Ad

Ad

23 December 2016

ອາກາດຈະເຢັນລົງຕື່ມ

          ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 23-25 ທັນວານີ້, ມວນ ອາກາດໜາວເຢັນຈະມີກຳລັງແຮງເພີ້ມຂຶ້ນ ປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມດ້ວຍກຳລັງປານກາງ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນລົງຕື່ມອີກ ແລະ ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ທ້ອງຖິ່ນໃນແຕ່ລະພາກ. ພາກເໜືອດ້ານຕາເວັນອອກ: ອາກາດຍັງຈະເຢັນຫາໜາວເຢັນລົງຕື່ມອີກ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 10-12 ອົງສາ ແລະ ສູງສຸດ 20-22 ອົງສາ; ພາກເໜືອດ້ານຕາເວັນຕົກ: ອາກາດຈະເຢັນລົງຕື່ມອີກ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ
ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 14-16 ອົງສາ ແລະ ສູງສຸດ 28-30 ອົງສາ; ນະຄອນຫລວງວຽງຈັນ: ອາກາດຈະສືບຕໍ່ເຢັນລົງ ອຸນຫະ ພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 29-31 ອົງສາ; ພາກກາງ: ອາກາດຈະເຢັນລົງຕື່ມ ແລະ ມີຝົນຕົກກະຈາຍ ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕ່ຳສຸດ 14-16 ອົງສາ ແລະ ສູງສຸດ 26-28 ອົງສາ; ພາກໃຕ້: ອາກາດຈະເຢັນລົງ ແລະ ມີຝົນຕົກກະຈາຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 29-31 ອົງສາ. ຈຶ່ງເຕືອນໃຫ້ປະຊາຊົນ ເຮົາຜູ້ອາໄສຢູ່ແຕ່ລະພາກ ຈົ່ງມີສະຕິຮັກສາສຸຂະພາບຂອງຕົນໃຫ້ດີ, ໂດຍສະເພາະ ແມ່ນເອົາໃຈໃສ່ປະຕິບັດຫລັກການອະນາໄມ ກິນຢູ່ ໃຫ້ສະອາດ ແລະ ນຸ່ງຮົ່ມໃຫ້ອົບອຸ່ນຢູ່ສະເໝີ.

No comments:

Post a Comment