Ad

Ad

29 November 2016

ໂຄງການໝູ່ບ້ານຈັດສັນ Green Resident ກຽມກໍ່ສ້າງເຮືອນຢູ່ຕື່ມອີກ 35 ຫລັງ


         ເຈົ້າຂອງໂຄງການໝູ່ບ້ານຈັດສັນ Green Resident ຕັ້ງຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາວ່າ: ໂຄງການຂອງຕົນໄດ້ຮັບການຕອບຮັບຈາກລູກຄ້າໄດ້ເປັນຢ່າງດີ, ຊຶ່ງມາຮອດປັດຈຸບັນ ໄດ້ມີຜູ້ເຂົ້າມາຈັບຈອງເຮືອນຈັດສັນຂອງຕົນແລ້ວຫລາຍກວ່າ 70%, ພາຍຫລັງກໍ່ສ້າງມາບໍ່ຮອດປີ, ແລະ ຄາດວ່າຈະຕັດສິນໃຈສືບຕໍ່ກໍ່ສ້າງໂຄງການທີ 2 ຂຶ້ນໃນຕົ້ນປີ 2017ນີ້, ຢູ່ບໍລິເວນໃກ້ກັບໂຄງການທີ 1 ທີ່ບ້ານທົ່ງບົ່ງ ແຕ່ໂຄງ ການທີ 2 ຈະມີເຮືອນເພີ່ມພຽງ 35 ຫລັງເທົ່ານັ້ນ, ໂດຍຈະມີແບບໃຫ້ລູກຄ້າເລືອກ, ເມື່ອຖືກໃຈແລ້ວຈຶ່ງຈະເລີ່ມກໍ່ສ້າງ, ຊຶ່ງເຫັນວ່າລັກສະນະນີ້, ອາດຈະເຮັດໃຫ້ບ້ານທີ່ສ້າງຂຶ້ນມາເປັນບ້ານໃນຝັນຂອງລູກຄ້າໂດຍສະເພາະ ແລະ ໃນອະນາຄົດ ໂຄງການບ້ານຈັດສັນ ຈະສືບຕໍ່ຂະຫຍາຍໄປແຫ່ງອື່ນໆຄື: ເຂດບ້ານພະຂາວ ແລະ ເຂດສະໜາມມ້າ, ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໂດຍຈະເຮັດໃຫ້ເປັນໂຄງການທີ່ໃຫຍ່ກວ່າໝູ່ໃນນະຄອນຫລວງວຽງຈັນ.

          ເຈົ້າຂອງໂຄງການໝູ່ບ້ານຈັດສັນດັ່ງກ່າວ ໃຫ້ຮູ້ອີກວ່າ: ໂຄງການນີ້ ເປັນທຸລະກິດອັນໃໝ່ສຳລັບຄອບຄົວ, ໂດຍລິງເຫັນການຂະຫຍາຍຕົວເສດຖະກິດໃນປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ແນໃສ່ຕອບສະໜອງຄວາມຕ້ອງການທີ່ຢູ່ອາໃສຂອງສັງຄົມ ກໍເພີ້ມຂຶ້ນເຊັ່ນກັນ ສຳລັບໂຄງການໝູ່ບ້ານຈັດສັນສີຂຽວນີ້ ຜູ້ເຂົ້າມາຈັບຈອງສ່ວນຫລາຍພະນັກງານ, ລັດຖະກອນ ນັກທຸລະກິດ ລວມໄປເຖິງຊາວຄ້າຂາຍຕ່າງໆໃນຕົວເມືອງ ຍ້ອນໂຄງການຂອງພວກເຮົາມີຫລາຍທາງເລືອກໃຫ້ກັບລູກຄ້າ, ໂດຍການຜ່ອນຊຳລະແບບສະບາຍໃນແຕ່ລະເດືອນຜ່ານທະນາຄານຫລາຍແຫ່ງຕາມແຕ່ລະລູກຄ້າເລືອກຊຳລະ, ພ້ອມນີ້ ຍັງມີລະບົບຮັກສາຄວາມປອດໄພຢ່າງດີເຊັ່ນ: ລະບົບເຕືອນອັກຄີໄພ, ຕິດຕັ້ງກ້ອງວົງຈອນປິດໃນຈຸດສຳຄັນ, ມີພະນັກງານຮັກສາຄວາມປອດໄພ, ມີລະບົບຮັກສາຄວາມສະອາດ, ໂດຍເນັ້ນໃສ່ໃຫ້ເປັນສີຂຽວ, ໃນນັ້ນ ຈະມີການກຳຈັດຂີ້ເຫຍື້ອ 3 ຄັ້ງຕໍ່ອາທິດ, ມີເດີ່ນຫຍ້າສີຂຽວກວມເອົາ 50% ຂອງເນື້ອທີ່ທັງໝົດ, ຄາດວ່າໃນອະນາຄົດ ທຸລະກິດດັ່ງກ່າວຈະກາຍເປັນທີ່ສົນໃຈຂອງປະຊາຊົນຊາວລາວເພີ່ມຂຶ້ນເລື້ອຍໆ, ຊຶ່ງນອກຈາກຈະປະຢັດງົບໃນການກໍ່ສ້າງ ແລະ ຍັງເລືອກບ້ານທີ່ຖືກໃຈໄດ້ຕາມຕ້ອງການອີກດ້ວຍ.

No comments:

Post a Comment