Ad

Ad

23 December 2016

ສະຫຼອງປີໃໝ່ ດ້ວຍຈິດໃຈໃໝ່

# ໂດຍ: ຣັດສະໝີ ດວງສັດ
ອີກບໍ່ພໍວັນຂ້າງໜ້ານີ້ ຄສ 2016 ກໍຈະລາຈາກພວກເຮົາໄປ ແລະປີໃໝ່ 2017 ກໍຈະເຂົ້າມາແທນທີ່, ພວກເຮົາຈົ່ງພ້ອມກັນຊື່ນຊົມຕໍ່ໝາກຜົນແຫ່ງການເຄື່ອນໄຫວໃນຮອບປີຜ່ານມາ ແລະທົບທວນບັນຫາຄົງຄ້າງເພື່ອແກ້ໄຂ ກ້າວສູ່ການສະຫຼອງປີໃໝ່ດ້ວຍຈິດໃຈໃໝ່, ໄຊຊະນະໃໝ່ໃຫຍ່ຫຼວງກ່ວາເກົ່າເຊິ່ງຕິດພັນກັບຄຳສັ່ງປະຢັດຂອງລັດຖະບານ, ການສະຫຼອງປີໃໝ່ແມ່ນຢູ່ໃນທ່າມກາງບັນຍາ ກາດທີ່ທົ່ວທັງຊາດ ມີຄວາມເອກອ້າງທະນົງໃຈຕໍ່ຜົນສໍາເລັດອັນໃຫຍ່ຫຼວງ ແລະຫຼາຍດ້ານພາຍໃຕ້ການນໍາພາຂອງພັກ ແລະ ລັດຖະບານ ເຊິ່ງໄດ້
ບໍລິຫານ ແລະຂັບເຄື່ອນປະເທດສູ່ຜົນສໍາເລັດໃນຫຼາຍດ້ານ ໂດຍສະເພາະແກ້ໄຂບັນດາບັນຫາຄົງຄ້າງທີ່ຕົກທອດຈາກອະດີດ ທັງບູລະນະ, ປັບປຸງ, ສານຕໍ່, ຍົກເລີກ ເຮັດໃຫ້ກົງຈັກການຈັດຕັ້ງກະທັດຮັດ ມີຄວາມໂປ່ງໃສ ເຂັ້ມແຂງ ແລະໜັກແໜ້ນຂຶ້ນຕື່ມ, ຕີຖອຍສະພາບການຢຸດຈຶ້ງ ສະຫງັກງັນ ແລະມີໂສມໜ້າໃໝ່ ໂດຍຖືຜົນປະໂຫຍດຂອງຊາດ ຂອງປະຊາຊົນເປັນກົກ ແລະຮັບແຮງສະໜັບສະໜູນອັນລໍ້າຄ່າ ໃຫຍ່ຫຼວງຈາກທຸກຊັ້ນຄົນພາຍໃນຊາດ ລວມທັງບັນດາປະເທດເພື່ອນມິດໃນໂລກ.
ຄສ 2017 ພວມຄືບຄານມາຫາພວກເຮົາ ແຕ່ທຸກຢ່າງມັນຄົງເຫຼືອໄວ້ແຕ່ອະດີດ ແລະສິ່ງທີ່ຜ່ານກາຍໃນຕະຫຼອດ 365 ກ່ວາມື້ຜ່ານມາເຊິ່ງມີຫຼາຍຄົນຄົງຈະພົບກັບຄວາມສຸກສົມຫວັງ, ມີຮອຍຍິ້ມທີ່ອີ່ມເອີບ, ພົບກັບຄວາມທ່ຽງແທ້ ແລະຜົນສໍາເລັດໃນໜ້າທີ່ການງານ ແລະຊີວິດສ່ວນຕົວ ແຕ່ຍັງມີຄົນອີກຈໍານວນບໍ່ໜ້ອຍທີ່ຢູ່ກັບຄວາມຫວ່າງເປົ່າ, ຂາດປັດໃຈທັງ 4, ບາງຄົນກໍພົບກັບຄວາມລະທົມຂົມຂື໋ນ...ແຕ່ທຸກຢ່າງທີ່ບໍ່ເປັນສິຣິມຸງຄຸນຕ້ອງໄດ້ປັດປ່າຍຈາງຫາຍອອກຈາກຊີວິດ ແລະຮ່ວງນຶກໄປຕາມການເວລາ, ຂໍໃຫ້ປີ 2017 ເປັນປີມະຫາໄຊຂອງທຸກທ່ານທີ່ຢູ່ບົນໂລກໜ່ວຍນີ້, ປີໃໝ່ຂໍອ່ວາຍພອນໃຫ້ທຸກທ່ານ ມີ ອາຍຸ ວັນນະ ສຸຂະ ພະລະ ປະສົບຜົນສຳເລັດໃນການງານ.
ແຕ່ຈັ່ງໃດກໍຕາມ ເລື່ອງບຸນຫຼືເທສະການຕ່າງໆ ມີເປົ້າໝາຍເພື່ອການພົບປະສ້າງສັນດ້ວຍບັນ ຍາກາດແຫ່ງຄວາມເບີກບານມ່ວນຊື່ນທີ່ແຕກຕ່າງກັນ ເຊິ່ງທຸກຢ່າງມັນບໍ່ຂຶ້ນກັບເງິນຄໍາແຕ່ປັດໃຈຫຼັກແມ່ນຂຶ້ນກັບຈິດໃຈຜູກພັນໂດຍທົ່ວໄປກໍເພື່ອເພີ່ມພູນຄູນສ້າງຄວາມສາມັກຄີຮັກແພງ ເຊຶ່ງກັນແລະກັນ ຕິດພັນກັບການປະຢັດພ້ອມກັນຮັດສາຍແອວບົນຈິດໃຈຄໍາສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການປະຢັດ ແນໃສ່ຊຸກຍູ້ສົ່ງເສີມປະຊາຊົນບັນດາເຜົ່າ-ທຸກຊັ້ນຄົນໃນຊາດມີສະຕິຕື່ນຕົວ, ເປັນເຈົ້າການປະກອບສ່ວນເຂົ້າໃນການປະຢັດຕ້ານການຟູມເຟືອຍໃນການຊົມໃຊ້ຊັບສິນຂອງລັດ-ຂອງສ່ວນຕົວ, ຊັບພະກອນທໍາມະຊາດ, ພາຫະນະ, ວັດຖຸສິ່ງຂອງ ແລະເວລາເພື່ອສະສົມທຶນຮອນໄວ້ພັດທະນາຄອບຄົວ, ຊາດບ້ານເມືອງ ແລະ ສ້າງອະນາຄົດທີ່ສົດໃສໄວ້ໃຫ້ແກ່ລູກຫຼານສືບທອດຕໍ່ໄປ.

ການສະຫຼອງຕ້ອງເຮັດແບບກະທັດຮັດ, ບໍ່ຟູມເຟືອຍຊັບສິນເງິນຄໍາແລະ ເວລາ, ບໍ່ມີເຄື່ອງຕ້ອນຂອງຝາກເພື່ອເປັນການຊື້ໃຈ ຊື້ໜ້າທີ່ຕໍາແໜ່ງຫຼືຊື້ຜົນປະໂຫຍດເພາະຜ່ານມາຍັງມີບາງແຫ່ງ, ບາງຄົນຢູ່ກົງຈັກລັດ ຖືເອົາໂອກາດນີ້ ຊື້ຈ້າງຖານະ, ຕໍາແໜ່ງ, ໂຄງການ... ອື່ນໆ ໃນທີ່ສຸດກໍຖືກປະຊາຊົນລົງໂທດ ອີກບັນຫາໜຶ່ງຄວນຄວບຄຸມລາຄາສິນຄ້າໃນທ້ອງຕະຫຼາດບໍ່ໃຫ້ເໜັງຕີງ; ການສະຫຼອງປີໃໝ່ນອກຈາກຈະປະຢັດເງິນ-ເວລາກໍຕ້ອງປະຢັດອາຍຸສັງຂານໃຫ້ຍືນຍາວ ບໍ່ຄວນດື່ມເຫຼົ້າດື່ມເບຍເກີນໄປຈະເຮັດໃຫ້ສຸຂະພາບອ່ອນເພຍເສຍເງິນຄໍາບໍ່ສາມາດເຮັດວຽກງານໄດ້ຕາມປົກກະຕິ, ການດື່ມສິ່ງມືນເມົາພາໃຫ້ເກີດອຸປະຕິເຫດ ສະເພາະປີ 2015 ຢູ່ນະຄອນຫຼວງວຽງຈັນມີອຸປະຕິເຫດເກີດຂຶ້ນທັງໝົດ 1.440 ເລື່ອງ, ເສຍຊີວິດ 282 ຄົນ, ບາດເຈັບເກືອບ2.000 ຄົນ, ພາຫະນະເປ່ເພເປັນຈໍານວນຫຼວງຫຼາຍ.

No comments:

Post a Comment