Ad

Ad

11 November 2016

ອາຊຽນ-ຈີນ ຮັບຮອງຖະແຫລງການຮ່ວມບັນຫາອາຊະຍາກຳຂ້າມຊາດ

          ພາຍຫລັງກອງປະຊຸມຫົວໜ້າອົງ ການໄອຍະການສູງສຸດ ອາຊຽນ-ຈີນ ຄັ້ງທີ 10 ພາຍໃຕ້ຫົວຂໍ້ ເພີ່ມທະວີການຮ່ວມມືໃນການຕ້ານອາຊະຍາກຳຂ້າມຊາດຢ່າງມີປະສິດທິຜົນໂດຍໄດ້ລົງເລິກ ບັນຫາອາຊະຍາກຳຢາເສບຕິດ ແລະ ການຄ້າມະນຸດ ທີ່ນະຄອນຫລວງວຽງຈັນ ໄດ້ສຳເລັດລົງ ສອງຝ່າຍໄດ້ຮ່ວມ ລົງນາມຮັບຮອງເອົາຖະແຫລງການຮ່ວມຂອງກອງປະຊຸມດັ່ງກ່າວເພື່ອເປັນເອກະ ສານພື້ນຖານສຳລັບການຮ່ວມມື ລະຫວ່າງ ອົງ ການໄອຍະການສູງສຸດ ຂອງປະເທດສະມາຊິກອາ ຊຽນ ແລະ ສປ ຈີນ ເພື່ອຮັບມືກັບບັນຫາອາຊະຍາກຳຂ້າມຊາດ ໂດຍສະເພາະແມ່ນອາຊະຍາກຳຢາເສບຕິດ ແລະ
ການຄ້າມະນຸດໃນຕໍ່ໜ້າຄື: ຫົວໜ້າອົງການໄອຍະການສູງສຸດ ຈົ່ງໄດ້ເພີ່ມທະວີຄວາມຮັບຜິດຊອບໃນການຍົກສູງການພົວພັນເພື່ອນຳເອົາອາຊະຍາກອນ ຫລື ຜູ້ກະທຳຜິດຂ້າມຊາດ ມາລົງໂທດຕາມກົດໝາຍ ແລະ ເອົາໃຈໃສ່ປະຕິບັດໜ້າທີ່ຂອງອົງການໄອຍະການຢ່າງມີປະສິດທິຜົນ, ສ້າງ ຫລື ປັບປຸງກົດໝາຍທີ່ພົວພັນເຖິງການຕ້ານອາຊະຍາກຳຂ້າມຊາດ, ກົນໄກການຮ່ວມມືຍຸຕິທຳ, ພັດທະນາວິທີການທີ່ຄ່ອງຕົວ ແລະ ມີປະສິດທິຜົນ ເພື່ອອຳນວຍຄວາມສະດວກໃຫ້ແກ່ການປະຕິບັດການຮ່ວມມືທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນເປັນຢ່າງດີ; ຫົວໜ້າອົງການໄອຍະການສູງສຸດເຫັນດີໃນການເພີ່ມທະວີການແລກປ່ຽນຂໍ້ມູນ-ຂ່າວສານກ່ຽວກັບອາຊະຍາກຳຂ້າມຊາດໃຫ້ຫລາຍຂຶ້ນ ພ້ອມທັງເປັນເຈົ້າການ ໃນການແກ້ໄຂສະພາບການທີ່ຈະເກີດຂຶ້ນຢ່າງທັນການ; ຫົວໜ້າອົງການໄອຍະການສູງສຸດ ເຫັນດີເພີ່ມທະວີການຮ່ວມມືໃນການກໍ່ສ້າງພະນັກງານໄອຍະການ; ຫົວໜ້າອົງ ການໄອຍະການສູງສຸດປະເທດສະມາຊິກອາຊຽນ ສະແດງຄວາມຍິນດີຂໍ້ລິເລີ່ມ ແລະ ການສະເໜີຂອງອົງການໄອຍະການປະຊາຊົນສູງສຸດແຫ່ງ ສປ ຈີນ ໃນການສ້າງເວບໄຊທາງການຂອງກອງປະຊຸມຫົວໜ້າອົງການໄອຍະການສູງສຸດອາຊຽນ-ຈີນ ແລະ ການຝຶກອົບຮົມພະນັກງານໄອຍະການ ອາຊຽນ-ຈີນ ຂຶ້ນ

No comments:

Post a Comment