Ad

Ad

23 December 2016

ປີເກົ່າທົ່ວນະຄອນຫລວງວຽງຈັນມີອັກຄີໄພເກີດຂຶ້ນເກືອບ 90 ຄັ້ງ

          ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນມາຮອດປັດຈຸບັນນີ້, ທົ່ວນະຄອນຫລວງວຽງຈັນມີອັກຄີໄພເກີດຂຶ້ນ 89 ຄັ້ງ, ມີເຮືອນຊານປະຊາຊົນ 30 ຫລັງ, ຮ້ານຄ້າ, ສາງເຄື່ອງ ແລະ ອື່ນໆຈຳນວນໜຶ່ງ, ຖືກໄຟເຜົາຜານ ມີມູນຄ່າເສຍຫາຍຫລາຍກວ່າ 10 ຕື້ກີບ. ຊຶ່ງສ່ວນໃຫຍ່ແມ່ນເກີດຈາກໄຟຟ້າລັດວົງຈອນ, ການໄຕ້ທູບທຽນບູຊາ ແລະ ອື່ນໆ, ຂະນະດຽວກັນ ພຽງແຕ່ 20 ກວ່າວັນຂອງເດືອນທັນວານີ້, ໄດ້ມີອັກຄີໄພເກີດຂຶ້ນ 3 ຄັ້ງ, ມີມູນຄ່າເສຍຫາຍປະມານ 650 ລ້ານກີບ, ຊຶ່ງສາເຫດຫລັກ ກໍແມ່ນເກີດຈາກໄຟຟ້າລັດວົງຈອນ.


          ທ່ານຮອງຫົວໜ້າພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ອັກຄີໄພເກີດຂຶ້ນໃນໄລຍະຜ່ານມານັ້ນ ຖືວ່າມີຕົວເລກສູງພໍສົມຄວນ, ຊຶ່ງສາເຫດຕົ້ນຕໍແມ່ນເກີດຈາກຄວາມປະໝາດຂາດສະຕິຂອງຜູ້ນຳໃຊ້ຟືນໄຟ, ໂດຍສະເພາະການນຳໃຊ້ໄຟຟ້າເກີນຂະໜາດ, ສາຍໄຟຟ້າມີສະພາບເກົ່າແກ່, ຊຸດໂຊມແຕ່ບໍ່ປ່ຽນຖ່າຍ ເມື່ອຖືກຊົມໃຊ້ຫລາຍເທົ່າໃດ ກໍຈະພາໃຫ້ເກີດໄຟຊ໋ອດໄດ້ງ່າຍ. ນອກນັ້ນ ຍັງມີການໄຕ້ທູດທຽນບູຊາ ແລ້ວປ່ອຍປະໄວ້, ໂດຍບໍ່ມີການດັບມອດ ຊຶ່ງພາໃຫ້ເກີດໄຟໄໝ້ໄດ້ງ່າຍ. ດັ່ງນັ້ນ ຈຶ່ງຂໍເຕືອນໃຫ້ປະຊາຊົນ, ພະນັກງານ ທະຫານຕຳຫລວດ ຈົ່ງມີສະຕິລະມັດລະວັງໃນການຊົມໃຊ້ຟືນໄຟ ເມື່ອສຳເລັດພາລະກິດກໍຄວນດັບມອດທັນທີພ້ອມທັງໝັ່ນກວດກາເພື່ອຄວາມຮຽບຮ້ອຍ.

No comments:

Post a Comment