Ad

Ad

23 November 2016

ສານນະຄອນຫລວງຕັດສີນລົງໂທດຜູ້ຄ້າຢາເສບຕິດຫລາຍຄົນ

           ໃນວັນທີ 21 ພະຈິກນີ້, ຄະນະສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ລົງຕັດສີນຄະດີຢູ່ຄ້າຍຄຸມຂັງ-ດັດສ້າງນາໄຫ-ນາໂນ ປະກອບມີ: ທ້າວ ບຸນທໍາ ອາຍຸ 34 ປີຢູ່ບ້ານຖິ່ນຕົມເມືອງຫາດຊາຍຟອງ, ທ້າວ ອາວຸດ ອາຍຸ 20 ປີຢູ່ບ້ານນໍ້າກ້ຽງ, ທ້າວ ມົນຕີ ອາຍຸ 23 ປີຢູ່ບ້ານດ່ານຊີເມືອງນາຊາຍທອງ, ທ້າວ ຂັນທອງ ອາຍຸ 32 ປີຢູ່ບ້ານໂຊກນ້ອຍ, ທ້າວ ທອງຄູນ ອາຍຸ 55 ປີຢູ່ບ້ານນາຄວາຍໃຕ້, ທ້າວ ສິງ ອາຍຸ 21 ປີຢູ່ບ້ານຊຽງດາເມືອງໄຊເສດຖາ, ນາງ ທອງຂັນ ອາຍຸ 52 ປີຢູ່ບ້ານທ່າມ່ວງເມືອງຫາດຊາຍ
ຟອງ, ທ້າວ ບຸນເກີດ ອາຍຸ 19 ປີຢູ່ບ້ານສີເກີດເມືອງນາຊາຍທອງ, ທ້າວ ໄຊຊະນະ ອາຍຸ 19 ປີຢູ່ບ້ານໜອງດ້ວງທົ່ງ, ທ້າວ ໄພ່ ອາຍຸ 25 ປີ ແລະ ນາງ ນິກ ອາຍຸ 21 ປີຢູ່ບ້ານປາກທ້າງເມືອງສີໂຄດຕະບອງໃຫ້ຈໍາຄຸກຜູ້ລະ 5 ປີພ້ອມປັບໃໝ 10 ລ້ານກີບ ແລະ ສ່ວນທ້າວ ໄມມັງ ອາຍຸ 43 ປີຢູ່ບ້ານໂພນທອງເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ແມ່ນໃຫ້ຈໍາຄຸກເປັນເວລາ 7 ປີເຄິ່ງພ້ອມປັບໃໝ 55 ລ້ານກີບໃນຂໍ້ຫາຄ້າຂາຍຢາເສບຕິດ ໂດຍພວກກ່ຽວຖືກເຈົ້າໜ້າທີ່ແຕ່ລະເມືອງຈັບຕົວມາດໍາເນີນຄະດີໃນລະຫວ່າງປີ 2015-2016 ຍ້ອນມົ້ວສຸມເສບ ແລະ ຄ້າຂາຍຢາເສບຕິດປະເພດຢາບ້າ, ເຮໂລອິນ ແລະ ອື່ນໆ.

No comments:

Post a Comment