ກະຊວງກະສິກຳ ແລະ
ປ່າໄມ້ໃຫ້ຮູ້ວ່າ: ສະພາບຝົນຕົກໜັກໃນ 3- 4
ວັນທີ່ຜານມາສົ່ງຜົນກະທົບຕໍ່ການເກັບກ່ຽວມ້ຽມມັດເຂົ້ານາປີຂອງຊາວກະສິກອນຫຼາຍທ້ອງຖິ່ນ,
ເນື່ອງຈາກເປັນຊ່ວງໄລຍະການເກັບກ່ຽວເຮັດໃຫ້ເຂົ້າທີ່ກ່ຽວແລ້ວຖືກຝົນຮຳ
ແລະ ສ່ວນໜຶ່ງຕ້ອງໄດ້ຢຸດການເກັບກ່ຽວ ແລະ ແກ່ຍາວມາອັນໄດ້ເຮັດໃຫ້ເຂົ້າແກ່ເກີນ,
ຊຶ່ງໄລມາຮອດປັດຈຸບັນສາມາດເກັບກ່ຽວເຂົ້ານາປີໄດ້ພຽງ 50 ກວ່າສ່ວນຮ້ອຍຂອງເນື້ອທີ່ທັງໝົດ, ເພື່ອກະກຽມໃຫ້ແກ່ການຜະລິດລະດູແລ້ງໄດ້ຮັບຜົນ, ໂດຍສະເພາະເຂົ້ານາ
ແຊງ, ຂະແໜງກະສິກຳກໍໄດ້ສົ່ງພະນັກງານວິຊາການຂອງຕົນລົງຊຸກຍູ້ການກະ
ກຽມປັດໃຈຕ່າງໆ, ໂດຍສະເພາະແມ່ນຂອດຕອບສະໜອງນ້ຳຊົນລະປະທານ,
ບັນຫາແນວພັນ, ເພື່ອຮັບປະກັນຫໃຫ້ແກ່ການປັກດຳທັນກັບລະດູການກະຊວງດັ່ງກ່າວໃຫ້ຮູ້ອີກວ່າ:
ຄຽງຄູ່ກັບການເກັບກ່ຽວເຂົ້ານາປີ, ກະສິກອນບາງທ້ອງຖິ່່ນ,
ຕ່າງກໍໄດ້ກະກຽມໃຫ້ແກ່ການປູກພືດລະດູແລ້ງຕາມຄວາມຕ້ອງການຂອງຕະຫຼາດ.

No comments:
Post a Comment