Ad

Ad

29 November 2016

ກອງປະຊຸມສະພາມົນຕີຄະນະກຳມາທິການແມ່ນ້ຳຂອງສາກົນຄັ້ງທີ 23

           ກອງປະຊຸມສະພາມົນຕີຄະນະກມາທິການແມ່ນ້ຳຂອງສາກົນ (ສະພາມົນຕີ ຄມສ) ຄັ້ງທີ 23 ເຊິ່ງໄດ້ຈັດຂຶ້ນໃນວັນທີ 23-24 ພະຈິກ 2016, ທີ່ເມືອງປາກເຊ, ແຂວງຈຳປາສັກພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດ ລ້ອມ, ປະທານຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ແລະ ປະທານສະພາມົນຕີ ຄມສ ສົກປີ 2016 ໄດ້ສຳເລັດຜົນຢ່າງຈົບງາມ, ໂດຍການເຂົ້າຮ່ວມຂອງບັນດາຄະນະຜູ້ແທນຈາກປະເທດສະມາຊິກແມ່ນ້ຳຂອງຄື: ກໍາປູເຈຍ, ລາວ, ຫວຽດນາມ ແລະ ໄທ, ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ, ບັນດາຄູ່ຮ່ວມເຈລະຈາ ແລະ ຄູ່ຮ່ວມພັດທະນາ ປະມານ 80 ທ່ານ.

            ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງ ຄມສ ແລະ ບັນ ດາຄູ່ຮ່ວມເຈລະຈາ, ຄູ່ຮ່ວມພັດທະນາ ແລະ ຂໍ້ລິເລີ່ມຕ່າງໆໃນພາກພື້ນ; ການຈັດຕັ້ງປະຕິບັດຍຸດທະສາດ ການພັດທະນາອ່າງແມ່ນໍ້າຂອງສໍາລັບ ປີ 2016-2020 ແລະ ການສົ່ງເສີມແຜນປະຕິບັດງານແຫ່ງຊາດຂອງວ່າດ້ວຍການຄຸ້ມຄອງອ່າງແມ່ນໍ້າ (NIP) 2016-2020; ການຈັດຕັ້ງປະຕິບັດແຜນວຽກ ຄມສ ປະຈຳປີ 2016 ແລະ ຮ່າງແຜນວຽກ ຄມສ ປະຈຳປີ 2017; ການປັບປຸງອົງກອນ ແລະ ການກະຈາຍວຽກງານຂອງຄະນະກຳມາທິການແມ່ນໍ້າຂອງສາກົນມາຍັງປະເທດສະມາຊິກ ຄມສ ເປັນຜູ້ຮັບຜິດຊອບ; ຄວາມຄືບໜ້າຂອງການດຳເນີນການສຶກສາສະພາມົນຕີວ່າດ້ວຍການຄຸ້ມຄອງ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ; ຮ່າງບົດລາຍງານສະພາບອ່າງແມ່ນ້ຳຂອງ ແລະ ການຈັດຕັ້ງປະຕິບັດບັນດາ 5 ລະບຽບການຂອງ ຄມສ ເປັນຕົ້ນ.
          ກອງປະຊຸມໄດ້ພິຈາລະນາຮັບຮອງ 3 ບັນຫາອັນພື້ນຖານດັ່ງນີ້: ແຜນການຍົກຍ້າຍຫ້ອງການກອງເລຂາ ຄມສ ທີ່ຕັ້ງຢູ່ພະນົມເປັນກຳປູເຈຍມາຢູ່ນະຄອນຫລວງວຽງຈັນ ໂດຍເລີ່ມຂະບວນການຍົກຍ້າຍໃນເດືອນທັນວາ 2016 ທີ່ຈະມາເຖິງນີ້ ແລະ ໃຫ້ສຳເລັດໃນທ້າຍເດືອນກຸມພາ ປີ 2017, ສ່ວນສູນຄຸ້ມຄອງ ແລະ ຫລຸດຜ່ອນໄພນໍ້າຖ້ວມແມ່ນສືບຕໍ່ຢູ່ພະນົມເປັນກຳປູເຈຍ, ການຍົກຍ້າຍດັ່ງ ກ່າວແມ່ນການຜັນຂະຫຍາຍເນື້ອໃນຈິດໃຈການຕົກລົງລະຫວ່າງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີິແຫ່ງ ສປປ ລາວ ແລະ ທ່ານ ສົມເດັດ ຮຸນແຊນ ນາຍົກລັດຖະມນຕີແຫ່ງຣາຊະອານາ ຈັກກໍາປູເຈຍ ໃນເດືອນສິງຫາ 2016. ແຜນວຽກ ຄມສ ປະຈຳປີ 2017 ແລະ ບົດແນະນໍາດ້ານວິຊາການໃນການຈັດຕັ້ງປະຕິບັດລະບຽບການ ວ່າດ້ວຍຄຸນນະພາບນໍ້າ ເຊິ່ງໄດ້ປຶກສາຫາລືມາເປັນເວລາ 5 ປີ.
          ພ້ອມດຽວກັນນີ້, ບັນດາຄູ່ຮ່ວມພັດທະນາໄດ້ຢືນຢັນການສືບຕໍ່ໃຫ້ການສະໜັບສະໜູນການ ຈັດຕັ້ງປະຕິບັດແຜນຍຸດທະສາດ 5 ປີ (2016-2020) ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ. ນອກຈາກນີ້,ໃນກອງປະຊຸມສະພາມົນຕີ ຄມສ ຄັ້ງທີ 23 ຍັງມີການພົບປະສອງຝ່າຍລະຫວ່າງລາວ-ກໍາປູເຈຍ, ລາວ-ໄທ ແລະ ລາວ-ຫວຽດນາມ ເພື່ອຮັດແໜ້ນເສີມຂະຫຍາຍການຮ່ວມມືລະຫວ່າງ 2 ກະຊວງ ແລະ ຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ.

           ໃນວັນທີ 25 ພະຈິກນີ້ຄະນະກໍາມະການແມ່ນໍ້າຂອງແຫ່ງຊາດລາວ ໄດ້ນຳພາຄະນະຜູ້ແທນກອງປະຊຸມລົງຢ້ຽມຢາມການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າດອນສະໂຮງເພື່ອໃຫ້ບັນດາຄະນະຜູ້ແທນໄດ້ຮັບຊາບຂໍ້ມູນທີ່ຖືກຕ້ອງຊັດເຈນກວ່າເກົ່າ.

No comments:

Post a Comment