Ad

Ad

29 November 2016

ຄູ່ຮ່ວມມືຢືນຢັນຈະສືບຕໍ່ໃຫ້ການຊ່ວຍເຫລືອລາວບັນລຸການພັດທະນາທີ່ຍືນຍົງ

           ຖະແຫລງການຄູ່ຮ່ວມພັດທະນາເອີຣົບຢູ່ກອງປະຊຸມໂຕະມົນປະຈໍາປີ 2016 ທີ່ສໍາເລັດລົງເມື່ອບໍ່ດົນນີ້ຢູ່ແຂວງວຽງຈັນ ໄດ້ລະບຸໄວ້ວ່າ: ສ ປປ ລາວ ໄດ້ວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ແມ່ນເລັ່ງໃສ່ການຫລຸດຜ່ອນຄວາມແຕກໂຕນດ້ານການພັດທະນາ, ແນໃສ່ສົ່ງເສີມການເຕີບໂຕທີ່ມີຄວາມດຸ່ນດ່ຽງ ແລະ ກວມເອົາທຸກພາກສ່ວນ, ທຸກຄົນໄດ້ຮັບປະໂຫຍດ ແລະ ຍືນຍົງ. ແຕ່ແນວໃດກໍຕາມ, ເປົ້າໝາຍການພັດທະນາທີ່ຍືນຍົງຮອດປີ 2030 ໄດ້ສະແດງໃຫ້ເຫັນສິ່ງທ້າທາຍຫລາຍດ້ານທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ: ດ້ານເສດຖະກິດ, ສັງຄົມ, ສິ່ງແວດລ້ອມ, ການຫລຸດຜ່ອນຄວາມທຸກຍາກ ແລະ ອື່ນໆ, ສະນັ້ນຕ້ອງມີຄວາມພະຍາຍາມຮ່ວມມືກັນຫລາຍຂຶ້ນກວ່າເກົ່າ ແລະ ຜ່ານມາກໍເຫັນວ່າລັດຖະບານໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ແຜນພັດທະນາເສດ ຖະກິດ-ສັງແຫ່ງຊາດ, ໂດຍສະເພາະໃນ
ກອບແຜນງານຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພສະນາການ ເພື່ອແນໃສ່ບັນລຸດັດສະນີໝາຍສາກົນໃນດ້ານການສຶກສາ, ສາທາລະນະສຸກຂອງມະນຸດ (Human Assets Idex) ຊຶ່ງແມ່ນບັນຫາທ້າທາຍຫລາຍທີ່ສຸດໃນບັນດາເງື່ອນໄຂຂອງການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ຄູ່ຮ່ວມພັດທະນາຮັບຮູ້ດີວ່າ: ການລະດົມທຶນຈາກຫລາຍໆແຫລ່ງບວກກັບແຫລ່ງທຶນຂອງ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນການພັດທະນາແມ່ນມີຄວາມຈໍາເປັນທີ່ສຸດ, ໂດຍສະເພາະໃນໄລຍະທີ່ປະເທດພວມມີການຂາດດຸນງົບປະມານ ແລະ ຄວາມສ່ຽງຂອງເສດຖະກິດມະຫາພາກຕໍ່ກັບການປ່ຽນແປງພາຍນອກ, ຄວາມພະຍາຍາມໃນການຮັກສາສະຖຽນລະພາບເສດຖະກິດມະຫາພາກ ແລະ ສິ່ງແວດລ້ອມທີ່ອໍານວຍໃນການດຶງດູດການລົງທຶນແມ່ນມີຄວາມສໍາຄັນ ແລະ ຄູ່ຮ່ວມພັດທະນາຈະໄດ້ປຶກສາຫາລືກັບພາກເອກະຊົນໃນກອງປະຊຸມພາກທຸລະກິດໃນມໍ່ໆນີ້, ເພື່ອຫາວິທີທາງຊຸກຍູ້ສົ່ງເສີມແນວທາງທີ່ເໝາະສົມ ເພື່ອເພີ່ມທະວີຄວາມໂປ່ງໃສດ້ານງົບປະມານ ແລະ ຄວາມຕັ້ງໃຈຂອງບັນດາຄູ່ຮ່ວມພັດທະນາທີ່ຈະສະໜັບສະໜູນການຍົກສູງລະບົບການຄຸ້ມຄອງການເງິນພາກລັດ. ເນື່ອງຈາກວ່າຄວາມໂປ່ງໃສດ້ານງົບປະມານທີ່ມີປະສິດ

ທິພາບແມ່ນເງື່ອນໄຂສໍາຄັນສໍາລັບການສ້າງຄວາມເຊື່ອໝັ້ນອັນແຮງກ້າຕໍ່ປະເທດ ແລະ ແນ່ນອນວ່າສິ່ງນີ້ແມ່ນຈໍາເປັນຕ້ອງມີການປະສານຮ່ວມມືລະຫວ່າງລັດຖະບານ, ຄູ່ຮ່ວມພັດທະນາ, ອົງການຈັດ ຕັ້ງສັງຄົມ ແລະ ພາກເອກະຊົນໃຫ້ຫລາຍຂຶ້ນ.

No comments:

Post a Comment