Ad

Ad

21 November 2016

ນາຍົກລັດຖະມົນຕີຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມຄັ້ງທີ 9

          ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງສົມເດັດ ເຕໂຊຮຸນເຊັນ ນາຍົກລັດຖະມົນຕີ ຣາຊະ ອານາຈັກກຳປູເຈຍ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ ພ້ອມຄະນະຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດເຂດສາມຫລ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມຄັ້ງທີ 9 ຊຶ່ງຈະຈັດຂຶ້ນໃນວັນທີ 22-24 ພະຈິກນີ້ທີ່ສຽມລຽບປະເທດກຳປູເຈຍ ເພື່ອຈະໄດ້ຮ່ວມກັນປຶກສາຫາລືແລກປ່ຽນທັດສະນະກ່ຽວກັບຜົນການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການພັດທະນາເສດຖະກິດ-ສັງ ຄົມໃນເຂດສາມຫລ່ຽມດັ່ງກ່າວຮອດປີ 2020 ແລະ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍນະໂຍບາຍດຶງດູດກໍຄືການຜັນຂະຫຍາຍຂໍ້ຕົກລົງຂອງຜູ້ນໍາສາມປະເທດໃນກອງປະຊຸມສຸດຍອດກໍາປູເຈຍ-ລາວ-ຫວຽດນາມຄັ້ງທີ 8 ໃນປີ 2014 ຜ່ານມາທີ່ນະຄອນຫລວງວຽງຈັນ. ພ້ອມດຽວກັນນີ້, ບັນດາຜູ້ນໍາຈະໄດ້ຮັບຮອງ ແລະ ລົງນາມ
ໃນຖະແຫລງການຮ່ວມຂອງກອງປະຊຸມສຸດຍອດເຂດສາມຫລ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມຄັ້ງທີ 9 ເພື່ອເປັນທິດທາງໃນການຮ່ວມມືໃນຕໍ່ໜ້າ ແລະ ເພື່ອກະກຽມໃຫ້ກອງປະຊຸມສຸດຍອດຄັ້ງນີ້ປະສົບຜົນສໍາເລັດສູງ, ທ່ານ ສະເຫລີມໄຊ ກົມມະສິດລັດຖະ ມົນຕີກະຊວງການຕ່າງປະເທດ ກໍຈະໄດ້ນຳຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະ ມົນຕີຄະນະກຳມະການປະສານງານຮ່ວມເຂດສາມຫລ່ຽມພັດທະນາດັ່ງກ່າວໃນວັນທີ 21-22 ພະຈິກນີ້ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອື່ນໆອີກ ເພື່ອຫາລືຂອບການຮ່ວມມືເຂດສາມຫລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມທີ່ໄດ້ສ້າງຕັ້ງຂຶ້ນໃນປີ 1999 ເພື່ອແນໃສ່ສ້າງໃຫ້ຂົງເຂດນີ້ມີຄວາມສະ   ຫງົບ, ໝັ້ນຄົງ ແລະ ມີການພັດທະນາຮ່ວມກັນ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂື້ນ, ເຊິ່ງໃນເບື້ອງຕົ້ນແມ່ນກວມເອົາ 7 ແຂວງຂອງສາມປະເທດຄື: ກອນຕຸມ, ຢາລາຍ, ດັກລັກຂອງຫວຽດນາມ, ອັດຕະປື, ເຊກອງ ສປປ ລາວ ແລະ ຊຽງແຕງຣັດຕະນະຄີຣີກຳປູເຈຍ ແລະ ມາຮອດປັດ  ຈຸບັນເຂດສາມຫລ່ຽມພັດທະນາດັ່ງກ່າວໄດ້ຂະຫຍາຍອອກເປັນ 13 ແຂວງຄື: ຫວຽດນາມ 5 ແຂວງ (ແຂວງກອນຕູມ, ຢາລາຍ, ດັກລັກ, ດັກນົງ ແລະ ບິ້ງເຝືອກ), ສປປ ລາວ 4 ແຂວງ (ແຂວງຈຳປາສັກ, ສາລາວັນ, ເຊກອງ ແລະ ອັດຕະປື) ແລະ ກໍາປູເຈຍ 4 ແຂວງ (ແຂວງຊຽງແຕງ,ຣັດຕະນະຄີຣີ, ກະແຕ ແລະ ມອນດຸລະຄີຣີ).          

No comments:

Post a Comment