Ad

Ad

22 November 2016

ສະຫະພັນກາແດງສາກົນຈະເພີ່ມທະວີຊ່ວຍເຫລືອລາວຫລາຍຂຶ້ນ

          ໃນວັນທີ 21 ພະຈິກນີ້, ຄະນະຜູ້ແທນຂັ້ນສູງຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ນຳໂດຍທ່ານ ຄາດາເຕຣູ ໂຄໂນ້ (Kadateru Konoe) ປະທານສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ທັງເປັນປະທານອົງການກາແດງຍີ່ປຸ່ນ, ພ້ອມຄະນະ ໄດ້ເດີນ ທາງມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດ, ຊຶ່ງການຢ້ຽມຢາມຄັ້ງນີ້ ໄດ້ພົບປະກັບອົງການກາ ແດງລາວ, ໂດຍການຕ້ອນຮັບຂອງທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການແດງລາວ, ຊຶ່ງທັງສອງຝ່າຍໄດ້ລາຍງານສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານມະນຸດສະທຳ, ພ້ອມທັງປຶກສາຫາລືບາງວຽກງານຄື:
ວຽກງານຊ່ວຍເຫລືອບັນເທົາທຸກ, ລະບົບສາງ ແລະ ການຂົນສົ່ງ, ປະຖົມພະຍາ ບານ, ຊ່ວຍເຫລືອອຸປະຕິໄພຕ່າງໆ, ວຽກງານເລືອດ ແລະ ວຽກງານລະດົມຂົນຂວາຍແຫລ່ງທຶນ ເພື່ອໃຫ້ບໍລິການປະຊາຊົນບັນດາເຜົ່າໄດ້ທົ່ວເຖິງ ແລະ ສອດຄ່ອງກັບຈິດໃຈມະນຸດສະທຳຕາມ 7 ຫລັກການຂອງຂະບວນການກາແດງສາກົນ.

          ປະທານສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ຍັງຈະໄດ້ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງປະເທດ ເພື່ອຫາລືເຖິງວຽກງານມະນຸດສະທຳ ແລະ ການຊ່ວຍເຫລືອສະໜັບສະໜູນຂອງຕົນຕໍ່ ສປປ ລາວ. ຫລັງຈາກນັ້ນ ກໍຈະໄດ້ສືບຕໍ່ຢ້ຽມຢາມອົງ ການກາແດງແຂວງຫລວງພະບາງ, ພ້ອມ ທັງສະໜັບສະໜູນ ແລະ ໃຫ້ການຊ່ວຍເຫລືອປະຊາຊົນຜູ້ດ້ອຍໂອກາດອື່ນໆອີກ.

No comments:

Post a Comment