Ad

Ad

11 November 2016

ຮອງນາຍົກລັດຖະມົນຕີລົງຊຸກຍູ້ສູນແນວພັນພືດຢູ່ເມືອງໄຊທານີ

            ໃນວັນທີ 9 ພະຈິກນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ໄດ້ລົງຊຸກຍູ້ການສຶກສາຄົ້ນຄວ້າພັດທະນາແນວພັນເຂົ້າ, ແນວພັນພືດ ແລະ ການ ນໍາໃຊ້ເຕັກນິກວິຊາການທີ່ມີປະສິດທິຜົນ ເພື່ອຍົກສະມັດຕະພາບການຜະລິດໃຫ້ສູງຂຶ້ນຢູ່ສູນທົດລອງແນວພັນພືດທີ່ດີ ລາວ-ຈີນ, ສະຖາບັນຄົ້ນຄວ້າກະສີກໍາ ແລະ ປ່າໄມ້ແຫ່ງຊາດ ແລະ ສູນຄົ້ນຄວ້າກະສິກໍານາພອກ.
           ທ່ານຮອງນາຍົກລັດຖະມົນຕີໄດ້ຮັບຟັງການລາຍງານຈາກນັກວິຊາການໃຫ້ຮູ້ວ່າ: ໃນການຄຸ້ມຄອງ ແລະ ນໍາໃຊ້ພັນພືດເຂົ້ານາ, ເຂົ້າໄຮ່ ແລະ ອື່ນໆ, ໂດຍສະເພາະການນຳໃຊ້ແນວພັນເຂົ້າພື້ນ
ເມືອງລາວສາມາດຄັດໄດ້ 12 ແນວພັນ, ມີເຂົ້າຫອມນາງນວນ, ເຂົ້າໄກ່ນ້ອຍເຫລືອງ, ເຂົ້າຈ້າວ 5 ແນວພັນ, ເຂົ້າກ່ຳໜຽວຫອມ 2 ແນວພັນ, ເຂົ້າກ່ຳຈ້າວຫອມ  2 ແນວພັນ ແລະ ເຂົ້າກ່ຳຈ້າວ 1 ແນວພັນ. ຄຽງຄູ່ກັນນັ້ນ, ຍັງໄດ້ຄົ້ນຄ້ວາພົບເຂົ້າພື້ນເມືອງ 10 ແນວພັນ ທີ່ທົນທານຕໍ່ພະຍາດໃບໄໝ້, ມີ 2 ແນວພັນທົນທານຕໍ່ແຫ້ງແລ້ງ ແລະ ຄັດເລືອກເຂົ້າຈ້າວຫອມພື້ນເມືອງໄດ້ 3 ແນວພັນ, ທັງໝົດແມ່ນເປັນທ່າແຮງນຳໃຊ້ເຂົ້າໃນການປັບປຸງແນວພັນເຂົ້າຂອງລາວເຮົາ. ສ່ວນການຄົ້ນຄວ້າທົດລອງນັບແຕ່ປີ 1991-2016 ມີແນວພັນປັບປຸງອອກສູ່ການຜະລິດ 30 ແນວພັນ. ນອກນັ້ນກໍສາມາດເກັບຕົວຢ່າງເຂົ້າ (ນາ ແລະ ໄຮ່)ຄື: 14,238 ຕົວຢ່າງ, ສາລີ 55 ຕົວຢ່າງ, ມັນຕົ້ນ 108 ຕົວຢ່າງ, ມັນດ້າງ 22 ຕົວຢ່າງ, ຖົ່ວ 88 ຕົວຢ່າງ, ເຂົ້າຝ້າງ, 280 ຕົວຢ່າງ, ອ້ອຍປ່າ ແລະ ເລົາ 87 ຕົວຢ່າງ.

ຂະນະດຽວກັນ, ກໍຜະລິດແນວພັນສາລີລູກປະສົມມາເຖິງປັດຈຸບັນໄດ້ 210 ກວ່າໂຕນ, ຜະລິດແນວພັນສາລີເຂົ້າໜຽວໄດ້ 11 ໂຕນ, ຜະລິດແນວພັນຖົ່ວເຫລືອງ, ຖົ່ວຂຽວ, ຖົ່ວດິນ ແລະ ຖົ່ວອື່ນໆໄດ້ຈໍານວນໜຶ່ງ. ຜະລິດແນວພັນມັນຕົ້ນຈຳນວນ 150 ພັນທ່ອນຕອບສະໜອງໃຫ້ຊາວກະສິກອນເພື່ອຂະ ຫຍາຍພັນຕໍ່ໄປຢູ່ເຂດເມືອງແກ່ນທ້າວ, ເມືອງປາກລາຍ, ສ້າງແນວພັນສາລີລູກປະສົມໄດ້ 1 ແນວພັນ, ແນວພັນສາລີເຂົ້າໜຽວໄດ້ 1 ແນວພັນ, ແນວພັນຖົ່ວເຫລືອງ 1 ແນວພັນ (ກໍາລັງສາທິດ), ແນວພັນມັນຕົ້ນ 1 ແນວພັນ, ສົ່ງເສີມນໍາໃຊ້ຢູ່ເຂດເມືອງແກ່ນທ້າວ ແລະ ເມືອງປາກລາຍ

No comments:

Post a Comment