Ad

Ad

23 December 2016

ພວກເຮົາຈະຄຸ້ມຄອງສື່ອອນລາຍແນວໃດໃຫ້ມີຜົນ ?

     ນີ້ເປັນຄຖາມທີ່ຫາຄຳຕອບໄດ້ຍາກໃນຍຸກໂລກາພິວັດ ຫລື ຍຸກສະໄໝຂໍ້ມູນຂ່າວສານທີ່ບໍ່ມີພົມແດນ. ດັ່ງປັດຈຸບັນ ສິ່ງທີ່ໜ້າເປັນຫ່ວງກໍດັ່ງທຸກຄົນໄດ້ເຫັນ, ໄດ້ສຳຜັດກັບສື່ສັງຄົມອອນລາຍໃນແຕ່ລະມື້ມາແລ້ວ ໂດຍສ່ວນໃຫຍ່ສື່ດັ່ງກ່າວນັ້ນຈະນຳເອົາຂໍ້ມູນຂ່າວສານມາສະເໜີຢ່າງວ່ອງໄວ ໂດຍເຂົາເຈົ້າຈະບໍ່ໄດ້ມີການໄຕ່ຕອງລະອຽດຖີ່ຖ້ວນພໍປານໃດ ແລະ ຜູ້ນຳສະເໜີຂໍ້ມູນດັ່ງກ່າວກໍເປັນພຽງບຸກຄົນທຳມະດາສາມັນຄົນໜຶ່ງ ແລະ ຮ້າຍແຮງໄປກວ່ານັ້ນ ບາງຄົນ, ບາງກຸ່ມຄົນຍັງເປັນຝ່າຍປໍລະປັກພວກເຮົາກໍເປັນໄດ້ ເຊິ່ງລັກສະນະແນວນີ້ ພວກເຂົາຈະນຳເອົາແຕ່ຂໍ້ມູນທາງລົບມາໂຈມຕີພວກເຮົາເທົ່ານັ້ນ ເພື່ອສ້າງຄວາມສູນເສຍບົດບາດ ແລະ ຊື່ສຽງຂອງຊາດ ແລະ ຕໍ່ບັນຫານີ້ ພວກເຮົາຈະມີມາດຕະການຕອບໂຕ້ ແລະ
ແກ້ໄຂແນວໃດ, ໃນເມື່ອພວກເຮົາຍັງບໍ່ມີຄວາມອາດສາມາດທັງທາງດ້ານເຕັກໂນໂລຊີ-ຂໍ້ມູນຂ່າວສານ, ລະບົບການຄຸ້ມຄອງກວດກາຍັງບໍ່ໜັກແໜ້ນ ແລະ ຍິ່ງໄປກວ່ານັ້ນ ພັດຍັງມີລັກສະນະຜູ້ປິດ-ຜູ້ເປີດ. ກໍດັ່ງທ້າຍອາທິດຜ່ານມາ ຢູ່ນະຄອນຫລວງວຽງຈັນເຮົາກໍມີພິທີເປີດນຳໃຊ້ເວັບໄຊບາງອັນທີ່ບໍ່ແມ່ນຂອງລັດເກີດຂຶ້ນ ເພື່ອເຮັດໜ້າທີ່ສະໜອງຂໍ້ມູນຂ່າວສານ ແລະ ສາລະຕ່າງໆ. ດັ່ງນັ້ນ ແມ່ນໃຜຈະໄປເປັນຜູ້ຄຸ້ມຄອງດ້ານເນື້ອໃນ ແລະ ຄວາມຖືກຕ້ອງແມ້ນຢ້ຳຂອງຂໍ້ມູນຂ່າວສານດັ່ງກ່າວ ແລະ ເມື່ອເປັນແນວນັ້ນ ບາງຂໍ້ມູນຂ່າວສານ ແລະ ສາລະດັ່ງກ່າວອາດເປັນພິດໄພ ແລະ ນຳມາປູກຝັງທັກສະ ແລະ ຄະຕິອັນບໍ່ດີໃຫ້ແກ່ຊາວໜຸ່ມ, ເຍົາວະຊົນ ແລະ ສັງຄົມລາວກໍເປັນໄດ້.

     ດັ່ງນັ້ນ, ຕາມທັດສະນະຜູ້ຂຽນ, ຖ້າເບື້ອງລັດເຮົາເຫັນວ່າມີບຸກຄົນໃດ, ອົງກອນໃດໃນລັກສະນະເອກະເທດເຂົ້າມາສະເໜີສ້າງສື່ອອນລາຍຢູ່ປະເທດເຮົາກໍຄວນໃຫ້ຂະແໜງການກ່ຽວຂ້ອງດັ່ງຖະແຫລງຂ່າວທາງການຂອງເຮົາເຂົ້າມາມີສ່ວນຮ່ວມ ເພື່ອຈະໄດ້ເຮັດໜ້າທີ່ກວດກາເນື້ອໃນ ແລະ ການຄຸ້ມຄອງການເຄື່ອນໄຫວຕ່າງໆທີ່ບໍ່ເປັນຜົນດີໃຫ້ປະເທດຊາດບ້ານເມືອງເຮົາແມ່ນຈະເປັນການດີທີ່ສຸດ ແລະ ອີກອັນໜຶ່ງກໍໃຫ້ອີງໃສ່ກົດໝາຍສື່ມວນຊົນວ່າດ້ວຍການອະນຸມັດໃຫ້ບຸກຄົນ ຫລື ນິຕິບຸກ ຄົນສ້າງຕັ້ງສື່ໃດໜຶ່ງຂຶ້ນຢູ່ ສປປ ລາວ ເຮົາໃຫ້ຖືກຕ້ອງຕາມລະບຽບກົດໝາຍ. ຖ້າເຮັດໄດ້ແນວນີ້ ການຄຸ້ມຄອງສື່ອອນລາຍຢູ່ປະເທດເຮົາຈຶ່ງຈະມີຜົນ.

No comments:

Post a Comment