Ad

Ad

23 December 2016

ທຸກລາຍຈ່າຍຂອງລັດຕ້ອງປະຢັດ ແລະ ກວດສອບໄດ້

  ຕໍ່ໜ້ານີ້, ລາຍຈ່າຍໃນລະບົບບໍລິຫານລັດຈະມີປະສິດທິຜົນຫລາຍກວ່າເກົ່າ, ຫລັງຈາກລັດຖະບານໄດ້ມີນິຕິກໍາຈະແຈ້ງອອກມາໃຫ້ທຸກລາຍຈ່າຍຂອງລັດຕ້ອງປະຢັດ ແລະ ສອດຄ່ອງຕາມລະບຽບການເງິນຢ່າງເຄັ່ງຄັດ.
            ໃນຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2017 ໄດ້ລະບຸກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍໃຫ້ບັນດາກະຊວງ, ຂະແໜງການຕ່າງໆນັບແຕ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຕ້ອງໄດ້ປະຕິບັດໃຫ້ສອດຄ່ອງ, ເຂັ້ມງວດຕາມລະບຽບກົດໝາຍວ່າ ແລະ ດໍາລັດວ່າດ້ວຍການປະມູນຈັດຊື້-ຈັດຈ້າງສີນຄ້າ, ການກໍ່ສ້າງ, ສ້ອມແປງ ແລະ
ບໍລິການດ້ວຍທຶນຂອງລັດຢ່າງເຂັ້ມງວດ, ນັບແຕ່ຂັ້ນຕອນພິຈາລະນາລົງທຶນ, ການປະເມີນມູນຄ່າ, ປະມູນໂຄງການ, ປະຕິບັດໂຄງການ ແລະ ການເບີກຈ່າຍງົບປະມານ.

           ຄໍາແນະນໍາດັ່ງກ່າວລະບຸອີກວ່າ: ລັດຈະຫລຸດຜ່ອນລາຍຈ່າຍຈໍານວນໜຶ່ງທີ່ເຫັນວ່າມີລັກສະ ນະຊໍ້າຊ້ອນ ແລະ ບໍ່ມີປະສິດທິຜົນເທົ່າທີ່ຄວນ ເຊັ່ນ: ການເດີນທາງໄປເຮັດວຽກທາງການຢູ່ຕ່າງປະ ເທດດ້ວຍທຶນຂອງລັດ, ສ້າງແຜນການຊື້ພາຫານະໃໝ່ທີ່ມີລັກສະນະຟູມເຟືອຍ, ຫລຸດຜ່ອນການຈັດກິດຈະກໍາ, ຈັດງານລ້ຽງ, ຈ່າຍບໍລິຫານ ເຊັ່ນ: ໄຟຟ້າ, ນໍ້າປະປາ, ໂທລະສັບ ແລະ ອື່ນໆ ທີ່ເຫັນວ່າຟູູມເຟືອຍຕ້ອງໃຫ້ສອດຄ່ອງກັບກໍານົດໝາຍໃຊ້ຈ່າຍງົບປະມານລັດ, ໂດຍຈະໄດ້ສົມທົບກັບບໍລິສັດໄຟຟ້າ, ນໍ້າປະປາ, ໂທລະສັບ ແລະ ອື່ນໆ ເພື່ອເກັບກໍາສະຖິຕິການຊົມໃຊ້, ໂດຍໃຫ້ແຍກເປັນແຕ່ລະອົງການ, ກະຊວງຈະແຈ້ງ ເພື່ອໃຫ້ສາມາດຈັດສັນການຊໍາລະງົບປະມານໃຫ້ຖືກຕ້ອງຕາມການຊົມໃຊ້ຕົວຈິງ, ຮັບປະກັນໃຫ້ການຊົມໃຊ້ຢູ່ໃນລະດັບເໝາະສົມ ແລະ ມີປະສິດທິຜົນ, ມີລັກສະນະປະຢັດ ແລະ ຖ້າເຫັນວ່າມີລາຄາເພີ່ມຂຶ້ນຜິດປົກກະຕິຕ້ອງໄດ້ມີການກວດກາການຊົມໃຊ້ຕົວຈິງລະອຽດ.

No comments:

Post a Comment