Ad

Ad

22 November 2016

ສະພາສະເໜີຫລາຍມາດຕະການໃຫ້ລັດຖະບານເອົາໃຈໃສ່ໃນປີ 2017

    ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດຈົບງາມ ເມື່ອທ້າຍອາທິດຜ່ານມາ ແລະ ໜຶ່ງໃນຫລາຍບັນຫາທີ່ກອງປະຊຸມເທື່ອນີ້ໄດ້ຮັບຮອງເອົາແມ່ນ 10 ນະໂຍບາຍ ແລະ ມາດຕະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ 2017 ຕາມການສະເໜີຂອງລັດຖະບານ, ພ້ອມທັງສະເໜີໃຫ້ລັດຖະບານເອົາໃຈໃສ່ບັນດາມາດຕະການເພີ່ມຕື່ມຈຳນວນໜຶ່ງຄື: (1). ເອົາໃຈໃສ່ຈັດສັນງົບປະມານການລົງທຶນຂອງລັດລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ສອດຄ່ອງ ແລະ ເໝາະສົມ, (2). ກວດຄືນບັນດາໂຄງການເປົ້າໝາຍຂອງລັດຖະບານທີ່ໄດ້ຮັບອະນຸຍາດໃຫ້ຈັດຕັ້ງປະຕິບັດຜ່ານມາ, ໂຄງການນອກແຜນທີ່ສະພາແຫ່ງຊາດຮັບຮອງ, ໂຄງ ການບໍ່ມີປະສິດທິຜົນ
ຫລື ບໍ່ມີຜົນຕອບແທນສູງກໍຄວນໂຈະໄວ້ກ່ອນຈົນກວ່າສະພາບການເງິນຂອງລັດຈະມີຄວາມຄ່ອງຕົວ, (3). ຈັດຕັ້ງໂຄງການສົ່ງເສີມການຜະລິດສິນຄ້າລະດັບຊາດ, ປັບປຸງຄຸນນະພາບການຜະລິດ, ພັດທະນາສິນຄ້າທີ່ເປັນທ່າແຮງ ແລະ ຜະລິດຕະພັນທີ່ມີຍີ່ຫໍ້ສິນຄ້າລາວ, ພ້ອມທັງສົ່ງເສີມດ້ານການຕະຫລາດພາຍໃນ ແລະ ສົ່ງອອກດ້ວຍນະໂຍບາຍຊ່ວຍໜູນຫົວໜ່ວຍທຸລະກິດດ້ານວິຊາການ, ການເຂົ້າຫາແຫລ່ງທຶນ ແລະ ຕະຫລາດ, (4). ຈັດຕັ້ງນະໂຍບາຍສົ່ງເສີມການລົງທຶນຜະລິດທຸລະກິດຂອງທຸກພາກສ່ວນເສດຖະກິດ, ດຶງດູດການລົງທຶນຂອງພາກເອກະຊົນທັງຢູ່ພາຍໃນ ແລະ ຕ່າງປະເທດໃຫ້ມີຄຸນນະພາບ ໂດຍຫລຸດຜ່ອນການເອື່ອຍອີງຊັບພະຍາກອນທຳມະຊາດເປັນຕົ້ນຕໍ, (5). ສ້າງເງື່ອນໄຂໃຫ້ວິສາຫະກິດຈຸລະພາກ, ຂະໜາດນ້ອຍ ແລະ ກາງ (SME) ທີ່ເປັນພື້ນຖານຂອງເສດຖະກິດແຫ່ງຊາດໃຫ້ໄດ້ຮັບການພັດທະນາ ເພື່ອຫັນເປັນອຸດສາຫະກຳ ແລະ ທັນສະໄໝຢ່າງແຂງແຮງ, (6). ປະຕິບັດລັດວິສາຫະກິດທີ່ຂາດສະພາບຄ່ອງດ້ານການເງິນ ແລະ ປະ ສົບບັນຫາໃນການດຳເນີນທຸລະກິດຢ່າງຈິງຈັງໃຫ້ມີຄວາມເຂັ້ມແຂງດ້ານການເງິນ ແລະ ສາມາດແຂ່ງຂັນໃນເງື່ອນໄຂເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ, (7). ກວດາຄືນບັນດາຕົວຊີ້ວັດໃນຂົງເຂດສຶກສາ-ສາທາລະນະສຸກທີ່ເຫັນວ່າຍັງບໍ່ບັນລຸຕາມແຜນວາງໄວ້ ເພື່ອເຊື່ອມສານເຂົ້າໃນເປົ້າໝາຍ ແລະ ຄາດໝາຍການພັດທະນາແບບຍືນຍົງຂອງແຕ່ລະຂະແໜງການ, (8). ເອົາໃຈໃສ່ຂະຫຍາຍຕາໜ່າງການສຶກສາກ່ອນໄວຮຽນໃຫ້ກວ້າງຂວາງ, ພ້ອມທັງຊຸກຍູ້ການຮຽນ-ການສອນຢູ່ຊັ້ນປະຖົມ-ມັດທະຍົມໃຫ້ຮັບປະກັນຄຸນນະພາບ, ຈັດສັນງົບປະມານທີ່ສະພາແຫ່ງຊາດຮັບຮອງໃຫ້ສອດຄ່ອງກັບນະໂຍບາຍ ແລະ ຄວາມຈຳເປັນຂອງແຕ່ລະທ້ອງຖິ່ນຢ່າງເໝາະສົມ ແລະ ມີປະສິດທິຜົນ, (9). ບຳລຸງສ້າງບຸກຄະລາກອນແພດໃຫ້ມີຄຸນນະພາບດ້ານວິຊາການ, ມີຈັນຍາບັນໃນການປະຕິບັດໜ້າທີ່, ເອົາໃຈໃສ່ປະກອບບຸກຄະລາກອນແພດໃຫ້ສຸກສາລາ, ໂຮງໝໍເມືອງໃຫ້ຫລາຍຂຶ້ນ, ປະຕິບັດນະໂຍບາຍປິ່ນປົວບໍ່ເສຍຄ່າ, ຂະຫຍາຍລະບົບປະກັນສຸຂະພາບຊຸມຊົນໃຫ້ກວ້າງຂວາງ, ຕິດຕາມການຄວບຄຸມອາຫານທີ່ມີສານພິດ, ເຄມີອັນຕະລາຍປົນເປື້ອນທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ບໍລິໂພກ ທັງໄລຍະສັ້ນ ແລະ ໄລຍະຍາວ, (10). ໃຫ້ສຳເລັດການຄົ້ນຄວ້າສ້າງມາດຕະຖານສີມືແຮງງານ, ຫລັກສູດການເຝິກອົບຮົມ ແລະ ການທົດສອບມາດຕະຖານແຮງງານ ເພື່ອຮັບປະກັນໃຫ້ແຮງງານລາວສາມາດເຊື່ອມໂຍງເຂົ້າປະຊາຄົມເສດຖະກິດອາຊຽນ, (11). ປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ເປັນຕົ້ນນັກປະຕິວັດອາວຸໂສປີ 1954 ຄືນຫລັງໃຫ້ໄດ້ 85% ຂອງຈຳນວນທີ່ຍັງເຫລືອ, (12). ເພີ່ມທະວີຄຸ້ມຄອງວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໃຫ້ເປັນລະບົບຄົບຊຸດ, ພ້ອມທັງຫັນເປັນທັນສະໄໝ ໂດຍນຳໃຊ້ລະບົບດີຈີຕອນ, (13). ຊີ້ນຳບັນດາທ້ອງຖິ່ນຈັດສັນພູມລຳເນົາ, ບ່ອນທຳມາຫາກິນໃຫ້ປະຊາຊົນໃນ 179 ຈຸດສຸມທີ່ໄດ້ກຳນົດໄວ້ ເພື່ອແກ້ໄຂບັນຫາການເຄື່ອນຍ້າຍທີ່ຢູ່ອາໄສຂອງພົນລະເມືອງແບບຊະຊາຍ, (14). ເອົາໃຈໃສ່ສຸມທຶນຮອນໃສ່ການພັດທະນາພື້ນຖານໂຄງລ່າງຢູ່ 23 ເມືອງທຸກຍາກທີ່ຍັງເຫລືອ ໂດຍສະເພາະແມ່ນເມືອງທຸກຍາກທີ່ສຸດຢູ່ແຂວງໄຊສົມບູນ, ຫົວພັນ, ຜົ້ງສາລີ, ເຊກອງ ແລະ ເມືອງອື່ນໆ ເພື່ອຫລຸດຜ່ອນຄວາມແຕກໂຕນການພັດທະນາລະຫວ່າງຊົນນະບົດ ແລະ ຕົວເມືອງ, (15). ກຳນົດນະໂຍບາຍທີ່ດິນແຫ່ງຊາດ ເພື່ອໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ, ຕິດຕາມກວດກາການອອກໃບຕາດິນ, ແກ້ໄຂບັນຫາອອກໃບຕາດິນທີ່ຊ້ຳຊ້ອນ ແລະ ການຊົດເຊີຍທີ່ດິນໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການພັດທະນາຕ່າງໆໃຫ້ຖືກຕ້ອງຕາມລະບຽບກົດໝາຍ, (16). ຮີບຮ້ອນມີມາດຕະການແກ້ໄຂຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດຈາກການນຳໃຊ້ສານເຄມີອັນຕະລາຍຊະຊາຍເຂົ້າໃນການຜະລິດກະສິກຳ, ການປຸງແຕ່ງອາຫານ, ແກ້ໄຂບັນຫານ້ຳເປື້ອນ, ກິ່ນເໝັນ, ອາກາດເປັນພິດທີ່ເກີດຈາກໂຮງຈັກໂຮງງານຕ່າງໆທີ່ມີຜົນກະທົບຕໍ່ປະຊາຊົນ, (17). ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ເພື່ອສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນຂົງເຂດວຽກງານປ່າໄມ້ໃຫ້ໝົດໄປເທື່ອລະກ້າວ, ພ້ອມທັງສົ່ງເສີມທຸລະກິດໄມ້ຜະລິດເປັນສິນຄ້າສຳເລັດຮູບຊົມໃຊ້ພາຍໃນ ແລະ ສົ່ງອອກໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ (18). ເພີ່ມທະວີກົນໄກການປະສານງານລະຫວ່າງບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ, ພ້ອມທັງຈັດຕັ້ງໜ່ວຍງານສະເພາະຢູ່ສຳນັກງານນາຍົກລັດ ຖະມົນຕີ ເພື່ອຊຸກຍູ້ ແລະ ກວດກາການປະຕິບັດໜ້າທີ່ຂອງບັນດາກະຊວງ, ອົງການ ແລະ ທ້ອງຖິ່ນໃນການຈັດຕັ້ງຜັນຂະຫຍາຍບັນດາຄາດໝາຍລວມ, ນະໂຍບາຍ ແລະ ມາດຕະການທີ່ລັດຖະບານໄດ້ສະເໜີຕໍ່ກອງປະຊຸມຄັ້ງນີ້ໃຫ້ສາມາດຈັດຕັ້ງປະຕິບັດຢ່າງມີໝາກຜົນຕົວຈິງ, ພ້ອມທັງຊຸກຍູ້ກົນໄກບໍລິຫານລັດໃຫ້ມີຄວາມຄ່ອງຕົວ, ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ, ຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນແບບຢ່າງນຳໜ້າຂອງພະນັກງານນຳພາ, ຄຸ້ມຄອງ ແລະ ພະນັກງານວິຊາການໃນກົງຈັກລັດໃຫ້ມີຄຸນນະພາບ ແລະ ປະສິດທິຜົນສູງຂຶ້ນ.

No comments:

Post a Comment