Ad

Ad

11 November 2016

ກົດໝາຍວ່າດ້ວຍການຄຸ້ມຄອງເຄມີໄດ້ນຳສະເໜີສະພາຮັບຮອງ

          ເຊົ້າວັນທີ 10 ພະຈິກນີ້, ທ່ານ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາ ຫະກຳ ແລະ ການຄ້າ, ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການຄຸ້ມຄອງເຄມີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດ ທີ 8, ເພື່ອເປັນບ່ອນອີງໃນການຄຸ້ມຄອງ ແລະ ສົ່ງເສີມການດຳເນີນທຸລະກິດ, ໂດຍສະເພາະແມ່ນທຸລະກິດກ່ຽວກັບເຄມີ ແລະ ການນຳໃຊ້ເຄມີໃນລາວໃຫ້ມີຄວາມປອດໄພ, ຖືກຕ້ອງ, ສອດຄ່ອງກັບຫລັກວິຊາການ, ເນື່ອງຈາກວ່າການຄຸ້ມຄອງສານເຄມີໃນໄລຍະຜ່ານມາ, ມີຄວາມສັບສົນ, ບໍ່ຮັດກຸມ, ບໍ່ຖືກຕ້ອງຕາມເຕັກນິກ, ການນຳເຂົ້າບໍ່ສາມາດຮູ້ລາຍລະອຽດ, ການຂົນ ສົ່ງເຄມີປະຕິບັດແບບດຽວກັບຂົນສົ່ງສິນຄ້າທົ່ວໄປ, ການເກັບຮັກສາບໍ່ຖືກຕ້ອງ (ບໍ່ມີສາງເກັບສະ ເພາະ ແລະ ສາງກໍບໍ່ໄດ້ມາດຕະຖານ),
ການນຳໃຊ້ບໍ່ຖືກວິທີ ແລະ ບໍ່ມີອຸປະສັກປ້ອງກັນເໝາະສົມ, ການກຳຈັດ ແລະ ບຳບັດບໍ່ຖືກວິທີ (ກຳຈັດແບບດຽວກັບສິ່ງເສດເຫລືອທົ່ວໄປ) ແລະ ລວມໄປເຖິງການນຳເຂົ້າ-ສົ່ງອອກ ຍັງບໍ່ທັນປະຕິບັດຕາມຫລັກການ.

          ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ປະກອບມີ 9 ພາກ, 7 ໝວດ ແລະ 81 ມາດຕາ, ເນື້ອໃນຕົ້ນຕໍ ແມ່ນກຳນົດກ່ຽວກັບການຄຸ້ມຄອງ ແລະ ຕິດຕາມການດຳເນີນທຸລະກິດກ່ຽວກັບເຄມີ, ການນຳໃຊ້ ແລະ ການຄອບຄອງເຄມີ ເພື່ອຮັບປະກັນຄວາມປອດໄພຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ. ພາຍຫລັງກົດໝາຍດັ່ງກ່າວ ຖືກປະກາດໃຊ້ຢ່າງເປັນທາງການ ຄາດວ່າຈະສາມາດຄຸ້ມຄອງເຄມີເປັນລະບົບ (ມີລະບົບສະຖິຕິ ແລະ ຖານຂໍ້ມູນ ເພື່ອຮູ້ໄດ້ວ່າ ໃນລາວ ມີເຄມີຈັກຊະນິດ, ນອນຢູ່ໃນບັນຊີປະເພດໃດ ແລະ ມີປະລິມານໜ້ອຍຫລາຍປານໃດຕໍ່ເດືອນ ຫລື ປີ), ຄວບຄຸມໄດ້ການນຳເຂົ້າ, ສົ່ງອອກ ຫລື ສົ່ງຜ່ານ, ການນຳໃຊ້, ການຜະລິດ, ການກຳຈັດ ແລະ ບຳບັດ, ພ້ອມຍັງເຮັດໃຫ້ ສປປ ລາວ ກາຍເປັນປະເທດສີຂຽວ, ອາກາດ, ນ້ຳ, ດິນສະອາດ ແລະ ມີການພັດທະນາແບບຍືນຍົງ, ສາມາດຕອບສະໜອງຂໍ້ມູນ ແລະ ລາຍງານຖືກຕ້ອງຊັດເຈນຕາມພັນທະຂອງ ສປປ ລາວ ທີ່ໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາ ແລະ ອານຸສັນຍາສາກົນຕ່າງໆ, ນອກນີ້ ຍັງເຮັດໃຫ້ການລົງທຶນເຂົ້າໃນການດຳເນີນທຸລະກິດກ່ຽວກັບເຄມີນັບມື້ຫລາຍຂຶ້ນ, ສ້າງໄດ້ອຸດສາຫະກຳເຄມີທີ່ເປັນທ່າແຮງດ້ານເສດຖະກິດ, ຊຸກຍູ້ໃຫ້ແກ່ການພັດທະນາເສດຖະກິດແຫ່ງຊາດນັບມື້ນັບຂະຫຍາຍຕົວເລື້ອຍໆ.

No comments:

Post a Comment