Ad

Ad

29 November 2016

ລາວຈະແກ້ໄຂຂອດຄຸ້ມຄອງລັດ-ສັງຄົມທີ່ບໍ່ສອດຄ່ອງກົມກຽວ

            ນາຍົກລັດຖະມົນຕີທ່ານ ທອງລຸນ ສີສຸລິດ ໃຫ້ຮູ້ວ່າ: ກອງປະຊຸມລັດຖະບານເປີດກວ້າງຮ່ວມກັບທ້ອງຖິ່ນທີ່ຈະຈັດຂຶ້ນໃນເດືອນທັນວານີ້, ຈະໄດ້ປຶກສາຫາລືກ່ຽວກັບບັນຫາການປະສານງານລະ ຫວ່າງສູນກາງ ແລະ ທ້ອງຖິ່ນເພື່ອແກ້ໄຂການທັບຊ້ອນວຽກງານ ແລະ ແບ່ງຄວາມຮັບພິຊອບບໍ່ຈະແຈ້ງ.

            ການເປີດເຜີຍບັນຫາດັ່ງກ່າວຂອງທ່ານນາຍົກລັດຖະມົນຕີມີຂຶ້ນໃນລະຫວ່າງຕອບຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດຢູ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ລັດຖະບານຈະມີວິທີການແກ້ໄຂແນວໃດໃນຂອດປະສານສົມທົບທີ່ພົວພັນເຖິງການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ລະຫວ່າງຂະແໜງການດ້ວຍກັນ ແລະ ລະຫວ່າງຂະແໜງການກັບທ້ອງ ຖິ່ນທີ່ເຫັນວ່າ
ຍັງບໍ່ທັນກົມກຽວ, ເຮັດໃຫ້ການແກ້ໄຂບັນຫາມີຄວາມຊັກຊ້າ, ສົ່ງຜົນກະທົບຕໍ່ສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ? ຊຶ່ງທ່ານນາຍົກຕອບວ່າ: ບັນຫານີ້ເປັນບັນຫາຊໍາເຮື້ອມາດົນແລ້ວ ແລະ ຈະຕ້ອງໄດ້ປັບປຸງແກ້ໄຂໂດຍໄວ ເພື່ອໃຫ້ການຄຸ້ມຄອງລັດ ແລະ ບໍລິການຮັບໃຊ້ປະຊາ ຊົນມີຄວາມຍຸຕິທໍາ, ໂປ່ງໃສ ແລະ ມີປະສິດທິຜົນ, ຊຶ່ງລັດຖະບານໄດ້ພະຍາຍາມແກ້ໄຂບັນຫານີ້ແຕ່ຫົວທີ, ພາຍຫລັງໄດ້ເຂົ້າມາປະຕິບັດໜ້າທີ່ໂດຍໄດ້ປັບປຸງຊັບຊ້ອນພາລະບົດບາດຂອງຫລາຍຂະແໜງການທີ່ເຫັນວ່າມີການທັບຊ້ອນ, ແບ່ງຄວາມຮັບພິຊອບບໍ່ຈະແຈ້ງ ແລະ ລົບລ້າງຂອດຂັ້ນບໍລິຫານລັດທີ່ເປັນອົງກອນຂອດລະຫວ່າງກາງ, ພ້ອມມອບໜ້າທີ່ຄວາມຮັບພິຊອບ ແລະ ສິດອໍານາດໃຫ້ກະ ຊວງ, ອົງການຕ່າງໆຂັ້ນສູນກາງ ແລະ ຂັ້ນແຂວງຕົກລົງຕັດສີນຕາມພາລະບົດບາດ ແລະ ຂອບເຂດສິດຂອງຕົນຢ່າງເຄັ່ງຄັດ, ພ້ອມນີ້ກໍໄດ້ທົບທວນຄືນບົດຮຽນຂອງລັດຖະບານຊຸດຜ່ານມາທີ່ຖອດຖອນໄດ້ ແລະ ມອບໃຫ້ກະຊວງພາຍໃນເປັນເຈົ້າການສົມທົບກັບຂະແໜງການກ່ຽວຂ້ອງເພື່ອຄົ້ນຄວ້າ ແລະ ປັບປຸງແກ້ໄຂ. ນອກຈາກນີ້ລັດຖະບານຍັງຈະສືບຕໍ່ປັບປຸງ ແລະ ສ້າງນິຕິກໍາລຸ່ມກົດໝາຍ, ເພື່ອສ້າງເງື່ອນໄຂ ແລະ ຊຸກຍູ້ການປະຕິບັດກົດໝາຍໃຫ້ມີປະສິດທິພົນ. 

No comments:

Post a Comment