Ad

Ad

29 November 2016

ງານວາງສະແດງຜະລິດຕະພັນລາວ ຄັ້ງທີ 4 ຈັດຂຶ້ນທີ່ສູນການຄ້າລາວ-ໄອເຕັກ

          ພິທີເປີດງານວາງສະແດງຜະ ລິດຕະພັນລາວ ຄັ້ງທີ 4 ປະຈໍາປີ 2016 ໄດ້ມີຂຶ້ນວັນທີ 28 ພະຈິກນີ້, ທີ່ສູນການຄ້າລາວ-ໄອເຕັກ ນະ ຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາ ຍົກລັດຖະມົນຕີ, ເພື່ອແນໃສ່ຂະຫຍາຍທຸລະກິດ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນເພື່ອປັບປຸງສິນຄ້າ ແລະ ການບໍລິການ ໃຫ້ເປັນທີ່ຍອມຮັບຂອງຕະຫລາດພາຍໃນ ແລະ ສາ ກົນ.

          ໃນໂອກາດນີ້, ທ່ານຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ໄດ້ແຈ້ງໃຫ້ຮູ້ວ່າ: ງານສະແດງປີນີ້, ມີບໍລິສັດເຂົ້າຮ່ວມຫລາຍກ່ວາ 100 ບໍລິສັດ ເຊິ່ງມີຫລາຍຜະ ລິດຕະພັນທີ່ຜະລິດ ແລະ ປະ
ກອບຢູ່ສປປ ລາວ ເຊັ່ນ: ຜະລິດຕະພັນຂະແໜງຫັດຖະກຳ, ຜະລິດຕະພັນອຸດສາຫະກຳ ແລະ ການບໍລິ ການ, ຜະລິດຕະພັນອາຫານ ແລະ ເຄື່ອງດື່ມ, ຜະລິດຕະພັນກະສິກຳ, ໜຶ່ງເມືອງໜຶ່ງຜະລິດຕະພັນ, ຜະລິດຕະພັນອັນຍະມະນີເຄື່ອງປະດັບ ແລະ ເຟີນິເຈີ້ໄມ້. ນອກຈາກນັ້ນ, ຍັງມີຜະລິດຕະພັນທີ່ເປັນເອ ກະລັກຈາກແຂວງຕ່າງໆເຊັ່ນ: ເຄື່ອງຫີນຈາກແຂວງອັດຕະປື, ກາເຟແຂວງຈຳປາສັກ, ຫັດຖະກຳໄມ້ແຂວງເຊກອງ, ສະຫວັນນະເຂດ, ສາລະວັນ, ຄຳມ່ວນ, ບໍລິຄຳໄຊ, ຫັດຖະກຳຫວາຍແຂວງວຽງຈັນ, ເຟີນິເຈີ້ແຂວງໄຊຍະບູລີ, ຜ້າໄໝມ້ອນຊຳ   ເໜືອແຂວງຫົວພັນ, ຫັດຖະກຳຫລວງພະບາງ ແລະ ອື່ນໆ. ເຊິ່ງມີຫ້ອງວາງສະແດງທັງໝົດຫລາຍກ່ວາ 200 ຫ້ອງ.

No comments:

Post a Comment