Ad

Ad

30 November 2016

ບັນຫາຢາເສບຕິດຢູ່ນະຄອນຫລວງວຽງຈັນມີຄວາມສ່ຽງເພີ່ມຂຶ້ນ

          ທ່ານ ພົນຈັດຕະວາ ຈັນສະແຫວງ ພີນຄູນທອງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ຫົວໜ້າຄະນະຊີ້ນຳວຽກງານກໍ່ສ້າງຮາກຖານ ນະຄອນຫລວງວຽງຈັນ ໃຫ້ຮູ້ຢູ່ໃນກອງປະຊຸມສະຫລຸບວຽກງານຂອງຕົນເມື່ອບໍ່ດົນນີ້ວ່າ: ພຽງ 6 ເດືອນຕົ້ນປີນີ້, ເຈົ້າໜ້າທີ່ ປກສ ສາມາດແກ້ໄຂເປົ້າໝາຍຢາເສບຕິດຢູ່ນະຄອນຫລວງວຽງຈັນໄດ້ທັງໝົດ 2.224 ຄົນ, ໃນນີ້ເປົ້າໝາຍປະເພດ I ມີ 250 ຄົນ ແລະ ປະເພດ II ມີ 42 ຄົນ ແລະ ສິ່ງນີ້ສະແດງໃຫ້ເຫັນວ່າຢາເສບຕິດໄດ້ແຜ່ຫລາຍໃນສັງຄົມ ແລະ ໄດ້ກາຍເປັນໄພຄຸກຄາມຄວາມບໍ່ສະຫງົບສຸກ ແລະ ຄວາມປອດໄພຂອງສັງຄົມ, ກົດໜ່ວງທວງດຶງການພັດທະນາ
ເສດຖະກິດ-ສັງຄົມຂອງຊາດ, ນຳເອົາຄວາມຫາຍະນະມາສູ່ບຸກຄົນ, ຄອບຄົວ, ສັງຄົມ ພາໃຫ້ເກີດບັນຫາອາດຊະຍາກຳ ແລະ ປາກົດການຫຍໍ້ທໍ້ອື່ນໆ. ສະນັ້ນ ໃນຕໍ່ໜ້ານີ້ຈະໄດ້ສຸມໃສ່ຊີ້ນຳຄະນະບັນຊາທຸກຂັ້ນເພີ່ມທະວີຄວາມເອົາໃຈໃສ່ນຳໃຊ້ມາດຕະການຕ່າງໆ ເພື່ອແກ້ໄຂບັນຫາຢາເສບຕິດຢ່າງເຂັ້ມງວດຄື: (1). ຈັດຕັ້ງເຊື່ອມຊຶມນິຕິກຳຕ່າງໆກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ພະນັກງານ, ນັກຮົບລົງກໍ່ສ້າງຮາກຖານໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ, (2). ສຶກສາອົບຮົມປູກຈິດສຳນຶກໃຫ້ປະຊາຊົນທຸກເພດໄວໃຫ້ເຂົ້າໃຈຕໍ່ຜົນຮ້າຍ ແລະ ຮູ້ວິທີປ້ອງກັນ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຢາເສບຕິດ, (3). ດຳເນີນວຽກງານເກັບກຳສະຖິຕິຂຶ້ນບັນຊີເປົ້າໝາຍທີ່ເຄີຍຖືກຄຸກ, ປ່ອຍຕົວ, ດັດສ້າງໃຫ້ລະອຽດ ເພື່ອຕິດຕາມ, ສຶກສາອົບຮົມ ແລະ ແກ້ໄຂຢ່າງທັນການ, (4). ປຸກລະດົມທຸກພາກສ່ວນເຂົ້າຮ່ວມຂະບວນການສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ຖືເປັນພັນທະໜ້າທີ່ລວມຂອງໝົດທຸກຄົນໃນສັງຄົມ ໂດຍສະເພາະເປັນຫູ-ເປັນຕາຊ່ວຍເຈົ້າໜ້າທີ່ ໂດຍບໍ່ໃຫ້ຖືວ່າການແກ້ໄຂບັນຫາດັ່ງກ່າວເປັນວຽກຂອງເຈົ້າໜ້າທີ່ຕຳຫລວດຝ່າຍດຽວ. ພ້ອມນີ້ ຜູ້ທີ່ຕົກເປັນທາດຢາເສບຕິດບໍ່ຮ້າຍແຮງແມ່ນຕ້ອງສຶກສາອົບຮົມ ແລະ ໃຫ້ອຳນາດການປົກຄອງຕິດຕາມເປັນໄລຍະ, ສ່ວນຜູ້ຕິດຮ້າຍແຮງຕ້ອງໃຊ້ມາດຕະການບັງຄັບສົ່ງໄປບຳບັດປິ່ນປົວ ເພື່ອໃຫ້ກາຍເປັນພົນລະເມືອງດີ. ຄຽງຄ່ກັນນັ້ນ ກໍນຳໃຊ້ມາດຕະການທາງດ້ານລະບຽບກົດໝາຍແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດລາຍຍ່ອຍ ແລະ ລາຍໃຫຍ່ໃຫ້ໝົດໄປຢ່າງຂາດຕົວ.

No comments:

Post a Comment