Ad

Ad

26 December 2016

ຊີວິດຕາມການບັນຊາຂອງປະຕິທິນ

ໂດຍ : ວິເສດ ສະແຫວງສຶກສາ

ປີໃໝ່ແຕ່ລະປີ ບໍ່ວ່າຈະເປັນປີໃໝ່ລາວ ຫລື ປີໃໝ່ສາກົນກໍຢ່າພວກເຮົາຕ່າງກໍໄດ້ມີໂອກາດ ເຫັນສິ່ງດີໆງາມໆທີ່ເຮັດໃຫ້ພວກເຮົາຮູ້ສຶກສຳລານບານໃຈ ລືມໄປວ່າປີໃໝ່ແຕ່ລະປີນັ້ນມັນໄດ້ກັດແຫ້ນຊີວິດຂອງພວກເຮົາໃຫ້ ຫ້ຽນເຂົ້າຕື່ມອີກໜຶ່ງປີ. ສິ່ງດີໆໃໝ່ໆທີ່ເອີ່ຍເຖິງຂ້າງເທິງນັ້ນ, ສຳລັບຈານແຫຍ່ແມ່ນບັດ ສຄສທີ່ບັນຈຸຄຳອວຍພອນອັນປະເສີດເລີດລ້ຳແຫ່ງຜົນສຳເລັດ, ສຸຂະພາບ ແລະ ຄວາມສຸກ. ສຄສຫຍໍ້ມາຈາກຄຳວ່າ ສົ່ງຄວາມສຸກຂໍຢ່າເສືອກແປເປັນ ສົ່ງຄວາມເສົ້າຫລື ສົ່ງຄວາມສູນເສຍໃຫ້ກັນ. ຖັດຈາກບັດ ສຄສ ກໍມີປະຕິທິນອອກໃໝ່ຫລາຍສີສັນ ແລະ ເນື້ອໃນ ເພື່ອກຳນົດຊີວິດ ແລະ ການເຄື່ອນໄຫວຂອງຄົນເຮົາໃນອີກ 365 ວັນຕໍ່ໜ້າ. ຄາວຍັງນ້ອຍ ຈຳໄດ້ວ່າປະຕິທິນທີ່ພໍ່ແມ່ໄດ້ມາຕອກເຫລັກຕະປູຕິດໄວ້ຝາເຮືອນ ຫລື ຄູເອົາມາຕິດຢູ່ຕາມໂຮງຮຽນນັ້ນແມ່ນປະເພດເປັນແຫລບເຈັ້ຍໜາຄຶກມຶກບັນຈຸວັນທີຄົບກັບຈຳນວນວັນໃນໜຶ່ງປີ. ໃນປັດຈຸບັນ ປະຕິທິນແບບນີ້ບໍ່ນິຍົມໃຊ້ກັນແລ້ວ ເພາະຖືວ່າລ້າສະໄໝ. ປະຕິທິນດຽວນີ້ມີເນື້ອໃນຄົບເຄື່ອງ, ມີສີສັນ ແລະ ເກືອບ 80%
(ຕາມສະຖິຕິສ່ວນຕົວຂອງຈານແຫຍ່) ແມ່ນຂາດຮູບສາວໆງາມຍ້ອຍບໍ່ໄດ້. ມັນກໍຕ້ອງເປັນແນວນັ້ນ ! ປີໃໝ່ຈະຊອກຮູບໜ້າຫ່ຽວໆໜັງຍານໆມາໄວ້ແຍງມັນຄົງບໍ່ເຂົ້າທ່າ. ຈານແຫຍ່ເຄີຍມີໂອກາດຖາມສາວງາມບາງຄົນທີ່ມີຮູບຖ່າຍຕິດປະຕິທິນວ່າມີຄວາມຮູ້ສຶກແນວໃດ ? ຄຳຕອບນັ້ນໜ້າຄິດບາງນາງບອກວ່າດີໃຈຫາແນວປຽບບໍ່ໄດ້, ບາງນາງຕອບວ່າ ດີໃຈ, ກະວົນກະວາຍໃຈ ແລະ ນ້ອຍໃຈ ນັ້ນມີພູດສໍ່າໆກັນ”. “ເຫດໃດວ່າຊັ້ນ ?” ຈານແຫຍ່ຍັດຄຳຖາມເຂົ້າໄປເພາະແປກໃຈໃນຄຳຕອບຂອງສາວປະຕິທິນ. ແລ້ວກໍໄດ້ຮັບຄວາມກະຈ່າງແຈ້ງວ່າ ເມື່ອບໍ່ທັນຮອດໜ້າປະຕິທິນທີ່ມີຮູບຂອງຕົນນັ້ນມັນສຸດທໍລະມານ, ທັງກະວົນກະວາຍຢາກໃຫ້ມັນຮອດໄວໆ, ເມື່ອຮອດໜ້າປະຕິທິນມີຮູບຂອງຕົນກໍປຶ້ມອົກປຶ້ມໃຈ ແຕ່ພໍໃກ້ຍາມຄົນຊິຈີກໜ້າປະຕິທິນທີ່ມີຮູບຂອງຕົນອອກເພາະໝົດເວລາກໍຮູ້ສຶກນ້ອຍອົກນ້ອຍໃຈປົນເສົ້າໂສກ”. ຄຳຕອບຂອງສາວປະຕິທິນຄົນງາມດັ່ງກ່າວໄດ້ໃຫ້ປັດສະຍາຊີ ວິດອັນລ້ຳຄ່າສຳລັບຈານແຫຍ່ ຄືຢ່າໄປຢຶດໝັ້ນຖືໝັ້ນກັບຄວາມສຸກຄວາມເສົ້າຈົນແກະມັນບໍ່ອອກ. ທຸກສິ່ງທຸກຢ່າງໝູນວຽນປ່ຽນໄປ, ຍົດຖາບັນດາສັກ, ຄວາມລ້ຳລວຍເຮັ່ງຊວຍມັນເລື່ອງໜັກໂຕ. ຂອບໃຈສາວປະຕິ ທິນ !.ຂໍກ້ຽວໄປເວົ້າເລື່ອງປະຕິທິນທີ່ເປັນແຫລບຕົວເລກວັນທີຄົບຈຳນວນວັນໃນ 1 ປີຕື່ມ ເພາະມັນເປັນປະຕິທິນທ່ໃຫ້ປັດສະຍາຊີວິດເຊັ່ນກັນ ເພາະພໍແຕ່ສິ້ນສຸດ 1 ວັນ ພວກເຮົາຕ້ອງໄດ້ຈີກເລກວັນທີເກົ່າອອກ. 365 ວັນ ກໍຕ້ອງໄດ້ຈີກ 365 ເທື່ອ. ເວລາຈີກແຕ່ລະໃບ (ຖ້າຊ່າງຄິດ) ກໍຈະນຶກເຖິງຊີວິດຂອງຄົນ ທີ່ສັ້ນເຂົ້າອີກໜຶ່ງວັນ. ປະຕິທິນໃຫ້ຫລາຍກວ່າບອກມື້ບອກວັນ, ທ່ານຜູ້ອ່ານວ່າບໍ່ ? ປະຕິທິນມີຮູບສາວງາມ, ຜູ້ຊາຍທີ່ຍັງມີໄຟ (ຍົກເວັ້ນຈານແຫຍ່) ກໍຈະເກັບໄວ້ເປັນວິຕາ ມິນຕາ. ສ່ວນແມ່ຍິງ ເອງກໍຄົງພູມໃຈທ່ີເຫັນຄົນເພດດຽວກັບຕົນໄດ້ມີໂອກາດອວດໂສມ. ສຳລັບຈານແຫຍ່ (ທີ່ໝົດ ໄຟດ້ານນີ້) ນັ້ນມັກປະເພດປະຕິທິນທີ່ໃຫ້ຄວາມຮູ້, ໃຫ້ຂໍ້ມູນຂ່າວສານ, ໃຫ້ປັດສະຍາຊີວິດຫລາຍກວ່າ ເຊັ່ນປະຕິທິນທະນາຄານແຫ່ງຊາດ ເມື່ອປີກ່ອນໆທີ່ສະເໜີ ໃບໜ້າເງິນກີບລາວໃຫ້ເຫັນຄົບ ຊຸດ, ປະຕິທິນພາກສ່ວນອອກໃບ ຕາດິນທີ່ໃຫ້ຄວາມຮູ້ພື້ນຖານ ກ່ຽວກັບກົດໝາຍທີ່ພົວພັນສິດນຳໃຊ້ທີ່ດິນ, ຈານແຫຍ່ມັກປະຕິ ທິນອົງການອຸຍນິເຊັບ ແລະ ພາກ ສ່ວນອົງການສຸຂະອະນາໄມທີ່ ໃຊ້ຮູບແຕ້ມຮູບກາຕູນໜ້າຄິດ ແລະ ຄວາມຮູ້ຄູ່ຊີວິດປະກອບໃສ່. ຈານແຫຍ່ວ່າຄົນເຮົາດຽວນີ້ ມີໂອ ກາດເບິ່ງໜ້າປະຕິທິນຫຼາຍກວ່າເບິ່ງໜ້າປຶ້ມ (ເພາະຫັນໄປເບິ່ງໜ້າຈໍ). ດັ່ງນັ້ນ ຈຶ່ງຄວນໃຊ້ປະຕິທິນໃຫ້ເກີດປະໂຫຍດຫລາຍຂຶ້ນຕື່ມ. ຮູບຜູ້ສາວກໍໃຫ້ມີແຕ່ບໍ່ ຄວນແຂ່ງກັນເຮັດ. ປະຕິທິນຄວນຫລຸດຜ່ອນການນຳສະເໜີຜົນງານ, ຮູບການການເຄື່ອນໄຫວຂອງາກສ່ວນກ່ຽວຂ້ອງເໝືອນກັບໃບຂ່າວ ຫລື ໜັງສືພິມ. ສົມມຸດເປັນຕົວຢ່າງເຊັ່ນປະຕິທິນກ່ຽວກັບຂົວ-ທາງກໍຄວນຈະໃຫ້ຄວາມຮູ້ກ່ຽວກັບການໃຊ້ ເສັ້ນທາງ, ການປົກປັກຮັກສາ ແລະ ຄວນມີຮູບປະເພດທາງທີ່ມີຢູ່ພາຍໃນປະເທດເຮົາ, ປະຕິທິນກ່ຽວກັບບຸນປະເພນີກໍຄວນເຈາະເລິກປະຫວັດຄວາມເປັນມາສີສັນໃນການສະເຫລີມສະຫລອງບຸນນັ້ນໃນຫລາຍຮູບແບບແທນທີ່ຈະສະເໜີແຕ່ຮູບເຮາຮາປາຕີ ມ່ວນຊື່ນແບບຕື້ນໆ. ຖ້າທ່ານຜູ້ອ່ານງົງວ່າມື້ນີ້ຈານແຫຍ່ມາແປກ, ບໍ່ຮູ້ວ່າຢາກເວົ້າຫຍັງ ? ຂໍບອກວ່າຢາກເວົ້າເລື່ອງປະຕິທິນກັບຊີວິດຫັ້ນລະນໍ !.

No comments:

Post a Comment