Ad

Ad

23 November 2016

10 ປີ CRI ໄດ້ສະໜອງຂໍ້ມູນຂ່າວສານທີ່ມີປະໂຫຍດຢູ່ລາວ

          ວັນທີ 21 ພະຈິກນີ້, ອຳນວຍການສະຖານີວິທະຍຸສາກົນແຫ່ງປະເທດຈີນ (CRI)  ປະຈຳລາວ, ໄດ້ຖະແຫລງຕໍ່ສື່ມວນຊົນເນື່ອງໃນໂອກາດລະນຶກວັນສ້າງຕັ້ງຄົບຮອບ 10 ປີວ່າ: ສະຖານີວິທະຍຸດັ່ງກ່າວໄດ້ເລີ່ມອອກອາກາດຢ່າງເປັນທາງການຢູ່ນະຄອນຫລວງວຽງຈັນ ໃນເດືອນພະຈິກປີ 2006, ດ້ວຍລະບົບ FM93MHz, ໂດຍການກະຈາຍສຽງເປັນພາສາລາວມື້ລະ 19 ຊົ່ວໂມງ, ລວມມີ 20 ລາຍການເຊັ່ນ: ລາຍການຂ່າວ, ສາລະໜ້າຮູ້, ລາຍການບັນເທີງ ແລະ ອື່ນໆ. ປັດຈຸບັນ ສະຖານີວິທະຍຸແຫ່ງນີ້ແມ່ນໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຟັງຢ່າງຫລວງຫລາຍ, ໂດຍສະເພາະ ລາຍການລົມສະ ບາຍ 93, ຊີອາໄອ ລົມຂ່າວ, ຍຸ້ມເປີ້ຍຕໍ່ອາຍຸ, ເບິ່ງເມືອງຈີນ ແລະ ລາຍການອື່ນໆຕາມລຳດັບ. ແລະ ມາຮອດປີ 2011 ສຳນັກງານໃຫຍ່ຂອງຊີອາໄອ ປະຈຳລາວ ຈຶ່ງໄດ້ເຂົ້າສ້າງຕັ້ງຂຶ້ນ, ທີ່ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຈົນມາເຖິງປັດຈຸບັນນີ້.


          ຜູ້ອຳນວຍການກ່າວວ່າ: ສະຖານີວິທະຍຸ ຊີອາໄອ ເປັນສ່ວນໜຶ່ງໃນບັນດາສື່ມວນຊົນລາວເຊັ່ນກັນ, ຊຶ່ງສະແດງອອກ ໃນການເຜີຍແຜ່ຂໍ້ມູນຂ່າວສານຂອງລາວ ແລະ ຈີນ ໃຫ້ປະຊາຊົນທັງສອງຊາດໄດ້ຮັບຮູ້ຢ່າງກ້ວາງຂວາງທົ່ວເຖິງ, ພ້ອມທັງເປັນສື່ກາງແຫ່ງການພົວພັນຮ່ວມມືລະຫວ່າງປະຊາຊົນສອງຊາດຫລາຍຂຶ້ນ. ສຳລັບຂໍ້ມູນຂ່າວສານຕ່າງໆຂອງລາວ ແລະ ຈີນທີ່ສະຖານີວິທະຍຸໄດ້ນຳສະເໜີຜ່ານຄື້ນວິທະຍຸ FM93MHz ແລ້ວ, ຍັງສາມາດຮັບຟັງວິທະຍຸຜ່ານມາອຸປະກອນເສີມ ຫລື ແອັບໃນໂທລະສັບມືຖືສະມາດໂຟນຂອງຜູ້ຟັງໄດ້ຕື່ມອີກ ແລະ ຍັງມີວາລະສານພາເພີນ, ຊຶ່ງໄດ້ເລີ່ມພິມຈຳໜ່າຍໃນຕົ້ນປີ 2013, ເປັນລາຍເດືອນ, ລວມ ມີ 84 ໜ້າ, ໂດຍມີຍອດພິມຈຳໜ່າຍເດືອນລະໜື່ນຫົວ, ເນື້ອໃນແມ່ນໄດ້ລວບລວມເອົາວັດທະນະທຳຈີນ, ການໄປມາຫາສູ່ກັນລະຫວ່າງລາວ-ຈີນ, ຂ່າວໂລກ, ແຟຊັນ, ການບັນເທິງ  ແລະ ອື່ນໆ ເປັນພາສາລາວ-ຈີນ ສະຫລັບກັນໄປ. ນອກນີ້ ທາງສະຖານີ ຍັງໄດ້ສ້າງເຟສບຸກຂອງຕົນຕື່ມອີກຢ່າງຫລວງຫລາຍເຊັ່ນວ່າ: Cri-FM93, ລາຍການສອງສ່ຽວ, ລາຍການກິນທີ່ນີ້ທ່ຽວທີ່ນີ້ ແລະ ລາຍການກະວີເພື່ອເຈົ້າ, ຊຶ່ງມີຜູ້ເຂົ້າຮ່ວມຊົມປະມານ 4 ແສນກວ່າຄົນ, ພ້ອມທັງມີວີແຊັດຂອງສະຖານີຄື: cri_lao ໄດ້ເປີດການນຳໃຊ້ໃນເດືອນຕຸລາ 2014 ຜ່ານມານີ້, ເປັນພາສາລາວ ແລະ ພາສາຈີນໄປພ້ອມໆກັນ.

No comments:

Post a Comment