະຊວງການເງິນເນັ້ນຂະແໜງພາສີ-ອາກອນປະສານສົມທົບແໜ້ນກັບຮາກຖານ

          ໃນວັນທີ 28-29 ພະຈິກນີ້ທີ່ແຂວງຈໍາປາສັກ, ກະຊວງການເງິນໄດ້ຈັດກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດ ການຫັນສາຍຕັ້ງວຽກງານພາສີ, ສ່ວຍສາອາກອນ ແລະ ຄັງເງິນແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີຄະນະຊ່ຽວຊານຈາກ ສສ ຫວຽດນາມ ແລະ ຄະນະກົມພະແນກກ່ຽວຂ້ອງຈາກ 6 ແຂວງພາກໃຕ້ ເຂົ້າຮ່ວມ.

          ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ສົມດີ ດວງດີ ໄດ້ເນັ້ນໃຫ້ທຸກພາກສ່ວນເພີ່ມທະວີຄວາມສາມັກຄີເປັນເອກະພາບໃນຂະແໜງການສາຍຕັ້ງກັບອໍານາດການປົກຄອງທ້ອງຖິ່ນ, ປັບ ປຸງຄວາມ
ເຂົ້າໃຈບັນຫາຕ່າງໆ ກ່ຽວກັບວຽກງານໃຫ້ເລິກເຊິ່ງ, ເພີ່ມທະວີວຽກງານກວດກາຮອບດ້ານ ແລະ ຈັດຕັ້ງປະຕິບັດການລົງກວດກາຢ່າງໃກ້ຊິດ, ໂດຍສົບທົບກັບເຈົ້າໜ້າທີ່ ແລະ ອຳນາດການປົກຄອງທ້ອງຖິ່ນ, ກວດກາເກັບກຳຈຳນວນຖານຂໍ້ມູນ ແລະ ການເກັບອາກອນຄືນໃໜ່ເປັນປະຈຳ ເພື່ອຕິດຕາມບັນດາຫ້າງຮ້ານ, ຫົວໜ່ວຍທຸລະກິດທີ່ເກີດຂື້ນໃໜ່ໃຫ້ຄົບຖ້ວນ ແລະ ສະເໜີ ຍ້ອງຍໍພະນັກງານທີ່ມີຜົນງານດີເດັ່ນ, ນັກທຸລະກິດທີ່ປະຕິບັດພັນທະໄດ້ດີ ແລະ ອື່ນໆ ແລະ ເຂັ້ມງວດ ການປະຕິບັດວິໄນຕໍ່ຜູ້ກະທຳຜິດໃຫ້ທັນເວລາ, ບໍ່ປະປ່ອຍໃຫ້ຍືດເຍື້ອຍາວນານ, ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວສະມາຊິກພັກ, ພະນັກງານໃນຂະແໜງການເງິນພ້ອມກັນປະຕິບັດກົດໝາຍໃຫ້ເຂັ້ມງວດ ແລະ ເດັດຂາດຂຶ້ນຕື່ມ, ຮີບຮ້ອນແກ້ໄຂບັນດາຫາງສຽງຂອງສັງ ຄົມວິພາກວິຈານກ່ຽວກັບການປະຕິບັດວຽກງານວິຊາສະເພາະຂອງພະນັກງານພາສີ-ອາກອນໃຫ້ໝົດໄປໂດຍໄວ.

No comments:

Post a Comment