Ad

Ad

29 November 2016

ລາວ ແລະ ອົງການອາຫານໂລກເພີ່ມທະວີຮ່ວມມືສອງຝ່າຍ

          ວັນທີ 28 ພະຈິກນີ້, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄຳແພງ ໄຊສົມແພງ, ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານນາງ Estharin Cousin ອຳນວຍການໃຫຍ່ຂອງອົງການອາຫານໂລກ (WFP) ໃນໂອກາດເດີນທາງມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ລະຫວ່າງວັນທີ 28-30 ພະຈິກນີ້.
          ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຮ່ວມມືກັບອົງການອາຫານໂລກໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າຄື: ໃນປີ 2007-2009 ກະຊວງ
ແຮງງານສະຫວັດດີການສັງຄົມ ແລະ ອົງການອາຫານໂລກ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອປະຕິບັດໂຄງການປົກປ້ອງ ແລະ ຟື້ນຟູຫລັງໄພພິບັດ, ຊຶ່ງເປົ້າໝາຍການຊ່ວຍເຫລືອແມ່ນ ປະຊາຊົນທີ່ທຸກຍາກ ໃນເຂດຫ່າງໄກສອກຫລີກ, ຜູ້ປະສົບໄພພິບັດທຳມະຊາດ (ພະຍຸເກດສະໜາ) ແລະ ບັນຫາສັດຕູພືດທຳລາຍເຄື່ອງປູກຂອງຝັງຂອງປະຊາຊົນ ແລະ ໃນຜ່ານມາອົງການດັ່ງກ່າວໄດ້ໃຫ້ການຊ່ວຍເຫລືອລັດຖະບານລາວ ໃນການຈັດຕັ້ງຄັງແຮເຂົ້າສຸກເສີນອາຊຽນ ບວກສາມ ໃນປີ 2010 ແລະ ປີ 2013 ຢູ່ແຂວງຫລວງພະບາງ, ສາລະວັນ ແລະ ອັດຕະປື ຈຳນວນ 770 ໂຕນ, ພ້ອມໄດ້ຮ່ວມມືກັນທາງດ້ານວິຊາການ, ໂດຍສະເພາະແມ່ນ ອົງການອາຫານໂລກ ໄດ້ໃຫ້ການສະໜັບສະໜູນວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການ ກ່ຽວກັບການຄຸ້ມຄອງບໍລິຫານສາງ ພ້ອມທັງມອບເງິນຊ່ວຍເຫລືອເຂົ້າໃນການສ້ອມແປງສາງ ມູນຄ່າຫລາຍກວ່າ 190 ລ້ານກີບ ແລະ ໃນໂອກາດນີ້ ທ່ານລັດຖະມົນຕີ ຍັງໄດ້ສະເໜີໃຫ້ອົງ ການອາຫານໂລກ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດຢູ່ບັນດາແຂວງ ແລະ ທ້ອງຖິ່ນຕ່າງໆຂອງລາວໃຫ້ຫລາຍຂຶ້ນ.

          ທ່ານອຳນວຍການອົງການອາຫານໂລກ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານລາວ ທີ່ໃຫ້ການຮ່ວມມືໃນໄລຍະຜ່ານມາ ແລະ ຈະສືບຕໍ່ໃຫ້ການຊ່ວຍເຫລືອປະຊາຊົນທີ່ທຸກຍາກ ແລະ ໄດ້ຮັບຜົນກະທົບຈາກໄພທຳມະຊາດຢູ່ລາວໃຫ້ຫລາຍຂຶ້ນ.

No comments:

Post a Comment