Ad

Ad

23 December 2016

ປີໃໝ່ນີ້ນະຄອນຫຼວງວຽງຈັນຮຽກຮ້ອງໃຫ້ຜູ້ປະກອບການລ້ຽງສັດ ແລະ ລ້ຽງປາໃຫ້ມາຂື້ນທະບຽບຖືກຕ້ອງຕາມລະບຽບການ

ປັດຈຸບັນຢູ່ລາວເຮົາການລ້ຽງສັດແບບເປັນຟາມໄດ້ຂະຍຫາຍຕົວກ້ວາງຂວາງສົມຄວນເປັນ ຕົ້ນແມ່ນຟາມລ້ຽງງົວ, ໝູ, ສັດປີກ ແລະ ປາທີ່ນຳໃຊ້ເຕັກນິກ, ວິຊາການເຂົ້າໃນການຜະລິດ, ດັ່ງນັ້ນເພື່ອຄວາມສະດວກໃນການຄຸ້ມຄອງ, ກວດກາ, ການດຸນດ່ຽງການສະໜອງ ແລະ ຄວາມຕ້ອງການໃຫ້ໄປຕາມແຜນການທີ່ວາງໄວ້, ຂະແໜງລ້ຽງສັດ ແລະ ການປະມົງຈຶ່ງໄດ້ມີການຈັດຕັ້ງການຂຶ້ນທະບຽນຟາມລ້ຽງສັດ ແລະ ລ້ຽງປາຂື້ນແຕ່ປີ 2012 ແລະ ໃນສັດປີ 2016 ນີ້ໄດ້ຂຶ້ນທະບຽນຟາມລ້ຽງສັດໄດ້ທັງໝົດ 356 ຟາມເທົ່າກັບ 84% ຂອງຈຳນວນ,ແຕ່ໃນຂະນະດຽວກັນມີຟາມຈຳນວນໜຶ່ງບໍ
ໄດ້ຂຶ້ນທະບຽນ, ເພື່ອເປັນການຫັນວຽກດັ່ງກ່າວ ໃຫ້ເຂົ້າສູ່ລະບຽບກົດໝາຍ ແລະ ການຄຸ້ມຄອງກິດຈະການລ້ຽງສັດໃນອານາຄົດໃຫ້ດີຂຶ້, ຂະແໜງລ້ຽງສັດ ແລະ ການປະມົງນະຄອນຫລວງວຽງຈັນກໍໄດ້ອອກແຈ້ງການລະບັບເລກທີ 377/ຂລປ.ນວ ລົງວັນທີ 6 ທັນວາ 2016 ເຖິງໜ່ວຍງານລ້ຽງສັດ ແລະ ການປະມົງດັ່ງນີ້:
1. ການຂຶ້ນທະບຽນຟາມລ້ຽງສັດ ແລະ ລ້ຽງປາໃນນະຄອນຫລວງວຽງຈັນປະຈຳປີ  2017 ເຈົ້າຂອງຟາມລ້ຽງສັດຕ້ອງໄດ້ຂໍອະນຸຍາດສ້າງຕັ້ງຟາມກ່ອນ ແລະ ປະກອບເອກະສານຂໍຂຶ້ນທະບຽນຟາມຫລືຕໍ່ທະບຽນຟາມຂອງຕົນນຳພາກສ່ວນກ່ຽວຂ້ອງ,ສະເພາະຄົຕ່າງປະເທດຕ້ອງມີໜັງສືຜ່ານແດນ, ໃບອະນຸຍາດພັກເຊົາ ແລະ ໃບອະນຸຍາດອອກແຮງງານຖືກຕ້ອງ ຕາມລະບຽບກົດໝາຍ.
2. ຫ້າມຜູ້ປະກອບການ, ເຈົ້າຂອງຟາມ, ບຸກຄົນ ຫລື ນິຕິບຸກຄົນສ້າງຕັ້ງຟາມໃໝ່ຂະ ຫຍາຍຫລືຕໍ່ເຕີມຟາມລ້ຽງສັດ ແລະ ລ້ຽງປາ ຂອງຕົນເອງໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການລ້ຽງສັດ ແລະ ການປະມົງເມືອງ, ຂັ້ນນະຄອນຫລວງ ແລະ ພາກສ່ວນທີ່ກ່ຽວຂ້ອງເດັດຂາດ.
3. ມອບໃຫ້ໜ່ວຍງານຄຸ້ມຄອງການລ້ຽງສັດ ແລະ ໜ່ວຍງານຄຸ້ມຄອງການປະມົງເປັນຜູ້ຄຸ້ມຄອງ, ສ້າງແຜນ, ດຸນດ່ຽງ, ຈັດສັນຮອບວຽນການຜະລິດຂອງບໍລິສັດ, ຜູ້ປະກອບການ ແລະ ຟາມໃຫ້ສອດຄ່ອງກັບສະພາບຄວາມເປັນຈິ.
4. ໃຫ້ໜ່ວຍງານລ້ຽງສັດ ແລະ ການປະມົງເມືອງກວດກາ, ຕິດຕາມ, ຄຸ້ມຄອງການນຳເຂົ້າ, ການລ້ຽງ ແລະ ການຈຳໜ່າຍສັດ, ການເຄື່ອນຍ້າຍສັດ ແລະ ປາໃນເມືອງຂອງຕົນເອງ.   ພ້ອມທັງເປັນເຈົ້າການປະສານສົບທົບກັບພາກສ່ວນກ່ຽວຂ້ອງໃນການກວດກາໂດຍສະເພາະດ້ານນິຕິກຳຕາມລະບຽບກົດໝາຍ.
5. ໃຫ້ໜ່ວຍງານຄຸ້ມຄອງການລ້ຽງສັດ ແລະ ໜ່ວຍງານຄຸ້ມຄອງການປະມົງສົມທົບກັບໜ່ວຍງານລ້ຽງສັດ ແລະ ການປະມົງເມືອງເປັນເຈົ້າການເຜີຍແຜ່ແຈ້ງການສະບັບນີ້ໃຫ້ແກ່ຜູ້ປະກອບການ, ເຈົ້າຂອງຟາມລ້ຽງສັດ ແລະ ລ້ຽງປາໃຫ້ຮັບຮູ້ຢ່າງກວ້າງຂວາງ ແລະ ທົ່ວເຖິງ.
6. ຜູ້ປະກອບການ, ເຈົ້າຂອງຟາມລ້ຽງສັດ ແລະ ລ້ຽງປາຈົ່ງໃຫ້ຄວາມຮ່ວມມືໃນການຈັດ ຕັ້ງການຂຶ້ນທະບຽນຟາມລ້ຽງສັດ ແລະ ລ້ຽງປາຕາມລະບຽບການ.
7. ມອບໃຫ້ເຈົ້າໜ້າທີ່ສັດຕະວະແພດ ແລະ ເຈົ້າໜ້າທີ່ປະມົງເມືອງ, ຂັ້ນນະຄອນຫລວງວຽງຈັນດຳເນີນການກວດກາຟາມລ້ຽງສັດ ແລະ ຟາມລ້ຽງປາຕາມສິດ ແລະ ໜ້າທີ່ຂອງຕົນ.

8. ຕໍ່ຜູ້ລະເມີດໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ,ສະບັບເລກທີ 03/ສພຊ ລົງວັນທີ 25 ກໍລະກົດ 2008 ຢ່າງເຂັ້ມງວດ.

No comments:

Post a Comment