Ad

Ad

14 November 2016

ສະໜາມຮົບ​ໃນ​ຮູບ​ແບບ​ຕ່າງໆ​ເພື່ອ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ

# ວິເສດ ສະແຫວງສຶກສາ

          ມື້ນີ້ຂໍເປີດນ່ານຟ້າກວ້າງໄກໄປ​​ເບິ່ງມາດຕະການປາບພະຍາດສໍ້ລາດບັງຫລວງຢູ່ບາງປະເທດໂດຍເລີ່ມຈາກມຽນມາ ປະເທດຮ່ວມສາຍຄາອາຊຽນກັບພວກເຮົານີ້ກ່ອນ. ຂ່າວຕ່າງປະເທດໃຫ້ຮູ້​​ໃນຕົ້ນເດືອນພະຈິກນີ້ວ່າ: ທ່ານລັດຖະມົນຕີກະຊວງພາຍໃນມຽນມາອອກຄຳເຕືອນຢ່າງເຄັ່ງຂຶມໃຫ້ພະ ນັກງານລັດທຸກຄົນຮ່ວມແຮງຮ່ວມໃຈກັນເປັນໜຶ່ງດຽວເພື່ອຕ້ານພະຍາດສໍ້ລາດບັງຫລວງໃນທຸກຮູບແບບໂດຍຫັນຫ້ອງການ, ສຳນັກງານອົງການຂອງລັດໃຫ້ກາຍເປັນເຂດປອດສິນບົນ
ໄປພ້ອມໆກັບການຍົກສູງສະຕິຄວາມຮັບຜິດຊອບຕໍ່ກົດໝາຍແລະ ລະບຽບການ. ຄຳເຕືອນຂອງທ່ານລັດຖະມົນຕີມີຂຶ້ນໃນກອງປະຊຸມກົມໃຫຍ່ພະນັກງານທີ່ຂຶ້ນກັບກະຊວງພາຍໃນເຊິ່ງມີພະນັກງານລະດັບຫົວໜ້າເຂົ້າຮ່ວມ 30 ຄົນ. ກົມໃຫຍ່ພະນັກງານຮັບຜິດຊອບຄຸ້ມຄອງພະນັກງານ, ຄຸ້ມຄອງທີ່ດິນ, ຕິດຕາມກວດ ກາການປະຕິບັດກົດໝາຍຄວບຄຸມເຄື່ອງດື່ມປະເພດມືນເມົາ ກໍຄືການຕິດຕາມການປະຕິບັດກົດໝາຍຈຳກັດການໂອນອະສັງຫາລິມະຊັບທີ່ປະກາດໃຊ້ແຕ່ປີ 1987. ສໍາລັບຢູ່ອິນເດຍນັ້ນ ຂ່າວໃໝ່-ຂ່າວໃຫຍ່ທີ່ອອກມາໃນວັນທີ 10 ​ເດືອນນີ້ກໍຄືຄຳປະກາດຂອງນາຍົກລັດຖະມົນຕີອິນເດຍ ທ່ານ ນາເຣັນທະລາໂມດີ ກ່ຽວກັບການລຶບລ້າງການນຳໃຊ້ເງິນໃບ 500 ​ແລະ 1.000 ຣູປີເຊິ່ງມີຜົນສັກສິດນັບແຕ່ທ່ຽງຄືນຂອງວັນອັງຄານ ວັນທີ 8 ​ເດືອນພະຈິກນີ້ເປັນຕົ້ນມາ. ສ່ວນຜູ້ທີ່ມີເງິນໃບ 500 ​ແລະ 1.000 ຣູປີໄວ້ໃນການຄອບຄອງນັ້ນໃຫ້ນຳໄປຝາກເຂົ້າບັນຊີທະນາຄານນັບແຕ່ວັນທີ 10 ​ເດືອນພະຈິກຫາວັນທີ 30 ​ເດືອນທັນວາປີນີ້. ຂ່າວບອກວ່າ ຈຸດປະສົງຕົ້ນຕໍໃນການປະກາດຖອນເງິນໃບ 500 ​ແລະ 1.000 ຣູປີ ອອກຈາກລະບົບຈໍລະຈອນການເງິນແຫ່ງຊາດອິນເດຍຄັ້ງນີ້ແມ່ນເພື່ອຕ້ານການສໍ້ລາດບັງຫລວງແລະ ການຄອບຄອງເງິນທີ່ຜິດກົດໝາຍກໍຄືເພື່ອຕັດຕີນຕັດມືພວກຫລົບຫລີກພັນທະເສຍພາສີໃຫ້ລັດ. ທ່ານນາຍົກລັດຖະມົນຕີໂມດີ ມີຄວາມເຫັນກ່ຽວກັບເລື່ອງນີ້ວ່າ ລັດຖະບານອິນເດຍດຳເນີນບັ້ນຮົບຕ້ານການສໍ້ລາດບັງຫລວງ. ພະຍາດສໍ້ລາດບັງຫລວງ, ບັນຫາເງິນປອມແລະ ລັດທິກໍ່ການຮ້າຍໄດ້ສ້າງຄວາມເຈັບປວດໃຫ້ແກ່ປະເທດຊາດແລະ ກົດໜ່ວງທ່ວງດຶງເສດຖະກິດ. ຂ່າວໃຫ້ຊາບຕື່ມວ່າ ສຳລັບປ້ຳນ້ຳມັນ, ຮ້ານຂາຍນ້ຳນົມ, ຮ້ານຈຳໜ່າຍເຄື່ອງໃຊ້ສອຍປະຈຳວັນແລະ ສະຖານທີ່ເຜົາສົບຍັງອະນຸຍາດໃຫ້ໃຊ້ເງິນໃບ 500 ​​ແລະໃບ 1.000 ຣູປີໄດ້ຕື່ມອີກ 72 ຊົ່ໂມງ (ນັບແຕ່ທ່ຽງຄືນຂອງວັນທີ 8/11/2016) ​ເຊັ່ນດຽວກັບບ່ອນຂາຍປີ້ລົດໄຟ, ​ເຄື່ອງບິນແລະ ລົດໂດຍສານຂອງລັດ. ທາງການອິນເດຍມີແຜນນຳເງິນໃບ 500 ​ແລະ 1.000 ຣູປີໃໝ່ມາໃຊ້ປ່ຽນແທນໃນຕໍ່ໜ້າ.

No comments:

Post a Comment