Ad

Ad

21 November 2016

ເສັ້ນທາງຕານມີໄຊ-ໜອງບຶກເລີ່ມລົງມືກໍ່ສ້າງແລ່ວຄາດວ່າຈະໃຫ້ສໍາເລັດໃນປີ 2018

           ເສັ້ນທາງແຕ່ 4 ແຍກໄຟແດງຕານມີໄຊ-ໜອງບຶກໄດ້ເລີ່ມລົງມືກໍ່ສ້າງໃນອາທິດຜ່ານມາ, ພາຍຫລັງເສັ້ນທາງດັ່ງກ່າວໄດ້ເປ່ເພຊຸດໂຊມມາເປັນເວລາຫລາຍປີແລ້ວ, ໂດຍແມ່ນກຸ່ມບໍລິສັດຕັງຈະເລີນຈໍາກັດເປັນຜູ້ຮັບເໝົາ ແລະ ລົງທຶນກ່ອນ 100% ໃນມູນຄ່າປະມານ 45 ລ້ານກວ່າໂດລາສະຫະລັດ ຫລື ປະມານ 364 ຕື້ກີບ, ຈະໃຫ້ສຳເລັດ 100% ໃນປີ 2018. ເສັ້ນທາງດັ່ງກ່າວ, ມີຄວາມຍາວ 9,37 ກິໂລແມັດ, ຈະປູດ້ວຍເບຕົງເສີ່ມເຫລັກມີຄວາມໜາ 23 ຊັງຕີແມັດ, ປະກອບມີ 6 ຊ່ອງທາງ, ມີດອນກາງ, ມີທາງຄົນຍ່າງ 2 ເບື້ອງ, ພ້ອມລະບົບຮ່ອງລະບາຍນໍ້າ, ໄຟເຍື່ອງທາງ, ໄຟອຳນາດ ແລະ ລະບົບປ້າຍສັນຍານຈະລາຈອນຄົບຊຸດ.


           ວິຊາການພາກສະໜາມ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງດັ່ງກ່າວ, ແມ່ນໄດ້ເລີ່ມລົງມືມາແຕ່ຕົ້ນເດືອນພະຈິກນີ້, ໂດຍສະເພາະແມ່ນການຍົກຍ້າຍສິ່ງກີດຂວາງຕາມແລວທາງ, ສ່ວນຈຸດໃດທີ່ແຕະ      ຕ້ອງເຖິງຜົນປະໂຫຍດຂອງປະຊາຊົນກໍໄດ້ມີໜ່ວຍງານສະເພາະລົງໄກເກ່ຍແກ້ໄຂ ແລະ ບາງຈຸດກໍພວມວາງທໍ່ລະບາຍນໍ້າ ເພື່ອໃຫ້ສຳເລັດກ່ອນການປູເບຕົງ. ດັ່ງນັ້ນຜູ້ຮັບເໝົາຈຶ່ງໄດ້ຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນໃນເສັ້ນທາງດັ່ງກ່າວ, ມີຄວາມລະມັດລະວັງຄ່ອຍໄປຄ່ອຍມາໃນໄລຍະທີ່ມີການກໍ່ສ້າງ, ບໍ່ຈອດລົດຊະຊາຍ, ທັງນີ້ກໍເພື່ອຄວາມສະດວກໃຫ້ແກ່ການກໍ່ສ້າງ ແລະ ຮັບປະກັນໄດ້ຄວາມປອດໄພໃຫ້ແກ່ຕົນເອງອີກດ້ວຍ.

No comments:

Post a Comment