Ad

Ad

23 December 2016

2016 ມີນັກທ່ອງທ່ຽວເຂົ້າຢ້ຽມຊົມບູຮານສະຖານໃນະຄອນຫຼວງວຽງຈັນຫຼາຍກວ່າ 4 ແສນຄົນ

ຕາມການໃຫ້ສຳພາດຂອງທ່ານຮອງອຳນວຍການຫໍພິພິທະພັນບູ ຮານສະຖານນະຄອນ ຫຼວງວຽງຈັນໃນວັນທີ  22 ທັນວາ ນີ້ວ່າ: ນັບແຕ່ເດືອນມັງ ກອນຫາເດືອນທັນວາ 2016 ມີນັກທ່ອງທ່ຽວເຂົ້າມາຢ້ຽມຊົມບູຮານສະຖານໃນນະຄອນ ຫຼວງວຽງຈັນ ເຊັ່ນ: ພະທາດຫຼວງ, ວັດສີສະເກດ ແລະ ຫໍພະແກ້ວ ຫຼາຍກວ່າ 4 ແສນ ຄົນ, ໃນນັ້ນນັກທ່ອງທ່ຽວພາຍໃນຫຼາຍກວ່າ 30 ພັນຄົນ ແລະ ຕ່າງປະ ເທດຫຼາຍກວ່າ 360 ພັນຄົນ, ສ່ວນຫຼາຍແມ່ນມາຈາກ ສ.ເກົາຫຼີ, ຈີນ, ໄທ, ຫວຽວນາມ ແລະ ເອີຣົບ, ສາມາດສ້າງລາຍຮັບໄດ້ເປັນຢ່າງດີ, ທຽບໃສ່ປີຜ່າມມາເຫັນຈຳນວນວ່ານັກທ່ອງທ່ຽວຫຼຸດລົງເລັກ ນ້ອຍ, ທັງນີ້ກໍອາດ
ເປັນຍ້ອນມີການປະຕິສັງຂອນພິພິທະພັນຫໍພະແກ້ວ ແລະ ພະທາດຫຼວງຊຶ່ງໄດ້ປິດການໃຫ້ເຂົ້າຊົມເປັນບາງໄລຍະ, ແຕ່ປັດຈຸບັນສັງເກດເຫັນວ່າບັນຍາກາດການທ່ອງທ່ຽວໃນນະຄອນ ຫຼວງວຽງຈັນແມ່ນຄຶກຄື້ນດີຂຶ້ນມີນັກທ່ອງທ່ຽວເຂົ້າມານັບມື້ຫຼາຍຂຶ້ນ ເນື່ອງຈາກໄດ້ເລີ່ມເຂົ້າສູ່ລະດູຂອງການທ່ອງທ່ຽວ ແລະ ຄາດວ່າຈຳນວນນັກ ທ່ອງທ່ຽວຈະສືບຕໍ່ເພີ່ມຂຶ້ນເລື້ອຍໆ, ເພາະການປະຕິສັງຂອນພະທາດຫຼວງໄລຍະທຳອິດໄດ້ສຳເລັດແລ້ວ, ບວກກັບພາກສ່ວນກ່ຽວຂ້ອງກໍຈັດໃຫ້ມີຫຼາກຫຼາຍກິດຈະກຳເພີ່ອດຶງດູດນັກທ່ອງທ່ຽວເຊັ່ນ: ຈັດສັນຄວາມເປັນລະບຽບຮຽນຮ້ອນໃນສະຖາທີ່ທ່ອງທ່ຽວ, ປັບປຸງຂອດບໍລິການໃຫ້ວ່ອງໄວ, ພ້ອມທັງເພີ່ມທະວີໂຄສະນາເຜີນແຜ່ຂໍ້ມູນຂ່າວສານກ່ຽວກັບສະຖານທີ່ທ່ອງທ່ຽວໃຫ້ກວ້າງຂວາງກວ່າເກົ່າ.

ຜູ້ລາຍງານຂ່າວໃຫ້ຮູ້ອີກວ່າ: ບໍ່ສະພາບແຕ່ຢູ່ນະຄອນຫຼວງວຽງຈັນບັນດາແຂວງເຊັ່ນ: ວັງວຽງແຂວງວຽງຈັນ, ຫຼວງພະບາງ, ຈຳປາສັກ ແລະ ແຂວງອື່ນໆບັນຍາກາດການທ່ອງທ່ຽວກໍຄຶກຄື້ນ ແລະ ນັບມື້ມີນັກທ່ອງທ່ຽວເຂົ້າມາຫຼາຍຂຶ້ນ.      

No comments:

Post a Comment