Ad

Ad

23 November 2016

ເວົ້າແລ້ວຕ້ອງພ້ອມກັນເຢີກ

ໂດຍ : ຄຳເຜີຍ ສີຊະນະມຸງຄຸນ
          ກອງປະຊຸມສະພາແຫ່ງຊາດຊຸດທີ 8 ຄັ້ງທີ 2 ໄດ້ສເລັດລົງດ້ວຍຜົນອັນຈົບງາມໃນທ້າຍ ອາທິດຜ່ານມານີ້, ພາຍຫລັງດຳເນີນມາ 20 ວັນ. ເທົ່າທີ່ຜູ້ຂຽນໄດ້ຕິດຕາມທາງສື່ຕັ້ງແຕ່ຕົ້ນຮອດປາຍເຫັນວ່າມີລັກສະນະກ້າວໜ້າໃນຫລາຍດ້ານ ໂດຍສະເພາະແມ່ນໄດ້ຮັບຮອງເອົາກົດໝາຍຫລາຍສະບັບທັງໃໝ່ ແລະ ປັບປຸງເຊັ່ນ: ກົດໝາຍສື່ມວນຊົນ, ກົດໝາຍຄຸ້ມຄອງທາດເຄມີ ແລະ ກົດໝາຍອື່ນໆ ແລະ ໂຕອັນສຳຄັນແມ່ນໄດ້ວາງ 8 ນະໂຍບາຍ ເພື່ອກະຕຸ້ນເສດຖະກິດຂອງຊາດສະເພາະປີ 2017 ແລະ ຄາດຄະເນວ່າຮອດປີ 2020 ເສດຖະກິດລາວເຮົາຈະເລີ່ມເຂົ້າສະພາບປົກກະຕິວ່າຊັ້ນ !. ສະເພາະປີ 2017 ຈະພະຍາຍາມເຮັດໃຫ້ເສດຖະກິດມະຫາພາກຂະຫຍາຍຕົວບໍ່ໃຫ້ຫລຸດ 7%. ນອກຈາກນັ້ນ ກໍ ຍັງມີບັນຫາອື່ນທີ່ຕ້ອງໄດ້ແກ້ ເຊິ່ງມີການກ່ຽວພັນເຖິງອະນາຄົດຂອງຊາດໃນສາມຂົງເຂດໃນກອບຂອງສະພາແຫ່ງຊາດ ເປັນຕົ້ນໃນຂົງເຂດນິຕິບັນຍັດ, ຂົງເຂດບໍລິຫານ ແລະ ຕຸລາການ. ຕາມຜູ້ຂຽນວ່າສຳລັບປີ 2016 ແມ່ນເປັນປີ
ເລີ່ມຕົ້ນ, ເປັນປີຈັ້ງທ່າ ແລະ ເລີ່ມແລກແຮກໝານຂອງລັດຖະບານຊຸດທີ 8 ແຕ່ກໍເຫັນວ່າ ໃນປີ 2016 ເປັນປີເງິນປີທອງ ມີກິດຈະການຫລາຍຢ່າງນັບທັງພາຍໃນ ແລະ ຕ່າງປະເທດ ແລະ ພວກເຮົາຕ້ອງໄດ້ພ້ອມກັນເຢີກ ເຊິ່ງກ່ອນອື່ນໝົດແມ່ນພ້ອມກັນຫັນເອົາມະຕິ 10 ຂອງພັກເຂົ້າສູ່ລວງເລິກ, ພ້ອມກັນນຳເອົາແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງລັດໃຫ້ປາກົດຜົນເປັນຈິງນັບແຕ່ຂັ້ນກົມກອງທ້ອງຖິ່ນ ແລະ ຮາກຖານຂຶ້ນມາຮອດຂັ້ນສູນກາງ ເຊິ່ງກ່ອນອື່ນໝົດແມ່ນນຳເອົາເນື້ອໃຈຈິດໃຈຂອງກອງປະຊຸມສະພາຊຸດທີ 8 ຄັ້ງທີ 2 ໄປ ຈັດຕັ້ງຜັນຂະຫຍາຍໃຫ້ມີຜົນສຳເລັດໃຫຍ່ຫລວງໃນນີ້ໂຕທີ່ເຮົາຈະຕ້ອງໄດ້ລົງມືກ່ອນແມ່ນ 8 ນະໂຍບາຍກະຕຸ້ນເສດຖະກິດປີ 2017.
          ຕາມເຮົາວ່າໃນແຜນນະໂຍບາຍທຸກຢ່າງຂອງພັກກໍຄືລັດຖະບານໄດ້ວາງອອກແຕ່ລະໄລຍະຖ້າພວກເຮົາພ້ອມກັນເຢີກແລ້ວທຸກສິ່ງຢ່າງມັນກໍຈະກັບເກີດເປັນຈິງຕາມຄວາມມຸ່ງຫວັງ. ປັດຈຸບັນພວກເຮົາມີບ່ອນອີງ, ມີສາມເສົ້າຄ້ຳອັນແໜ້ນແກ່ນຄືມີພັກນຳ ພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ. ໃນ 40 ກວ່າປີຜ່ານມານີ້, ເວົ້າເຖິງພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດພວກເຮົາໄດ້ຮັບໄຊຊະ ນະຢ່າງໃຫຍ່ຫລວງ ເຊິ່ງບໍ່ມີເຈົ້າໃດ, ບຸກຄົນໃດ ຫລື ພັກໃດເຮັດໄດ້ໃນສາມສີ່ສະຕະວັດຜ່ານມາ. ແຕ່ຄຽງຄູ່ກັນນັ້ນ ກໍມີບາງອັນທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ ໂດຍສະເພາະຂອດບໍລິຫານຄຸ້ມຄອງເສດຖະ ກິດບາງຢ່າງມັນບໍ່ໄປຕາມເວົ້າ ແລະ ບໍ່ໄປຕາມກອບຂອງກົດໝາຍ ເບິ່ງຢ່າງໜຶ່ງຄືພາກັນສະແດງລະ ຄອນຢູ່ຫລັງເວທີ ຈຶ່ງເປັນສາເຫດໃຫ້ການຄຸ້ມຄອງເສດຖະກິດມະຫາພາກມີຄວາມສັບສົນຫຍຸ້ງຍາກ. ອັນຕົ້ນຕໍແມ່ນການເກັບລາຍຮັບເຂົ້າງົບປະມານບໍ່ໄປເຖິງເປົ້າ. ນອກຈາກນັ້ນ ກໍມີເລື່ອງໄມ້, ເລື່ອງພາສີອາກອນ, ເລື່ອງ ດິນ, ເລື່ອງເງິນ ແລະ ອື່ນໆ.
          ຕາມຜູ້ຂຽນວ່າປັດໄຈ ແລະ ເງື່ອນໄຂທີ່ມັນເກີດຂຶ້ນນັ້ນ ກໍມາຈາກເຮົາເອງພາກັນເຮັດລາມພະລາມຈົວບໍ່ເດັດບໍ່ຂາດ, ບໍ່ໄປຕາມຕົວບົດກົດໝາຍ, ທັນໃຜທັນເຮັດ, ທັນໃຜທັນເອົາຈຶ່ງເປັນເຫດໃຫ້ເຮົາເອງມີຜົນໄປຕາມໆກັນ ໂດຍສະເພາະພະນັກງານລຸ່ມ ແລະ ຮາກຖານ. ມາຮອດປັດຈຸບັນຍັງພໍໄຄແດ່ແຕ່ພວກເຮົາພາກັນເຫັນບັນຫາສະດຸ້ງຕື່ນດ້ວຍກົນໄກອັດຕະໂນມັດ. ແຕ່ຖ້າຫາກແກ່ຍາວໄປອີກຫ້າປີສິບປີ ຂ້າງໜ້າ ເຮົາວ່າຢ້ານໄມ້ກໍໝົດ, ດິນກໍໝົດ, ເງິນກໍໝົດ ຍິ່ງຈະເຮັດໃຫ້ພວກເຮົາປະສົບບັນຫາຫຼາຍດ້ານ.

          ມາເຖິງວັນນີ້, ສະພາບການຫລາຍຢ່າງມັນໄດ້ປ່ຽນໄປ. ສິ່ງສຳຄັນເຮົາມີພັກນຳພາ, ມີລັດຖະ ບານຊຸດທີ 8 ຈະໄດ້ພ້ອມພາກັນ ເຢີກເຖິງປີ 2020 ຫາປີ 2030 ພວກເຮົາກໍຈະໄດ້ເຫັນອັດສະວິນ ຂອງປະເທດ.

No comments:

Post a Comment