Ad

Ad

29 November 2016

ໂຄງການຂະຫຍາຍອາຄານຜູ້ໂດຍສານສະໜາມບິນສາກົນວຽງຈັນ ມີຄວາມຄືບໜ້າ 6,55%

          ຕາມແຫລ່ງຂ່າວສນັກຂ່າວສນປະເທດລາວ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ໂຄງການຂະ ຫຍາຍອາຄານຜູ້ໂດຍສານສະໜາມບິນສາກົນວຽງຈັນມີຄວາມຄືບໜ້າແລ້ວ 6,55% ພາຍຫລັງລົງມືກໍ່ສ້າງມາແຕ່ຕົ້ນເດືອນທັນວາ 2015 ໂດຍແມ່ນບໍລິສັດຮາຊາມາເອັນໂດຄໍໂປເຣຊັນ ເປັນຜູ້ຮັບເໝົາກໍ່ສ້າງ ລວມມູນຄ່າທັງໝົດ 61 ລ້ານໂດລາສະຫະລັດ, ຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍເດືອນມິຖຸນາ 2018.
             ຫົວໜ້າໂຄງການດັ່ງກ່າວ ໃຫ້ຮູ້ວ່າ: ນີ້ແມ່ນໂຄງການບູລິມະສິດຂອງລັດຖະບານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການການພັດທະນາເສດຖະກິດ-ສັງຄົມຂອງປະເທດໃນໄລຍະໃໝ່ ໂດຍ
ສະເພາະແມ່ນການເພີ່ມຂຶ້ນຢ່າງວ່ອງໄວຂອງຜູ້ໂດຍສານ ດັ່ງນັ້ນ ຈຶ່ງມີຄວາມຈຳເປັນຕ້ອງຂະ ຫຍາຍອາຄານຜູ້ໂດຍສານຕ່າງປະເທດ ແລະ ກໍ່ສ້າງອາຄານພາຍໃນຫລັງໃໝ່, ກໍ່ສ້າງເຮືອນສ້ອມ ແປງສະໜາມບິນ, ສ້າງທາງແວ່ (Taxi way) ເສັ້ນໃໝ່, ປັບປຸງເສັ້ນທາງເຂດບໍລິການ, ບ່ອນຈອດລົດ ແລະ ບັນດາສິ່ງອຳນວຍຄວາມສະດວກຕ່າງໆ ເຊິ່ງມາຮອດປັດຈຸບັນສຳເລັດການທຸບມ້າງ, ຮື້ຖອນສາງສິນຄ້າຫລັງເກົ່າ, ສຳເລັດການຕອກເສົາເຂັມ ແລະ ກໍ່ສ້າງຮາກຖານອາຄານຜູ້ໂດຍສານສາກົນ, ສຳເລັດບາງສ່ວນໃນການຂຸດລອກໜ້າດິນ ບໍລິເວນການກໍ່ສ້າງ ແລະ ສຳເລັດການກໍ່ສ້າງອາຄານພາຍໃນຊົ່ວຄາວ. ສຳລັບໜ້າວຽກທີ່ຈະເຮັດໃນຕໍ່ໜ້າ ແມ່ນສືບຕໍ່ດຳເນີນການກໍ່ສ້າງການຕໍ່ເຕີມອາຄານຜູ້ໂດຍສານສາກົນ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໃຫ້ສຳເລັດ ຕາມແຜນການວາງໄວ້ເປັນຢ່າງດີ.

            ສະໜາມບິນສາກົນວັດໄຕ ມີຈນວນຜູ້ໂດຍສານເພີ່ມຂຶ້ນ 9% ສະເລັ່ຍຈາກໄລຍະ 5 ປີ ຜ່ານມາ, ປັດຈຸບັນ ປະລິມານຂອງຜູ້ໂດຍສານທີ່ເຂົ້າມາໃຊ້ບໍລິການມີປະມານ 950.000 ຄົນ, ເຊິ່ງຄາດວ່າຈຳນວນຜູ້ໂດຍສານຈະເພີ່ມຂຶ້ນເປັນ 2 ລ້ານຄົນໃນປີ 2023 ແລະ 2,8 ລ້ານຄົນໃນ ປີ 2028.

No comments:

Post a Comment