Ad

Ad

21 November 2016

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ສຳເລັດລົງດ້ວຍຜົນອັນຈົບງາມ

(ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານປະທານປະເທດ ບຸນຍັງ ວໍລະຈິດ)
          ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ສຳເລັດລົງ ໃນວັນທີ 18 ພະຈິກນີ້, ພາຍຫຼັງດໍາເນີນມາເປັນເວລາ 20 ວັນ, ໂດຍການໃຫ້ ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ຮອງປະທານປະເທດ, ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາຜູ້ນຳພັກ-ລັດ, ອະດີດການນຳ ຂັ້ນສູງ ແລະ ບັນດາສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.
          ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມດັ່ງກ່າວວ່າ: ກອງປະຊຸມສຳຄັນນີ້,
ໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນແຫ່ງການເສີມຂະຫຍາຍສະຕິປັນຍາ, ສິດປະຊາທິປະໄຕ ແລະ ດ້ວຍຄວາມຮັບຜິດຊອບຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ພ້ອມກັບການປະກອບສ່ວນຂອງບັນດາກະ ຊວງ, ອົງການທີ່ກ່ຽວຂ້ອງທີ່ໄດ້ເປັນເຈົ້າການສະເໜີ, ຊີ້ແຈງອະທິບາຍເນື້ອໃນຕ່າງໆຕໍ່ກອງປະຊຸມ, ທັງປະກອບສ່ວນສຳຄັນເຮັດໃຫ້ການພິຈາລະນາ, ແລະ ຮັບຮອງເອົາບັນຫາສຳຄັນຂອງຊາດໃນກອງປະຊຸມຄັ້ງນີ້ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ກຳນົດໄວ້ຄື: 1. ໄດ້ຮັບເອົາທ່ານ ພັອ. ອິນໂຮມ ຈັນເສນາ ເປັນສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ່ 13 ແຂວງສະຫວັນນະເຂດຕາມການສະເໜີຂອງ ຄະນະປະຈຳສະພາແຫ່ງຊາດ; 2. ພິຈາລະນາ ແລະ ຮັບຮອງເອົາການສະເໜີດັດແກ້ຕົວ ເລກມະຫາພາກແຜນ 4 ປີ (2017-2020) ກ່ຽວກັບແຜນພັດທະນາເສດຖະກິດ -ສົງຄົມ, ແຜນງົບປະມານ ແລະ ແຜນເງິນຕາ; ການຈັດຕັ້ງປະຕິບັດແຜນປະຈໍາສົກປີ 2015-2016 ແລະ ແຜນປະຈຳປີ 2017 ຕາມການສະເໜີຂອງລັດຖະບານ; 3. ພິຈາລະນາ ແລະ ຮັບ ຮອງເອົາບົດລາຍງານການແກ້ໄຂ ຜົນການກວດສອບສົກປີ 2013-2014, ບົດສະຫຼຸບຂາດ ຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2014-2015 ແລະ ບົດສະຫຼຸບ ການເຄື່ອນໄຫວວຽກງານຂອງອົງການກວດສອບແຫ່ງລັດ ປະຈຳສົກປີ 2015-2016 ແລະ ແຜນປະ 2017; 4. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຕິດຕາມກວດກາ ຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການອອກນິຕິກຳລຸ່ມກົດໝາຍຂອງອົງການອຳ ນາດລັດ ແລະ ການຕິດຕາມກວດກາຜົນກະທົບຕໍ່ສິ່ງແວດ ລ້ອມສັງຄົມ ແລະ ທຳມະຊາດ ຈາກການຈນຳໃຊ້ສານເຄມີອັນຕະລາຍເກີນຄ່າມາດຕະຖານ; 5. ພິຈາ ລະນາຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2011-2015), ວຽກງານປະ ຈຳປີ 2016 ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2016-2020), ວຽກງານຈຸດສຸມປີ 2017 ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ; 6. ພິຈາ ລະນາຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດໃນ 6 ເດືອນທ້າຍປີ 2016 ແລະ ທິດທາງແຜນການປີ 2017; 7. ພິຈາລະນາຮັບຮອງເອົາກົດໝາຍຈຳນວນ 14 ສະບັບ ໃນນັ້ນ; ກົດໝາຍສ້າງໃໝ່ 2 ສະບັບຄື: ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ແລະ ກົດໝາຍວ່າດ້ວຍເຕັກໂນໂລຊີ, ການສື່ສານ, ຂໍ້ມູນ-ຂ່າວສານ; ກົດໝາຍປັບປຸງ 12 ສະບັບມີ: ກົດໝາຍວ່າດ້ວຍທາງຫຼວງ, ກົດໝາຍວ່າດ້ວຍທະນາຍ ຄວາມ; ກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ; ກົດໝາຍວ່າດ້ວຍການປ້ອງ ກັນ ແລະ ກັກກັນພືດ; ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ; ກົດໝາຍວ່າດ້ວຍສື່ ມວນຊົນ; ກົດໝາຍວ່າດ້ວຍລັດຖະບານ; ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ; ກົດໝາຍວ່າດ້ວຍການຕິດຕາມກວດກາສະພາແຫ່ງຊາດ ແລະ ສານປະຊາຊົນຂຶ້ນແຂວງ; ກົດ ໝາຍວ່າດ້ວຍສະພາແຫ່ງຊາດ; ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ແລະ ກົດໝາຍທາບທາມ 1 ສະບັບຄື: ການປະມວນກົດໝາຍອາຍາ ແລະ 8. ກອງປະຊຸມຍັງໄດ້ຮັບຟັງການຕອບຄຳຖາມຈາກ 9 ກະ ຊວງ, ອົງການທຽບເທົ່າ ຕໍ່ບັນຫາພົ້ນເດັ່ນທີ່ສັງຄົມມີຄວາມສົນໃຈເປັນຕົ້ນ ໃນຂົງເຂດເສດຖະກິດ-ແຜນການ, ການເງິນ-ເງິນຕາ, ສິ່ງແວດລ້ອມ ແລະ ສັງຄົມ.

ຄຽງຄູ່ກັບການພິຈາລະນາຮັບຮອງເອົາບັນຫາສຳຄັນທີ່ໄດ້ກ່າວມາຂ້າງເທີງນັ້ນ, ກອງປະຊຸມ ຍັງໄດ້ມີປະຊາຊົນສົ່ງຄວາມຄິດເຫັນຕ່າງໆຜ່ານໂທລະສັບສາຍດ່ວນ 156 ຈຳນວນ 1.665 ສາຍ, ເຊິ່ງພົວພັນເຖິງການຄຸ້ມຄອງບໍລິຫານລັດ, ການຄຸ້ມຄອງເສດຖະກິດ-ສັງຄົມ, ໂດຍສ່ວນຫຼາຍແມ່ນພົວພັນເຖິງທີ່ດິນ, ເສັ້ນທາງຄົມມະ ນາຄົມ ແລະ ເງິນເດືອນຂອງພະນັກງານ-ລັດຖະກອນ. ຕໍ່ກັບບັນຫາທີ່ສົ່ງມາທາງສາຍ ດ່ວນດັ່ງກ່າວ ໄດ້ເປັນເຈົ້າການໃນການສັງລວມເປັນຂໍ້ມູນໃຫ້ສະມາຊິກ ສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ເນື້ອໃນຕ່າງໆ ແລະ ອີກສ່ວນໜຶ່ງໄດ້ສັງລວມສົ່ງ ໃຫ້ກຳມາທິການທີ່ກ່ຽວ ຂ້ອງຂອງສະພາແຫ່ງຊາດ ສືບຕໍ່ປະສານສົມທົບກັບກະຊວງ, ອົງ ການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອພິຈາລະນາແກ້ໄຂໃຫ້ຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະ ລະບຽບການ.

No comments:

Post a Comment