Ad

Ad

22 November 2016

ລາວຫາລືຜ່ານຮ່າງດຳລັດວ່າດ້ວຍມາດຕະຖານຄວາມທຸກຍາກ ແລະ ມາດຕະຖານການພັດທະນາ 2016 – 2020

          ວັນທີ 21 ພະຈິກນີ້, ຄະນະພັດທະນາຊົນນະບົດ ແລະ ລບລ້າງຄວາມທຸກຍາກ, ກະຊວງກະ ສິກຳ ແລະ ປ່າໄມ້, ໄດ້ຈັດກອປງະຊຸມປຶກສາຫາລືຜ່ານຮ່າງດຳລັດວ່າດ້ວຍມາດຕະ ຖານຄວາມທຸກຍາກ ແລະ ມາດຕະຖານການພັດທະນາ 20162020 ຂື້ນ, ທີ່ກະຊວງດັ່ງກ່າວ,ໂດຍການເຂົ້າຮ່ວມຂອງທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້,ພ້ອມດ້ວຍຄະນະພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກຂັ້ນສູນກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳ ນວນຫຼາຍ.
          ຕ່າງໜ້າຄະນະພັດທະນາຊົນນະບົດ ແລະ ລືບລາຍຄວາມທຸກຍາກລາຍງານຕໍ່ທີ່ປະຊຸມວ່າ: ມາດຕະຖານຄວາມທຸກຍາກ ແລະ ມາດຕະຖານການພັດທະນາຕາມດຳລັດ 309/ນຍຊຶ່ງມີກຳນົດໃຊ້ໃນ
ໄລຍະ 5 ປີ ( 2011 – 2015 ) ໄດ້ໝົດອາຍຸການນຳໃຊ້ແລ້ວ ແລະ ປີນີ້ກໍເປັນປີທຳອິດທີ່ກ້າວເຂົ້າສູ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII ,ຊຶ່ງພວກເຮົາມີຄວາມຈຳເປັນທີ່ຈະຕ້ອງໄດ້ຮ່າງມາດຕະຖານຄວາມທຸກຍາກ ແລະ ມາດຕະຖານການພັດທະນາສະບັບໃໝ່ຂື້ນມາ,ເພື່ອສ່ອງແສງໃຫ້ເຫັນເຖິງສະພາບຄວາມເປັນຈິງຂອງສະພາບການພັດທະນາເສດຖະກິດ-ສັງຄົມຢູ່ປະເທດເຮົາ, ໂດຍສະເພາະແມ່ນການສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ ແລະ ສ້າງບ້ານໃໝ່ໃຫ້ກາຍເປັນຕົວເມືອງໃນຊົນນະບົດຕາມ 4 ເນື້ອໃນ ແລະ 4 ຄາດໝາກທີ່ພັກ-ລັດວາງອອກ, ສະ ນັ້ນຄະນະພັດທະນາຊົນນະບົດ ເລະ ລືບລ້າງຄວາມທຸກຍາກຮ່ວມກັບສູນສະຖິຕິແຫ່ງຊາດຈຶ່ງໄດ້ປັບປຸງມາດຕະຖານຄວາມທຸກຍາກ ແລະ ປັບປຸງມາດຕະ ຖານການພັດທະນາຮ່ວມກັບຂະແໜງການກ່ຽວຂ້ອງ, ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບຄວາມເປັນຈິງຂອງວຽກງານພັດທະ ນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກໃນປັດຈຸບັນ ແລະ ຮັບໃຊ້ໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII.

          ຕາງໜ້າຄະນະພັດທະນາຊົນນະບົດ ແລະ ລບລ້າງຄວາມທຸກຍາກໃຫ້ຮູ້ວ່າ: ມາດຮອດປັດຈຸ ບັນການປັບປຸງຮ່າງຕະຖານຄວາມທຸກຍາກ ແລະ ມາດຕະຖານການພັດທະນາແມ່ນສຳເລັດເປັນຢ່າງດີ ແລະ ໄດ້ລົງເກັບກຳຂໍ້ມູນຢູ່ເຂດເປົ້າໝາຍ, ກຸ່ມຕົວຢ່າງຊຶ່ງປະກອບມີ 180 ບັານເປົົ້າໝາຍທົດລອງຂອງ 5 ເມືອງໃນ 5 ແຂວງ, ດັ່ງນັ້ນ ຈຶ່ງໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນເພື່ອສະດົມຄວາມຄິດເຫັນໃສ່ຮ່າງດັ່ງກ່າວໃຫ້ເປັນເອກະພາບຈາກທຸກພາກສ່ວນກ່ອນຈະສະເໜີໃຫ້ລັດຖະບານຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ.

No comments:

Post a Comment