Ad

Ad

11 November 2016

ກອງປະຊຸມໂຕະມົນຈະຊ່ວຍເສີມສ້າງຄວາມເຂັ້ມແຂງດ້ານການຮ່ວມມືພັດທະນາ ສປປ ລາວ

          ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາປະຈຳລາວ ( UNDP ) ໃຫ້ຮູ້ວ່າ: ກອງປະຊຸມໂຕະມົນປະຈຳປີ 2016 ທີ່ຈະຈັດຂຶ້ນໃນທ້າຍເດືອນນີ້, ຢູ່ແຂວງວຽງຈັນນັ້ນ, ແມ່ນການສືບຕໍ່ຮ່ວມມືລະຫວ່າງລັດຖະບານລາວ ແລະ ຄູ່ຮ່ວມພັດທະນາ, ພາກສ່ວນເອກະຊົນ ແລະ ອົງການ ຈັດຕັ້ງສັງຄົມອື່ນໆ, ໂດຍສະເພາະແມ່ນພາກສ່ວນວິຊາການ, ຊຶ່ງຂ້າພະເຈົ້າເຊື້ອວ່າກອງປະຊຸມໂຕະ ມົນປະຈຳປີຄັ້ງນີ້ ແລະ ກອງປະຊຸມປິ່ມອ້ອມອື່ນໆຈະປກອບສ່ວນສ້າງຄວາມເຂັ້ມແຂງຂອງການຮ່ວມມືເພື່ອການພັດທະນາ ສປປ ລາວ ແລະ ເຖິງວ່າປັດຈຸບັນລາວຈະສາມາດບັນລຸໄດ້ຫຼາຍຢ່າງໃນສ່ວນເປົ້າໝາຍຂອງການພັດທະນາແບບຍືນຍົງ,ເພື່ອຊ່ວຍໃຫ້ລາວຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020, ໂດຍສະເພາະແມ່ນ
ຜົນສຳເລັດຂອງກອງປະຊຸມສຸດຍອດອາຊຽນທີ່ລາວເປັນເຈົ້າພາບ ແລະ ການເຊື່ອມສານ SDG ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ VIII ຊຶ່ງຖືເປັນໝາກຜົນທີ່ສຳຄັນໃນປີນີ້, ເຊັ່ນດຽວກັບຖະແຫຼ່ງການວຽງຈັນທີ່ໄດ້ຮັບຮອງເອົາຢູ່ໃນກອງປະຊຸມໂຕະມົນລະດັບສູງໃນປີຜ່ານມາ, ນັ້ນກໍໝາຍຄວາມວ່າການຮ່ວມມືລະຫວ່າງລັດຖະບານລາວກັບຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງອື່ນໆນັ້ນມີຄວາມເຂັ້ມແຂງຫຼາຍຂຶ້ນ, ມີຜົນສຳເລັດຫຼາຍຂື້ນ, ພ້ອມນັ້ນກອງປະຊຸມໂຕະມົນປະຈຳປີ 2016 ນີ້ຍັງເປັນການເປີດໂອກາດໃຫ້ການສົນທະນາເພື່ອເຮັດແນວໃດໃຫ້ສາມາດຊ່ວຍເຫຼືອປະຊາຊົນຜູ້ທຸກຍາກຂາດເຂີນໄດ້ທົ່ວເຖິງ ແລະ ແກ້ໄຂຄວາມແຕກໂຕນ ແລະ ສິ່ງທ້າທາຍຕ່າງໆໃຫ້ໝົດໄປ, ສຳລັບອົງການ UNDP ເອງກໍຖືເປັນສ່ວນໜຶ່ງທີ່ຈະເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ., ເພື່ອຮ່ວມສົນທະນາ ແລະ ໃຫ້ການສະໜັບສະໜູນອຸ້ມຊູຊ່ວຍເຫຼືອໃນດ້ານຕ່າງໆໃຫ້ມີປະສິດທິຜົນ.

No comments:

Post a Comment