Ad

Ad

22 November 2016

5 ປີຜ່ານມາມີຕຳຫລວດຫລາຍກວ່າ 700 ຄົນຖືກໄລ່ອອກກຳລັງຍ້ອນຜິດວິໄນ

 
ຂ່າວ-ພາບ : ຫນັງສືພິມ ປກສ
   ທ່ານ ພົນຈັດຕະວາ ດວງປີ ດາມະນີວົງ ຮອງປະທານກວດກາພັກກະຊວງ
, ຫົວໜ້າກົມກວດກາ-ກວດການ ກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານໃນກອງປະຊຸມກວດກາກຳລັງປ້ອງກັນຄວາມສະຫງົບໃນທົ່ວປະເທດ ຄັ້ງທີ V ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 5 ປີຜ່ານມາ, ຄະນະກວດກາກະຊວງ ປກສ ໄດ້ເອົາໃຈໃສ່ໃນການຕິດຕາມກວດກາ, ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນຖັນແຖວພະນັກງານນັກຮົບກຳລັງ ປກສ ແລະ ສາມາດພົບເຫັນການລະເມີດລະບຽບກົດໝາຍ, ສໍ້ລາດບັງຫລວງ ແລະ ອື່ນໆ ຈຳນວນ 1.343 ຄົນ, ສ້າງຜົນເສຍຫາຍເປັນເງິນສົດຫລາຍກວ່າ 6 ຕື້ກີບ, 191 ພັນໂດລາສະຫະລັດ, 147 ລ້ານກວ່າບາດ (ສະກຸນເງິນໄທ), 23 ລ້ານກວ່າດົງ (ສະກຸນເງິນຫວຽດນາມ) ແລະ ຊັບສິນອື່ນໆ ໂດຍບັນຫາທີ່ກວດພົບສ່ວນ
ຫລາຍແມ່ນການສວຍໃຊ້ໜ້າທີ່ຫາຜົນປະໂຫຍດສ່ວນຕົວເຊັ່ນ: ຢັກຢອກຢາເສບຕິດຂອງກາງຄະດີ ແລະ ຮັບສິນບົນຈາກຜູ້ຄ້າຂາຍຢາເສບຕິດ ດັ່ງກໍລະນີເຈົ້າໜ້າທີ່ ປກສ ແຂວງຫົວພັນ ຈຳນວນໜຶ່ງຮັບສິນບົນເປັນເງິນສົດ 120 ພັນໂດລາສະຫະລັດ ຈາກຂະບວນການຄ້າເຮໂຣອິນຈຳນວນ 93 ແທ່ງ, ກໍລະນີເຈົ້າໜ້າທີ່ ປກສ ແຂວງຫລວງນ້ຳທາ ຈຳນວນໜຶ່ງຮັບສິນບົນຈາກນັກໂທດປະຫານຊີວິດໃນຄະດີຢາເສບຕິດ ຈຳນວນ 14 ລ້ານບາດ (ສະກຸນເງິນໄທ) ເພື່ອແລກກັບການປ່ອຍຕົວນັກໂທດ ແລະ ອີກຫລາຍໆກໍລະນີ. ຈາກການປະພຶດທີ່ບໍ່ດີ ແລະ ລະເມີດລະບຽບກົດໝາຍດັ່ງກ່າວ ຈຶ່ງໄດ້ມີການປະຕິບັດຕາມວິໄນ ຄືລະດັບກ່າວເຕືອນຈຳນວນ 144 ຄົນ, ໂຈະຍ້ອງຍໍ-ເລື່ອນຊັ້ນ 341 ຄົນ, ປົດຕຳແໜ່ງ 101 ຄົນ, ຍົກຍ້າຍໜ້າທີ່ 20 ຄົນ, ໄລ່ອອກຈາກກຳລັງ 737 ຄົນ ແລະ ສົ່ງໃຫ້ອົງການສືບສວນ-ສອບສວນດຳເນີນຄະດີຕາມລະບຽບກົດໝາຍ 17 ຄົນ. ພ້ອມດຽວກັນນັ້ນ ຄະນະກວດກາກະຊວງຍັງໄດ້ຮັບ ແລະ ຄົ້ນຄວ້າຄຳສະເໜີ-ຄຳຮ້ອງທັງໝົດ 454 ເລື່ອງ, ສາມາດແກ້ໄຂໄດ້ 328 ເລື່ອງ, ສົ່ງໃຫ້ກົມກອງທ້ອງຖິ່ນແກ້ໄຂ 106 ເລື່ອງ ເຊິ່ງພົ້ນເດັ່ນກວ່າໝູ່ແມ່ນກ່ຽວພັນເຖິງຄວາມຮັບຜິດຊອບຂອງເຈົ້າໜ້າທີ່ໃນຂົງເຂດວຽກງານສືບສວນ-ສອບສວນຄະດີອາຍາ, ເສດຖະກິດ, ການຮັບສິນບົນຈາກຍາດຜູ້ຖືກຫາ-ນັກໂທດ ແລະ ອື່ນໆ.

1 comment: