Ad

Ad

22 November 2016

ມະຫະກຳສົ່ງເສີມການທ່ອງທ່ຽວເຊື່ອມຕໍ່ 6 ແຂວງພາກກາງຈະຈັດຂຶ້ນທີ່ແຂວງວຽງຈັນໃນຕົ້ນເດືອນທັນວານີ້

           ທ່ານຮອງເຈົ້າແຂວງວຽງຈັນ ບຸນສອນ ເພັດລາວັນ ໃຫ້ຮູ້ວ່າ: ມະຫກຳສົ່ງເສີມການ ທ່ອງທ່ຽວເຊື່ອມຕໍ່ 6 ແຂວງພາກກາງຄັ້ງທີ 9 ຈະຈັດຂຶ້ນໃນລະຫວ່າງວັນທີ 10-16 ທັນວາທີ່ຈະເຖິງນີ້ຢູ່ແຂວງວຽງຈັນ, ຊຶ່ງຈະມີກິດຈະກໍາສໍາຄັນຕ່າງໆຄື: ກອງປະຊຸມສຳມະນາວິຊາການດ້ານການທ່ອງ ທ່ຽວ, ງານວາງສະແດງສິນຄ້າກະສິກຳ, ອຸດສາຫະກຳ, ຫັດຖະກຳ, ເຄື່ອງໃຊ້ສອຍຕ່າງໆຈາກພາຍໃນ ແລະ ຕ່າງປະເທດ, ເທດສະການອາຫານລາວ, ປະກວດອາພອນເພດຊົງລາວ, ສະແດງສີລະປະວັນນະຄະດີຕ່າງໆ, ເພື່ອເປັນການຊຸກຍູ້ສົ່ງເສີມວຽກງານທ່ອງທ່ຽວ, ໂດຍສະເພາະແມ່ນຊຸກຍູ້ຫົວໜ່ວຍ ທຸລະກິດທ່ອງ
ທ່ຽວ, ໂຄສະນາແຫລ່ງທ່ອງທ່ຽວສໍາຄັນທາງປະຫວັດສາດ, ວັດທະນາທໍາ ແລະ ທໍາມະຊາດຕ່າງໆຂອງບັນດາແຂວງພາກກາງໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ ແລະ ສົນໃຈຢາກໄປທ່ຽວຊົມຫລາຍຂຶ້ນ, ທັງເປັນການຊຸກຍູ້ສົ່ງເສີມການຜະລິດເປັນສີນຄ້າຂອງປະຊາຊົນໃຫ້ດີຂຶ້ນ ແລະ ນອກຈາກນີ້ຍັງເປັນການຊຸກຍູ້ສົ່ງເສີມການດຳເນີນທຸລະກິດບໍລິການທ່ອງທ່ຽວຕິດພັນກັບການອະນຸລັກຮັກສາສະພາບແວດລ້ອມ, ວັດທະນະທຳ-ສັງຄົມ, ສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນໃນການປັບປຸງສິ່ງຮອງຮັບ, ພື້ນຖານໂຄງລ່າງດ້ານການທ່ອງທ່ຽວໃຫ້ມີຄວາມສະດວກ, ທັງສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

          ທ່ານຮອງເຈົ້າແຂວງວຽງຈັນ ກ່າວວ່າ: ແຂວງວຽງຈັນເຄີຍໄດ້ເປັນເຈົ້າພາບຈັດງານມະຫາກຳສົ່ງເສີມການທ່ອງທ່ຽວ 5 ແຂວງພາກກາງຢູ່ເມືອງວັງວຽງເມື່ອປີ 2009, ເຊິ່ງນັບວ່າເປັນໂອ ກາດອັນດີໃນການໂຄສະນາບັນດາແຫລ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ, ວັດທະນະທຳ, ສິລະປະ ແລະ ຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າຊາວແຂວງວຽງຈັນ, ອັນໄດ້ເຮັດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ ເຂົ້າມາທ່ອງທ່ຽວແຂວງວຽງຈັນນັບມື້ຫລາຍຂຶ້ນ ແລະ ຜ່ານການຈັດຕັ້ງປະຕິບັດວຽກງານທ່ອງທ່ຽວໃນໄລຍະ 7 ປີຜ່ານມາ 2009-2016 ເຫັນວ່າ: ວຽກງານດັ່ງກ່າວໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາຢ່າງກວ້າງຂວາງ ເປັນຕົ້ນ: ສະຖານທີ່ທ່ອງທ່ຽວດ້ານວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດໃນທົ່ວແຂວງໄດ້ຮັບການພັດທະນາໃຫ້ມີມາດຕະຖານເທື່ອລະກ້າວ, ທັງເປັນການສ້າງຄວາມເຂັ້ມແຂງ ແລະ ທ່າແຮງຈາກການທ່ອງທ່ຽວໃຫ້ແກ່ທ້ອງຖິ່ນ, ເຮັດໃຫ້ປະຊາຊົນມີສ່ວນຮ່ວມ ແລະ ມີລາຍຮັບນັບມື້ດີຂຶ້ນ.

No comments:

Post a Comment