Ad

Ad

23 December 2016

ມາດຕະການປະຕິບັດແຜນງົບປະມານປີໃໝ່

          ຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2017 ໄດ້ກໍານົດຄື: ດ້ານລາຍຮັບຕ້ອງສູ້ຊົນໃຫ້ໄດ້ 23.941 ຕື້ກີບເທົ່າກັບ 18,64% ແລະ ດ້ານລາຍຈ່າຍແມ່ນບໍ່ໃຫ້ເກີນ 32.402 ຕື້ກີບເທົ່າກັບ 24,99%, ຊຶ່ງເຫັນວ່າຈະຂາດດຸນງົບປະມານຈໍານວນ 8.461 ຕື້ກີບເທົ່າກັບ 6,52% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ໂດຍມູນຄ່າຂອງ GDP ໃນປີ 2017 ໃຫ້ໄດ້ຫລາຍກວ່າ 129.682 ຕື້ກີບ. ເພື່ອບັນລຸຕົວເລກດັ່ງກ່າວໄດ້ວາງນະໂຍບາຍ ແລະ ກໍານົດມາດຕະການຈັດຕັ້ງປະຕິບັດຄື: ໃຫ້ບັນດາກົມກອງອ້ອມຂ້າງກະຊວງການເງິນປະສານສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າສ້າງ, ປັບປຸງນິຕິກໍາຂອງຂະແໜງການເງິນ ແລະ ຜັນຂະຫຍາຍກົດໝາຍໂດຍອອກນິຕິກໍາລຸ່ມກົດໝາຍໃຫ້ຄົບຖ້ວນເພື່ອເປັນພື້ນຖານໃຫ້ແກ່ການຄຸ້ມຄອງຈັດເກັບລາຍຮັບ ແລະ ລາຍຈ່າຍໃນທົ່ວ
ປະເທດ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ແລະ ພັດທະນາບຸກຄະລາກອນໃນຂົງເຂດການເງິນທຸກຂັ້ນໃຫ້ມີລະດັບຄວາມຮູ້ ແລະ ຄວາມສາມາດ, ມີຄວາມຮັບພິຊອບໃນການປະຕິ ບັດໜ້າທີ່, ແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານຕາມລະບຽບກົດໝາຍຢ່າງເຂັ້ມງວດ, ເລັ່ງພັດທະນາ, ປັບປຸງກົນໄກຄຸ້ມຄອງລາຍຮັບລາຍຈ່າຍໂດຍການຫັນເປັນທັນສະໄໝໃຫ້ເປັນຮູບປະທໍາ ເຊັ່ນ: ນໍາໃຊ້ອຸປະກອນລະບົບທັນສະໄໝເພື່ອຄຸ້ມຄອງ ແລະ ຈັດເກັບລາຍຮັບ, ຜັນຂະຫຍາຍການມອບພັນທະເຂົ້າງົບປະມານ ແລະ ຊໍາລະສະສາງຜ່ານລະບົບອີເລັກໂຕຼນິກຂອງທະນາຄານໃຫ້ທົ່ວເຖິງ, ເພີ່ມທະວີການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບຂອງບັນດາຫົວໜ່ວຍງົບປະມານທຸກຂັ້ນໃຫ້ປົກກະຕິ ແລະ ເຂັ້ມງວດ, ປະຕິບັດວິໄນແຜນການ-ການເງິນໃນບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນຢ່າງເຄັ່ງຄັດ, ສືບຕໍ່ຊຸກຍູ້ ແລະ ບັງຄັບໃຊ້ລະບຽບການດ້ານບັນຊີ, ໂດຍໃຫ້ຫົວໜ່ວຍຖືບັນຊີແຫ່ງລັດຈັດຕັ້ງປະຕິບັດວຽກງານບັນຊີຄູ່ ແລະ ນໍາໃຊ້ສາລະບານງົບປະມານ-ບັນຊີອັນດຽວທີ່ເປັນເອກະພາບຕາມປື້ມຄູ່ມືການບັນຊີຂອງລັດ, ພ້ອມທັງຊຸກຍູ້, ຕິດຕາມກວດກາການປະຕິບັດລະບຽບການເງິນຂອງບັນດາຫົວໜ່ວຍທຸລະກິດ ເປັນຕົ້ນ: ການຖືບັນຊີ, ຊຸກຍູ້ຫົວໜ່ວຍທີ່ມີເງື່ອນໄຂແລ້ວເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ແລະ ປະຕິບັດພັນທະອື່ນໆ, ໃຫ້ບັນດາຫົວໜ່ວຍງົບປະມານຂັ້ນສູນກາງ ແລະ ທ້ອງຖິ່ນໃນທົ່ວປະເທດເອົາໃຈໃສ່ລົງເລິກຈັດຕັ້ງປະຕິບັດແກ້ໄຂບັນຫາຄົງຄ້າງຕາມຄໍາແນະນໍາອົງການກວດສອບແຫ່ງລັດ, ໂດຍແຍກໃຫ້ເຫັນບັນຫາທີ່ຄົງຄ້າງໃນຄວາມຮັບພິຊອບຂອງຕົນ ແລະ ໃຫ້ວາງມາດຕະການແກ້ໄຂຢ່າງຈະແຈ້ງເປັນຮູບປະທໍາ, ພ້ອມທັງຄົ້ນຄວ້າກໍານົດມາດຕະການເດັດຂາດຕໍ່ຫົວໜ່ວຍງົບປະມານທີ່ລະເມີດວິໄນການເງິນເພື່ອເຮັດໃຫ້ປະກົດການຫຍໍ້ທໍ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ. 

No comments:

Post a Comment