Ad

Ad

29 November 2016

ລັດຖະມົນຕີແຮງງານເນັ້ນໃຫ້ພະນັກງານເຮັດໜ້າທີ່ມະຫາພາກ ຂອງຕົນໃຫ້ເຂັ້ມແຂງ

          ກອງປະຊຸມສະຫຼຸບວຽກງານການຈັດຕັ້ງປະຕິບັດຂອງຫ້ອງການກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ປະຈໍາປີ 2016, ໄດ້ຈັດຂື້ນເມື່ອທ້າຍອາທິດຜ່ານມານີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມ ແລະ ໂອ້ລົມຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາພະນັກງານຫ້ອງການ.
          ທ່ານຫົວໜ້າຫ້ອງການກະຊວງ, ໄດ້ຂື້ນລາຍງານການເຄື່ອນໄຫວວຽກງານ ໃນສົກປີ 2015-
2016 ຜ່ານມາ, ພ້ອມທັງຍົກໃຫ້ເຫັນດ້ານດີທີ່ຈະຕ້ອງສົ່ງເສີມ, ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ແລະ ຜ່ານແຜນການເຄື່ອນໄຫວວຽກຈຸດສຸມໃນປີ 2017, ຜູ້ລາຍງານໃຫ້ຮູ້ວ່າ: ຫ້ອງການກະຊວງມີພະນັກງານ-ລັດຖະກອນທັງໝົດ 40 ຄົນ ສັງກັດຢູ່ໃນ 7 ພະແນກຄື: ພະແນກບໍລິຫານ ແລະ ພິທີການ, ພະແນກການເງິນ, ພະແນກຂໍ້ມູນຂ່າວ ສານ ແລະ ເຕັກໂນໂລຊີ, ພະແນກຄົ້ນຄວ້າສັງລວມ-ເລຂານຸການ, ພະແນກສົ່ງເສີມ ຄວາມກ້າວໜ້າແມ່ຍິງ, ພະແນກນິຕິກຳ ແລະ ເຮືອນຮັບແຂກ.

          ໃນໂອກາດນີ້, ທ່ານລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ຊຶ່ງທ່ານຍັງໄດ້ເນັ້ນໃຫ້ພະນັກງານເອົາໃຈ ໃສ່ໃນການເຮັດໜ້າທີ່ມະຫາພາກຂອງຕົນໃຫ້ເຂັ້ມແຂງ, ນັບທັງການສ້າງນິຕິກຳ ແລະ ແຜນຄຸ້ມຄອງບໍລິຫານລັດ; ຫັນແນວທາງນະໂຍບາຍຂອງ ພັກ-ລັດມາເປັນແຜນການ, ແຜນງານ, ໂຄງການລະ ອຽດ ພ້ອມທັງເປັນຜູ້ຕິດຕາມ, ກວດກາ ແລະ ປະເມີນຜົນເປັນປະຈຳ, ຜູ້ບໍລິ ຫານຕ້ອງໄດ້ຖືເອົາແບບ ແຜນວິທີເຮັດວຽກແບບລວມສູນປະຊາທິປະໄຕ ບຸກທະລຸທາງດ້ານ ແນວຄິດທີ່ຖືເບົາ ແລະ ຕ້ອງໄດ້ປັບປຸງຕົນເອງໃຫ້ ເປັນວິຊາສະເພາະ, ມີລະບຽບວິໄນ, ເຊິ່ງທັງໝົດນີ້ ຈະເປັນເງື່ອນໄຂພື້ນຖານໃຫ້ແກ່ການ ພັດທະນາບຸກຄະລາກອນໃຫ້ມີປະສິດທິພາບ, ພ້ອມທັງກໍານົດພາລະບົດບາດ, ຂອບເຂດ ສິດ, ໜ້າທີ່ຂອງວຽກຢ່າງຊັດເຈນ ແລະ ປະສານສົບທົບກັບພະແນກອື່ນໆ ເພື່ອຈັດຕັ້ງປະຕິບັດວຽກງານໃນແຕ່ລະດ້ານໃຫ້ປະສົບຜົນສຳເລັດ.

No comments:

Post a Comment