Ad

Ad

22 November 2016

ທຫລ ຈະຕັ້ງຜັນຂະຫຍາຍບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ຕໍ່ວຽກງານຈັດຕັ້ງເຂົ້າສູ່ຕົວຈິງ

    ໃນວັນທີ 21 ພະຈິກນີ້, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງເຜີຍແຜ່ເນື້ອໃນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ X ໂດຍການເປັນປະທານຂອງທ່ານ ສົມພາວ ໄຟສິດ ຜູ້ວ່າການທະນາ ຄານແຫ່ງ ສປປ ລາວ.

     ກອງປະຊຸມໄດ້ນເອົາບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X ທີ່ສຳເລັດລົງເມື່ອທ້າຍເດືອນສິງຫາຜ່ານມາ ເພື່ອໃຫ້ສະມາຊິກພັກ, ພະນັກງານຫລັກແຫລ່ງ ທຫລ ກຳໄດ້ເນື້ອໃນ ແລະ ຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງມີປະສິດທິພາບ, ໂດຍ
ສະເພາະຍົກໃຫ້ເຫັນດ້ານວຽກງານປັບປຸງກົງຈັກບໍລິຫານລັດ ເຊິ່ງແມ່ນໜຶ່ງເນື້ອໃນ ແລະ ອົງປະກອບຂອງສີ່ບຸກທະລຸ, ຊຶ່ງໄດ້ຕີລາຄາວ່າ: ພວກເຮົາບໍ່ສາມາດປະຕິເສດໄດ້ວ່າຄວາມອ່ອນແອ ແລະ ຄວາມສັບສົນຫຍຸ້ງເຫຍີງຂອງລະບົບກົງຈັກການຈັດ ຕັ້ງ ແລະ ກົນໄກຄຸ້ມຄອງ-ບໍລິຫານໃນຊຸມປີຜ່ານມານັ້ນໄດ້ກາຍເປັນຕົວບັນທອນຕົ້ນຕໍຂອງການສ້າງຄວາມເຂັ້ມແຂງໃນການພັດທະນາເສດຖະກິດ-ສັງຄົມພວກເຮົາ ທັງເປັນຊ່ອງຫວ່າງໃຫ້ແກ່ການເກີດປາກົດການຫຍໍ້ທໍ້ໃນທົ່ວລະບົບການເມືອງ, ຍິ່ງການແກ້ໄຂບັນຫາໃນຊຸມປີຜ່ານມາຢູ່ໃນສະພາບບໍ່ໄປບໍ່ມາຍິ່ງກັດເຊາະຄວາມເຊື່ອໝັ້ນຂອງມະຫາຊົນ ແລະ ກຳລັງແຮງຂອງພັກ. ດັ່ງນັ້ນ ຈຶ່ງເປັນບັນຫາຮີບດ່ວນທີ່ຕ້ອງແກ້ໄຂຢ່າງຈິງຈັງນັບແຕ່ນີ້ເປັນຕົ້ນໄປ ເຊິ່ງກ່ອນອື່ນຕ້ອງດຳເນີນການສັບຊ້ອນກົງຈັກການຈັດຕັ້ງຄືນໃໝ່ ໂດຍໃຫ້ຮັບປະກັນ 5 ດ້ານຄື: (1). ກົງຈັກບໍ່ໃຫຍ່, ຕຳແໜ່ງເໝາະສົມ, ພາລະບົດບາດຈະແຈ້ງຄົບຖ້ວນ, ບໍ່ຊ້ຳຊ້ອນກ້າວກ່າຍກັນ (2). ສ້າງລະບົບກົນໄກ ແລະ ມີແບບແຜນວິທີເຮັດວຽກທີ່ດີ, ມີລັກສະນະໂລ່ງລ່ຽນ, ວ່ອງໄວມີປະສິດທິພາບ (3). ສາມາດຂັບເຄື່ອນສອດຄ່ອງຕາມແນວທາງ, ແຜນນະໂຍບາຍ ແລະ ລະບຽບກົດໝາຍ (4). ໂປ່ງໃສ, ກວດສອບໄດ້ ແລະ (5). ບໍລິການຮັບໃຊ້ຢ່າງສຸດໃຈ, ບໍ່ອາດຍາສິດ ແລະ ບົນພື້ນຖານນັ້ນຕ້ອງຄົ້ນຄວ້າຢ່າງຮອບຄອບ ແລະ ກຳນົດມາດຕະການສັບຊ້ອນພະນັກງານຄືນໃໝ່ຢ່າງເໝາະສົມ ໂດຍແກ້ໄຂບາງບັນຫາຕົ້ນຕໍຄື: (1). ຫລຸດຕຳແໜ່ງງານ ແລະ ຈຳນວນຄົນໃນຂົງເຂດບໍລິຫານຕິດພັນກັບການສ້າງລະບົບທີ່ເໝາະສົມ ເພື່ອຫັນເປັນທັນສະໄໝໂດຍໄວ (2). ຫັນພະນັກງານຈາກຂົງເຂດບໍລິຫານໄປເພີ່ມເຂົ້າໃນຂົງເຂດຄົ້ນ ຄວ້າວິໄຈ ຫລື ຫັນສູ່ຂົງເຂດການຜະລິດທຸລະກິດ ແລະ (3). ຫັນພະນັກງານສູ່ຮາກຖານຢ່າງຈິງຈັງ ເພື່ອເປັນພະນັກງານນຳພາ ຫລື ກາຍເປັນນັກພັດທະນາກອນຢູ່ຮາກຖານ ແລະ ມີນະໂຍບາຍຮອງຮັບທີ່ເໝາະສົມ. ອັນສຳຄັນພະນັກງານຫລັກແຫລ່ງນຳພາແຕ່ລະຂັ້ນຕ້ອງເປັນແບບຢ່າງນຳໜ້າ, ເຮັດແທ້ທຳຈິງ, ປະຕິບັດຢ່າງຖືກຕ້ອງພາວະວິໄສ, ຫລີກເວັ້ນລັກສະນະຈູ້ມເຈືອເຊື້ອສາຍ, ພັກພວກ ແລະ ຜູ້ທີ່ເຮັດວຽກງານຈັດຕັ້ງຕ້ອງມີຄວາມຊື່ສັດ, ເປັນທຳ, ບໍ່ອັກຄະຕິເພື່ອປະຕິບັດງານດ້ວຍຄວາມຖືກຕ້ອງ, ທ່ຽງທຳ ແລະ ໂປ່ງໃສ.

No comments:

Post a Comment