Ad

Ad

11 November 2016

ແຮງງານເຄື່ອນຍ້າຍ ຈະໄດ້ຮັບການປົກປ້ອງຫລາຍຂຶ້ນ

          ກອງປະຊຸມເວທີອາຊຽນແຮງງານເຄື່ອນຍ້າຍຄັ້ງທີ 9 ໄດ້ສຳເລັດລົງໃນວັນທີ 10 ພະຈິກນີ້, ທີ່ນະຄອນຫລວງວຽງຈັນ, ໂດຍໄດ້ຄົ້ນຄວ້າ ແລະ ປຶກສາຫາລືຢ່າງກົງໄປກົງມາຕໍ່ກັບເນື້ອໃນການ ຈັດຕັ້ງປະຕິບັດຖະແຫລງການອາຊຽນວ່າດ້ວຍການປົກປ້ອງ ແລະ ສົ່ງເສີມສິດທິແຮງງານເຄື່ອນຍ້າຍ, ແລະ ໄດ້ຮັບຮອງເອົາຂໍ້ແນະນຳ 17 ຂໍ້ເພື່ອສະເໜີຕໍ່ກອງປະຊຸມຄະນະກຳມະການອາຊຽນວ່າດ້ວຍການຈັດຕັ້ງຖະແຫລງການອາຊຽນກ່ຽວກັບການປົກປ້ອງ ແລະ ສົ່ງເສີມສິດທິແຮງງານເຄື່ອນຍ້າຍ, ຊຶ່ງຈະໄດ້ຈັດຂຶ້ນໃນເດືອນກຸມພາ 2017, ທີ່ປະເທດຟີລີປິນ.


          ປະທານກອງປະຊຸມໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ໄດ້ພົວພັນເຖິງຖະແຫລງການວຽງຈັນ ທີ່ບັນ ດາປະເທດສະມາຊິກອາຊຽນ ໄດ້ຕົກລົງກັນໃນກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ເປັນເຈົ້າ ພາບໃນໄລຍະຜ່ານມາ, ໂດຍແມ່ນຖະແຫລງການວ່າດ້ວຍການຫັນປ່ຽນຈາກການຈ້າງງານນອກລະ ບົບໄປສູ່ການຈ້າງງານໃນລະບົບ ເພື່ອກ້າວສູ່ການສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳໃນອາຊຽນ, ຊຶ່ງໄດ້ສອດຄ່ອງກັບນະໂຍບາຍຂອງ ສປປ ລາວ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານລາວ ກໍຄືການລົບລ້າງຄວາມທຸກຍາກ ແລະ ກອງປະຊຸມຄັ້ງນີ້ຍັງເຮັດໃຫ້ຜູ້ແທນຈາກບັນດາປະ ເທດຕ່າງໆທີ່ເຂົ້າຮ່ວມ ໄດ້ເຂົ້າໃຈເນື້ອໃນໃຈຄວາມ, ໂດຍສະເພາະແມ່ນບົດຮຽນການຈັດຕັ້ງປະຕິບັດຂອງບັນດາປະເທດສະມາຊິກອາຊຽນຕໍ່ກັບການປົກປ້ອງ ແລະ ສົ່ງເສີມສິດທິແຮງງານ, ໂດຍສະ ເພາະ ການປະກັນສັງຄົມ, ການປະກັນສຸຂະພາບ, ປະກັນຊີວິດ ແລະ ອື່ນໆໃຫ້ກັບແຮງງານເຄື່ອນຍ້າຍດັ່ງກ່າວ, ພ້ອມກັນນັ້ນ ຍັງໄດ້ມີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການປະກັນສັງຄົມ ເພື່ອສືບຕໍ່ຮ່ວມມືກັນໃນຂົງເຂດວຽກງານອາຊຽນ, ເຮັດແນວໃດເພື່ອເຮັດໃຫ້ວຽກງານການປົກປ້ອງສັງຄົມປະສົບຜົນສຳເລັດ.

No comments:

Post a Comment