Ad

Ad

14 November 2016

ເດວິດ ພາລອັທ ຜູ້ອຳນວຍການທະນາຄານລາວ-ຝຣັ່ງຄົນໃໝ່

          ວັນທີ 10 ພະຈິກຜ່ານມານີ້, ທະນາຄານ ລາວ-ຝຣັ່ງ ຈຳກັດ (ທລຝ), ໄດ້ຈັດພິທີ ປະກາດປ່ຽນຜູ້ອຳນວຍການຄົນໃໝ່, ໂດຍແມ່ນທ່ານ ເດວິດ ພາລອັທ (David PARROTT) ແລະ ຍົກ ຍ້າຍທ່ານ ກິໂຍມ ແປກດົງ ອຳນວຍການຄົນເກົ່າ ໄປຮັບຕຳ ແໜ່ງຢູ່ປະເທດກຳປູເຈຍ, ເພື່ອສືບຕໍ່ເຮັດວຽກຕາມທີ່ທະນາຄານແມ່ໄດ້ກຳນົດໄວ້ແຕ່ລະ ໄລຍະຂອງການຮັບໜ້າທີ່.   
          ທ່ານ ກິໂຍມ ແປກດົງ ກ່າວວ່າ: 6 ປີຜ່ານມາ, ທະນາຄານລາວ-ຝຣັ່ງ ມີຫລາຍ ໜ້າວຽກທີ່
ຂະຫຍາຍຕົວເປັນຕົ້ນ ທາງດ້ານການໂອນເງິນ, ການຊຳລະຄ່າບໍລິການ, ການ ຝາກ-ຖອນເງິນ ແລະ ການບໍລິການອື່ນໆ ມີບາດກ້າວນັບມື້ຂະຫຍາຍຕົວຂຶ້ນໄປເລື້ອຍໆ, ລູກຄ້າທີ່ເຂົ້າມາໃຊ້ບໍລິການ ແມ່ນມີຄວາມໄວ້ໃຈຈາກທະນາຄານຂອງພວກເຮົາ, ຍ້ອນການ ມີສ່ວນຮ່ວມຂອງພະນັກງານ ແລະ ຟັງຄຳຄິດຄຳເຫັນຂອງລູກຄ້າຫລາຍຂຶ້ນ.

          ປັດຈຸບັນ ທະນາຄານລາວ-ຝຣັ່ງ ມີໜ່ວຍບໍລິການທັງໝົດ 22 ແຫ່ງ, ໃນນັ້ນ  ຢູ່ນະຄອນ ຫລວງວຽງຈັນມີ 12 ແຫ່ງ, ມີຕູ້ບໍລິການຖອນເງິນ (ATM) 43 ໜ່ວຍ ພ້ອມທັງໄດ້ໃຫ້ບໍລິການປ່ອຍເງິນກູ້, ຝາກເງິນ ແລະ ບັດເງິນສົດໃຫ້ນັກທຸລະກິດຂະໜາດນ້ອຍຫລາຍກວ່າ 22 ພັນແຫ່ງ ເພື່ອສະໜັບສະໜູນໃຫ້ປະຊາຊົນລາວ ສາມາດເຂົ້າເຖິງລະບົບການເງິນໄດ້ກວ້າງຂວາງທົ່ວເຖິງ.

No comments:

Post a Comment