ໂດຍ
: ຄຳເຜີຍ ສີຊະນະມຸງຄຸນ
ຜູ້ຂຽນໄດ້ໄກ້ສິດຕິດຕາມຂ່າວຄາວທາງດ້ານວຽກບ້ານການເມືອງໂດຍສະເພາະແມ່ນນັບແຕ່ຄ່າລັດຖະບານຊຸດທີ 8 ໄດ້ກ້າວຂາເຂົ້າມາບໍລິຫານປົກຄອງບ້ານເມືອງຈົນມາຮອດໄລຍະນີ້ແມ່ນພວມເປີດກອງປະຊຸມສະພາຄັ້ງທີ 2 ເຫັນວ່າມີປັດໄຈອັນໃໝ່ເກີດຂຶ້ນໃນຫຼາຍດ້ານ.ໂດຍສະເພາະແມ່ນໃນດ້ານເສດຖະກິດ.
ສ່ວນວ່າດ້ານການເມືອງນັ້ນກໍ່ເຫັນວ່າໄດ້ມີພາລະໜັກໜ່ວງນັບແຕ່ຕົ້ນປີເປັນຕົ້ນມາ. ອັນໂຕທີ່ເດັ່ນໆກໍ່ແມ່ນກອງປະຊຸມສຸດຍອດອາຊຽນແລະການເຂົ້າຮ່ວມກອງປະຊຸມສາກົນອື່ນໆ.
ສໍາລັບວຽກຢູ່ພາຍໃນນັ້ນກໍ່ຕ້ອງໄດ້ແກ້ຫຼາຍຂອດເປັນຕົ້ນແມ່ນເລື່ອງໄມ້, ເລື່ອງເງິນ, ເລື່ອງປາກເລື່ອງທ້ອງ. ນອກຈາກການ
ອອກນິຕິກໍາໄປແລ້ວໃນຂອດຈັດຕັ້ງປະຕິບັດກໍ່ເຫັນວ່າມີຜົນຕົວຈິງອອກມາໃຫ້ເຫັນ. ເຊັ່ນການປະຕິບັດຄໍາສັ່ງເລກທີ 15 ກໍໄດ້ກວດພົບໂຮງເລື່ອຍໂຮງຊອຍ, ກວດພົບການຕັດໄມ້ຊະຊາຍຜິດກົດໝາຍ,
ສາມາດຢຶດໄມ້ຢຶດພາຫະນະ
ແລະ ວັດຖຸອຸປະກອນຕ່າງໆໄດ້ຢ່າງຫຼວງຫຼາຍແລະມີມູນຄ່າຫຼາຍພັນລ້ານ.ເວົ້າເລື່ອງເງິນກໍ່ກວດພົບການຜິດວິໃນທາງດ້ານການເງິນຫຼາຍລ້ານຫຼາຍໂກດ.
ເຖິງຢ່າງໃດກໍດີ, ຕາມຜູ້ຂຽນວ່າໃນໄລຍະຜ່ານມາມີຈໍານວນບໍ່ໜ້ອຍເບິ່ງຢ່າງໜຶ່ງຄືພາກັນເຮັດສຸມສີ່ສຸມຫ້າເອົາແຕ່ຜູ້ຈະຄິດ, ຈະເຮັດ, ໂດຍສະເພາະແມ່ນຜູ້ມີຖານະຕໍາແໜ່ງທີ່ຢູ່ໃກ້ກັບວັດຖຸເງິນຄໍາ, ຢູ່ໃກ້ກັບດິນດອນຕອນຫຍ້າ ແລະ ຢູ່ໃກ້ກັບໄມ້ຕອກຄອກຕາອື່ນໆ. ຖ້າໄລ່ກິໆກີໆກໍແມ່ນນັບແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ. ດ້ວຍສາເຫດທີ່ໄດ້ກ່າວມາຂ້າງເທິງຈຶ່ງເຮັດໃຫ້ພັກ-ລັດເຮົາເສຍຜົນປະໂຫຍດຢ່າງມະຫາສານໃນໄລຍະຫ້າປີສິບປີຜ່ານມາ. ຈາກຜົນເສຍຫາຍຄືດັ່ງກ່າວພາຍຫຼັງສໍາເລັດກອງປະຊຸມສະພາຄັ້ງນີ້; ກໍຫວັງວ່າທຸກພາກສ່ວນທີ່ກ່ຽວຂ້ອງຈະພ້ອມກັນເຢີກຊອກຫາທຸກວິທີເພື່ອນໍາເອົາຊັບສິນເງິນຄໍາທີ່ເສຍຫາຍໄປນັ້ນຄືນມາເພື່ອສ້າງສາພັດທະນາປະເທດຊາດໃຫ້ຄືນສູ່ສະພາບປົກກະຕິ ແລະ ດີຂຶ້ນໄປເລື້ອຍໆ.
ຜູ້ຂຽນໃນຖານະເປັນຄົນສື່ຂໍຊົມເຊີຍຜົນງານຂອງເຈົ້າທີ່ກ່ຽວຂ້ອງທີ່ໄດ້ມີການກວດກາ, ພົບເຫັນບຸກຄົນ ແລະ ກຸ່ມຄົນທີ່ໄດ້ເຄື່ອນໄຫວກະທໍາຜິດຕໍ່ກົດໝາຍບ້ານເມືອງສາມາດຢຶດເອົາຂອງກາງມາເປັນຫຼັກຖານໄດ້ເຊັ່ນ: ຢຶດໄມ້ຜິດກົດໝາຍ, ຢຶດລົດທີ່ນໍາເຂົ້າຜິດກົດໝາຍ, ຢຶດສິນຄ້າໜີພາສີ,ກວດ ກາພົບເຫັນຄວາມບໍ່ໂປ່ງໃສໃນຖັນແຖວພະນັກງານທີ່ມີການສໍ້ລາດບັງຫຼວງສວຍໂອກາດໃຊ້ຊ່ອງຫວ່າງ, ຊ່ອງໂວ່ຫຼືຖານະຕໍາແໜ່ງໂກງເອົາເງິນຂອງພັກຂອງລັດໄປຫຼາຍພັນຕື້. ຕໍ່ສະພາບດັ່ງກ່າວຖ້າພວກຫາກພາກັນເປັນເຈົ້າການເກັບຫອມລອມລິດເອົາທຸກກີບທຸກອັດມາສ້າງສາແລະພັດທະນາປະເທດຊາດແລ້ວມັນຈະກ້າວໜ້າຮັ່ງມີໄປໄດ້ຫຼາຍເຕີບ.
ຕາມເຮົາວ່າ, ປາກົດການຫຍໍ້ທໍ້ທີ່ມັນໄດ້ເກີດຂຶ້ນກັບພວກເຮົາໃນຜ່ານມານັ້ນມັນກໍມີຫຼາຍສາເຫດເປັນຕົ້ນຄື: ອັນທີໜຶ່ງພະນັກງານແກນນໍາຈໍານວນໜຶ່ງບໍ່ທັນເປັນແບບຢ່າງທີ່ດີ; ຊ້ຳບໍ່ໜໍາບາງບຸກຄົນຍັງນໍາພາເຂົາເຮັດ. ອັນທີສອງຮູ້ແລ້ວພາກັນຕ່າວພາໂລ, ເຮັດໃຫ້ການປະຕິບັດກົດໝາຍບໍ່ມີຜົນສັກສິດ. ໃຜເຮັດຫຍັງລົງໄປກໍ່ໜັກໄປທາງຜົນປະໂຫຍດສ່ວນຕົວຫຼາຍກ່ວາຜົນປະໂຫຍດຂອງຊາດ.ເຮົາວ່າໃນຂັ້ນຕໍ່ໄປຈະເຮັດວຽກອັນໃດກໍ່ຕາມຖ້າທຸກຄົນພ້ອມກັນເຢີກແລ້ວຈະເຮັດອັນໃດກໍໄດ້ໄຄ່ອັນໃດກໍ່ມາດັ່ງເຂົາວ່າຖ້າທຸກຄົນຮັກຊາດຕ້ອງພັດທະນາ. ຖ້າຮັກຊາດພຽງແຕ່ຄໍາເວົ້າເຂົາກໍວ່າຮັກຊາດບໍ່ເປັນຕາສາເທດ.
No comments:
Post a Comment